ຮັບຮອງທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີຄົນໃໝ່

     ໃນວາລະພິເສດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ວັນທີ 30 ທັນວາ 2022 ທີ່ສະພາແຫ່ງຊາດ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດຂຶ້ນອ່ານໜັງສືສະເໜີຂອງປະທານປະເທດ ສະບັບເລກທີ 211/ປປທ ກ່ຽວກັບການພິຈາລະນາໃບຄໍາຮ້ອງຂໍພັກການຮັບອຸດໜູນບໍານານຂອງນາຍົກລັດຖະມົນຕີວ່າ:ອີງຕາມລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບເລກທີ 63/ສປຊ ລົງວັນທີ 8 ທັນວາ 2015 ອີງຕາມກົດໝາຍວ່າດ້ວຍສະພາແຫ່ງຊາດເລກທີ  64/ສພຊ ລັງວັນທີ 9 ທັນວາ 2015 ແລະ ອີງຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ ລົງວັນທີ 30 ມິຖຸນາ 2020 ອີງຕາມກົດໝາຍວ່າດ້ວຍພະນັກງານລັດຖະກອນມາດຕາ 64 ຂໍ້ 6 ອີງຕາມໃບຄໍາຮ້ອງຂໍພັກການຮັບອຸດໜູນບໍານານຂອງທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງ ສູນກາງພັກ ນາຍົກລັດຖະມົນຕີ ສະບັບວັນທີ 15 ທັນວາ 2022 ອີງຕາມການຕົກລົງເຫັນດີໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກຄັ້ງວັນທີ 21 ທັນວາ 2022 ໃນນາມປະທານປະເທດແຫ່ງ ສປປ ລາວ ຈຶ່ງຂໍສະເໝີມາຍັງມາຍັງທ່ານປະທານຄະນະປະຈໍາສະພາແຫ່ງຊາດ ພິຈາລະນາໃຫ້ທ່ານ ພັນຄໍາ ວິພາວັນ ເຂົ້າພັກການຮັບການອຸດໜູນບໍານານຕາມຄໍາຮ້ອງຂໍຜູ້ກ່ຽວ ພ້ອມນັ້ນອ່ານໜັງສືສະເໜີຂອງປະທານປະເທດ ສະບັບເລກທີ 212/ປປທ ກ່ຽວກັບການເລືອກຕັ້ງນາຍົກລັດຖະມົນຕີ ເຊິ່ງມາດຕະຖານຜູ້ທີ່ຈະເລືອກຕັ້ງເປັນນາຍົກລັດຖະມົນຕີ ຕ້ອງເປັນຜູ້ມີຄວາມໜັກແໜ້ນທາງດ້ານການເມືອງ ມີຄວາມຈົ່ງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນບັນດາເຜົ່າ ເດັດດ່ຽວໜ່ຽວແໜ້ນບໍ່ຫວັ່ນໄຫວຕໍ່ສະພາບການຜັນແປຢູ່ພາຍໃນ ແລະ ຕ່າງປະເທດ ມີຄວາມຮູ້ ຄວາມສາມາດ ແລະ ມີວິໄສທັດ ມີການວາງແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມຂອງປະເທດ ມີປະສົບການທີ່ສາມາດຈັດຕັ້ງຜັນຂະຫຍາຍຄຸ້ມຄອງຊີ້ນໍາບໍລິຫານອົງການລັດ ອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງລັດ ຄຸ້ມຄອງສັງຕົມດ້ວຍກົດໝາຍຢ່າງເຂັ້ມງວດ ແລະ ອື່ນໆ ໂດຍອີງໃສ່ມາດຕະຖານກ່າວວມານັ້ນເຫັນວ່າທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີເປັນຜູ້ທີ່ມີມາດຕະຖານຄົບຖ້ວນ ແລະ ມີຄວາມເໝາະສົມທີ່ຈະເປັນນາຍົກລັດຖະມົນຕີ.

ພາຍຫຼັງທີ່ຮັບຟັງການອ່ານໜັງສືສະເໜີຂອງປະທານປະເທດສໍາເລັດ ສະມາຊິກສະພາແຫ່ງຊາດໄດ້ປະກອບຄໍາເຫັນ ແລະ ລົງຄະແນນສຽງຮັບຮອງເອົາທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີຄົນໃໝ່ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

error: Content is protected !!