ກິນເຄັມ ສ່ຽງຄວາມດັນເລືອດສູງ ພະຍາດໝາກໄຂ່ຫຼັງ-ຫົວໃຈ

ກົມ​ການ​ແພດ ໂດຍ​ສະ​ຖາ​ບັນ​ພະ­ຍາດ​ຊວງ​ເອິກ ໄດ້​ເຕືອນ​ການ​ບໍ­ລິ­ໂພກ​ໂຊ­ດຽມ​ໃນ​ປະ­ລິ­ມານ​ຫຼາຍ​ເກີນ​ກວ່າ 2.400 ມິນ​ລິ​ກຣາມ ຫຼື ຫຼາຍ​ກວ່າ 1 ບ່ວງ​ຊາ​ຕໍ່​ວັນ ຈະ​ເຮັດ​ໃຫ້​ມີ​ການ​ເພີ່ມ​ຂຶ້ນ​ຂອງ​ປະ­ລິ­ມານ​ນ້ຳ​ໃນ​ຮ່າງ­ກາຍ ເຮັດ​ໃຫ້​ມີ​ຄວາມ­ດັນ­ເລືອດ­ສູງ​ຂຶ້ນ ສົ່ງ​ຜົນ​ໃຫ້​ໝາກ​ໄຂ່­ຫຼັງ ແລະ ຫົວ­ໃຈ​ເຮັດ​ວຽກ​ໜັກ ແລະ ອາດ​ຈະ​ສົ່ງ​ຜົນ​ໃນ​ໄລ­ຍະ​ຍາວ ເຮັດ​ໃຫ້​ເກີດ​ພະ­ຍາດ­ຫົວ­ໃຈ ພະ­ຍາດ​ຫຼອດ​ເລືອດ​ສະ­ໝອງ ແລະ ພະ­ຍາດ​ໝາກ​ໄຂ່­ຫຼັງ​ແຊກ​ຊ້ອນ​ຕາມ​ມາ ພ້ອມ​ແນະ­ນຳ​ວິ­ທີ​ຫຼຸດ​ປະ­ລິ­ມານ​ໂຊ­ດຽມ​ໃນ​ຊີ­ວິດ​ປະ­ຈຳ​ວັນ ເພື່ອ​ບໍ່​ໃຫ້​ຫົວ­ໃຈ ແລະ ໝາກ​ໄຂ່­ຫຼັງ​ເຮັດ​ວຽກ​ໜັກ.

ໂຊ­ດຽມ​ບໍ່​ເກີນ 1 ບ່ວງ​ຊາ​ຕໍ່​ວັນ

ໂຊ­ດຽມ ເປັນ​ສ່ວນ​ປະ­ກອບ​ຂອງ​ເກືອ ເຊິ່ງ​ເກືອ 1 ກຣາມ ຈະ​ມີ​ໂຊ­ດຽມ​ປະ­ມານ 400 ມິນ​ລິ​ກຣາມ ໂດຍ​ຮ່າງ­ກາຍ​ມີ​ຄວາມ​ຕ້ອງ­ການ​ໂຊ­ດຽມ​ປະ­ມານ 2.400 ມິນ​ລິ​ກຣາມ​ຕໍ່​ວັນ.

ໂຊ­ດຽມ ພົບ​ໄດ້​ໃນ​ອາ­ຫານ​ອັນ​ໃດ​ແດ່ ?.

– ເກືອ​ໂຊ­ດຽມ ຫຼື​ເກືອ​ແກງ.

– ເຄື່ອງ­ປຸງ​ທີ່​ໃຫ້​ລົດ​ຊາດ​ເຄັມ ເຊັ່ນ ນ້ຳ​ປາ ຊອສ​ຖົ່ວ­ເຫຼືອງ ຊີ​ອິ໊ວ​ຂາວ ຊີ​ອິ໊ວ​ດຳ ເຕົ້າ­ຈ້ຽວ ຊອສ​ໝາກ​ເລ່ນ ແລະ ອື່ນໆ.

ອາ­ຫານ​ປະ­ເພດ​ໝັກ​ດອງ ເຊັ່ນ ຜັກ​ດອງ ໝາກ​ໄມ້​ດອງ ໄຂ່​ເຄັມ ປາ­ແດກ ປາ​ເຄັມ ຊີ້ນ​ເຄັມ ເປັນ­ຕົ້ນ ເຂົ້າ­ໜົມ​ອົບ ແປ້ງ​ນົວ ມີ​ເກືອ​ໂຊ­ດຽມ​ແອບ​ແຝງ​ຈຳ­ນວນ​ຫຼາຍ.

– ອັນ­ຕະ­ລາຍ​ຈາກ​ການ​ບໍ­ລິ­ໂພກ​ໂຊ­ດຽມ​ເກີນ 1 ບ່ວງ​ຊາ​ຕໍ່​ວັນ ຫາກ​ຮັບ​ປະ­ທານ​ອາ­ຫານ​ທີ່​ເຄັມ​ຫຼາຍ ທີ່​ມີ​ເກືອ​ໂຊ­ດຽມ ຫຼື​ເກືອ​ແກງ​ຫຼາຍ​ກວ່າ 6 ກຣາມ​ຕໍ່​ວັນ ຫຼື ຫຼາຍ​ກວ່າ 1 ບ່ວງ​ຊາ​ຂຶ້ນ​ໄປ ຈະ​ມີ​ໂອ­ກາດ​ສ່ຽງ​ຕໍ່​ການ​ເກີດ​ຄວາມ­ດັນ­ເລືອດ­ສູງ ເຊິ່ງ​ໃນ​ໄລ­ຍະ​ຍາວ​ມີ​ຜົນ ເຮັດ​ໃຫ້​ກ້າມ​ເນື້ອ​ຫົວ­ໃຈ​ໜາ​ຕົວ​ຂຶ້ນ ມີ​ໂອ­ກາດ​ເກີດ​ພາ­ວະ​ຫົວ­ໃຈ​ລົ້ມ​ແຫຼວ.

ພະ­ຍາດ​ຫຼອດ​ເລືອດ​ຫົວ­ໃຈ ພະ­ຍາດ​ຫຼອດ​ເລືອດ​ສະ­ໝອງ ແລະ ໝາກ​ໄຂ່­ຫຼັງ​ເສື່ອມ​ໃນ​ແຕ່​ລະ​ວັນ ບໍ່​ຄວນ​ບໍ­ລິ­ໂພກ​ໂຊ­ດຽມ​ເກີນ​ຄວາມ​ຕ້ອງ­ການ​ຂອງ​ຮ່າງ­ກາຍ ເຊິ່ງ​ຖ້າ​ໄດ້​ຮັບ​ຫຼາຍ ເຮັດ​ໃຫ້​ມີ​ການ​ອັ່ງ​ຂອງ​ສານ​ນ້ຳ​ໃນ​ຮ່າງ­ກາຍ ສົ່ງ​ຜົນ​ໃຫ້​ຄວາມ­ດັນ­ເລືອດ­ສູງ​ຂຶ້ນ ເຮັດ​ໃຫ້​ຫົວ­ໃຈ​ເຮັດ​ວຽກ​ໜັກ​ຂຶ້ນ ແລະ ຄວາມ­ດັນ​ໃນ​ຫຼອດ​ເລືອດ​ຝອຍ​ຂອງ​ໜ່ວຍ​ກັ່ນ​ຕອງ​ໃນ​ໝາກ​ໄຂ່­ຫຼັງ​ສູງ​ຂຶ້ນ ເຮັດ​ໃຫ້​ໝາກ​ໄຂ່­ຫຼັງ​ເຮັດ​ວຽກ​ໜັກ​ຂຶ້ນ ນອກ­ຈາກ​ນີ້ ຍັງ​ເຮັດ​ໃຫ້​ເກີດ​ພາ­ວະ​ບວມ​ນ້ຳ​ເພີ່ມ​ຂຶ້ນ​ດ້ວຍ ດັ່ງ­ນັ້ນ ການ​ທີ່​ຮ່າງ­ກາຍ​ໄດ້​ຮັບ​ໂຊ­ດຽມ​ໃນ​ປະ­ລິ­ມານ​ທີ່​ພໍ​ພຽງ ບໍ່​ຫຼາຍ​ບໍ່​ໜ້ອຍ​ຈົນ​ເກີນ​ໄປ ຈະ​ເກີດ​ຜົນ​ດີ​ຕໍ່​ການ​ເຮັດ​ວຽກ​ຂອງ​ການ​ຄວບ​ຄຸມ​ຄວາມ­ດັນ­ເລືອດ ເຮັດ​ໃຫ້​ຫຼຸດ​ຄວາມ​ສ່ຽງ​ໃນ​ການ​ເກີດ​ພະ­ຍາດ​ແຊກ​ຊ້ອນ​ທີ່​ຈະ​ຕາມ​ມາ.

ວິ­ທີ​ຫຼຸດ​ປະ­ລິ­ມານ​ການ​ບໍ­ລິ­ໂພກ​ໂຊ­ດຽມ

1. ຫຼີກ​ລ່ຽງ​ການ​ບໍ­ລິ­ໂພກ​ອາ­ຫານ​ລົດ​ຊາດ​ເຂັ້ມ​ຂຸ້ນ ແລະ ອາ­ຫານ​ໝັກ​ດອງ.

2. ຊິມ​ອາ­ຫານ​ທຸກ​ຄັ້ງ​ກ່ອນ​ຕື່ມ​ເຄື່ອງ­ປຸງ.

3. ເລືອກ​ບໍ­ລິ­ໂພກ​ອາ­ຫານ​ສົດ ຫຼື​ອາ­ຫານ​ທີ່​ຜ່ານ​ການ​ແປ​ຮູບ​ໜ້ອຍ​ທີ່​ສຸດ.

4. ຫຼີກ​ລ່ຽງ​ອາ­ຫານ​ສຳ­ເລັດ​ຮູບ ແລະ ເຂົ້າ­ໜົມ​ທີ່​ມີ​ເຄື່ອງ­ປຸງ​ລົດ​ປະ­ລິ­ມານ​ຫຼາຍ.

5. ຫຼຸດ​ຄວາມ​ຖີ່​ຂອງ​ການ​ບໍ­ລິ­ໂພກ​ອາ­ຫານ ທີ່​ຕ້ອງ​ມີ​ເຄື່ອງ­ປຸງ​ນ້ຳ​ແຈ່ວ ແລະ ຫຼຸດ​ປະ­ລິ­ມານ​ນ້ຳ​ແຈ່ວ​ທີ່​ບໍ­ລິ­ໂພກ.

6. ທົດ​ລອງ​ປຸງ​ອາ­ຫານ​ໂດຍ​ໃຊ້​ປະ­ລິ­ມານ​ເກືອ ນ້ຳ​ປາ ຕະ­ຫຼອດ​ຈົນ​ເຄື່ອງ­ປຸງ​ລົດ​ອື່ນໆ​ພຽງ​ເຄິ່ງ​ໜຶ່ງ ທີ່​ກຳ­ນົດ​ໄວ້​ໃນ​ສູດ​ປຸງ​ອາ­ຫານ ຖ້າ​ລົດ​ຊາດ​ບໍ່​ແຊບ​ອີ​ຫຼີໆ ຈຶ່ງ​ຄ່ອຍ​ເພີ່ມ​ປະ­ລິ­ມານ​ຂອງ​ເຄື່ອງ­ປຸງ.

7. ຄວນ​ປູກ­ຝັງ​ນິ­ໄສ​ໃຫ້​ລູກ​ຫຼານ​ຮັບ​ປະ­ທານ​ອາ­ຫານ​ລົດ​ຈືດ ໂດຍ​ບໍ່​ຕື່ມ​ເກືອ ຊີ​ອິ໊ວ​ຂາວ ນ້ຳ​ປາ ຕະ­ຫຼອດ​ຈົນ​ຊອສ​ປຸງ​ລົດ​ໃນ​ອາ­ຫານ​ເດັກ­ນ້ອຍ ແລະ ເດັກ​ອ່ອນ.

8. ຄວນ​ບໍ­ລິ­ໂພກ​ອາ­ຫານ​ທີ່​ມີ​ປະ­ລິ­ມານ​ໂປ​ແຕ​ສ​ຊຽມ​ສູງ ເຊັ່ນ ຜັກ​ໃບ​ຂຽວ ແລະ ໝາກ​ໄມ້ ຈະ​ສາ­ມາດ​ຊ່ວຍ​ຫຼຸດ​ຄວາມ­ດັນ­ເລືອດ​ໄດ້.

ພູມ​ປັນ­ຍາ​ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!