ຫົວເຫວີຍ ສະໜັບສະໜູນງານສັບປະດາດີຈີຕອນລາວ ປະຈໍາປີ 2022 ເຊິ່ງເປັນງານລະດັບຊາດ ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ວັນທີ 21-25 ທັນວາ 2022 ເຊິ່ງໃນໂອກາດດັ່ງກ່າວ ຜູ້ນໍາດ້ານອຸດສາຫະກໍາເຕັກໂນໂລຊີ ໄດ້ເຂົ້າຮ່ວມວາງສະແດງບັນດາຜະລິດຕະພັນ ICT ນະວັດຕະກໍາທີ່ເປັນກໍາລັງແຮງຂັບເຄື່ອນສໍາຄັນຂອງການພັດທະນາເສດຖະກິດດີຈີຕອນ ໂດຍມື້ທີ 3 ຂອງງານ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ໄດ້ໃຫ້ກຽດເຂົ້າຢ້ຽມຢາມຫ້ອງວາງສະແດງຂອງຫົວເຫວີຍ.

ໂອກາດນີ້ ທ່ານ Kevin Hu ປະທານບໍລິສັດ ຫົວເຫວີຍລາວ ກໍໄດ້ລາຍງານວ່າ: ດ້ວຍຄຸນລັກສະນະສະ ເພາະຂອງປະເທດລາວ ເປັນປະເທດມີທ່າແຮງດ້ານຊັບພະຍາກອນແຮ່ທາດ ການຂຸດຄົ້ນບໍ່ແຮ່ອັດສະລິຍະ ຖືເປັນໂອກາດທີ່ດີສ່ວນໜຶ່ງຂອງການຫັນເປັນດີຈີຕອນ ພວກເຮົາກໍາລັງເຮັດວຽກຮ່ວມກັບຄູ່ຮ່ວມງານຂອງພວກເຮົາໃນທົ່ວໂລກ ເພື່ອສ້າງການປ່ຽນແປງທີ່ແທ້ຈິງ ເຕັກໂນໂລຊີກຳລັງສ້າງຄວາມແຕກຕ່າງຢູ່ທົ່ວໂລກແລ້ວ ການເຊື່ອມຕໍ່ທີ່ບໍ່ເຊື່ອມຕໍ່ກັນ ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນທີ່ບໍ່ໄດ້ຮັບຜົນປະໂຫຍດ ພື້ນຖານໂຄງລ່າງພື້ນ ຖານດ້ານ ICT ສໍາລັບພາກພື້ນທີ່ກໍາລັງພັດທະນາ ແມ່ນພື້ນຖານສໍາລັບການຫັນເປັນດີຈີຕອນ.

ບໍລິສັດ ຫົວເຫວີຍ ເປັນຜູ້ໃຫ້ບໍລິການດ້ານໂຄງສ້າງພື້ນຖານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ແລະ ອຸປະກອນອັດສະລິຍະຊັ້ນແນວໜ້າຂອງໂລກ ປັດຈຸບັນ ຫົວເຫວີຍ ມີພະນັກງານປະມານ 195.000 ຄົນ ແລະ ດຳເນີນທຸລະກິດຢູ່ທົ່ວພາກພື້ນຫຼາຍກວ່າ 170 ປະເທດ ຮັບໃຊ້ຫຼາຍກວ່າ 3 ຕື້ຄົນໃນທົ່ວໂລກ ສປປ ລາວ ກໍເປັນໜຶ່ງໃນ 170 ປະເທດ ເຊິ່ງບໍລິສັດ ຫົວເຫວີຍ ໄດ້ມາສ້າງຕັ້ງດໍາເນີນທຸລະກິດໃນຖານະທີ່ເປັນຜູ້ນໍາທີ່ຮັບຮູ້ໃນອຸດສາຫະກໍາ ICT ຫົວເວີຍ ໄດ້ເຝິກອົບຮົມຜູ້ຊ່ຽວຊານດ້ານ ICT ຫຼາຍກວ່າ 3.000 ຄົນໃນລາວ ໃນໄລຍະ 20 ປີຜ່ານມາ ບໍລິສັດໄດ້ຮ່ວມມືກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ເພື່ອພັດທະນາການສໍາມະນາ ເຝິກອົບຮົມຄວາມສາມາດດ້ານ ICT ໂດຍຖືຫຼັກສູດການເຝິກອົບຮົມຢູ່ໃນມະຫາວິທະຍາໄລຫຼາຍແຫ່ງໃນແຕ່ລະໄຕມາດ ນອກນີ້ ຫົວເຫວີຍ ຍັງເຊື່ອວ່າເຕັກໂນໂລຊີຄວນຈະຖືກນໍາໃຊ້ເພື່ອເບິ່ງແຍງໂລກຂອງພວກເຮົາໃນວິທີການທີ່ມີຄວາມໝາຍ.
ກອງປະຊຸມການນຳຂັ້ນສູງກ່ຽວກັບການຫັນເປັນດີຈີຕອນແຫ່ງຊາດ ວັນທີ 23 ທັນວາ 2022 ເປັນວາລະ ສຳຄັນໜຶ່ງໃນສັບປະດາດີຈີຕອນລາວ ເຊິ່ງດຳເນີນພາຍໃຕ້ຫົວຂໍ້ “ການຮ່ວມມືທົ່ວສັງຄົມ ເພື່ອການຫັນເປັນດີຈີຕອນຂອງ ສປປ ລາວ” ໂດຍສະເພາະ ໄດ້ສຸມໃສ່ການຫັນເປັນດີຈີຕອນໃນທຸກໜ່ວຍງານ ແລະ ຂະແໜງ ການຂອງລັດ ຈຸດປະສົງຂອງກອງປະຊຸມ ເພື່ອສ້າງໂອກາດໃຫ້ບັນດາການນຳຂັ້ນສູງຂອງທຸກພາກສ່ວນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານດີຈີຕອນພາຍໃນອົງການຂອງຕົນ.
ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ ກ່າວວ່າ: ເຕັກໂນໂລຊີດີຈີຕອນ ມີການພັດທະນາຢ່າງວ່ອງໄວ ແລະ ກາຍເປັນເຄື່ອງມືທີ່ສຳຄັນ ເພື່ອເຮັດໃຫ້ການເຄື່ອນໄຫວ ແລະ ການດຳລົງຊີວິດຂອງມະນຸດມີຄວາມສະດວກສະບາຍຂຶ້ນ ທັງເປັນປັດໄຈສຳຄັນໃຫ້ລັດຖະບານຂອງຫຼາຍປະເທດ ລົງທຶນເພື່ອພັດທະນາ ແລະ ນຳໃຊ້ເຂົ້າໃນວຽກງານບໍລິຫານ ແລະ ການບໍລິການຂອງລັດໃຫ້ສັງຄົມ ໂດຍສະເພາະ ເຕັກໂນໂລຊີທີ່ກ້າວໜ້າ ເຊັ່ນ: ປັນຍາປະດິດ (AI) ຂໍ້ມູນໃຫຍ່ (Big Data) ແລະ ກຸ່ມຂໍ້ມູນຜູກພັນ (blockchain) ທີ່ຊ່ວຍໃຫ້ການຄຸ້ມຄອງລັດເປັນໄປໄດ້ວ່ອງໄວ ໂປ່ງໃສ ແລະ ປະຢັດ ການຫັນລັດຖະບານໄປສູ່ລະບົບດີຈີຕອນ ມີຄວາມສຳຄັນຫຼາຍສຳລັບຫຼາຍປະເທດທີ່ປະສົບຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ແລະ ສຳລັບປະເທດທີ່ກຳລັງພັດທະນາ ທີ່ພວມສ້າງຂໍ້ລິເລີ່ມເພື່ອພັດທະນາລັດຖະບານເປັນດີຈີຕອນ.
ສປປ ລາວ ເປັນໜຶ່ງໃນປະເທດກຳລັງພັດທະນາ ແລະ ຈຳເປັນຕ້ອງກ້າວສູ່ການຄຸ້ມຄອງລັດດ້ວຍເຕັກໂນໂລຊີດີຈີຕອນ ແລະ ການຫັນລັດເປັນດີຈີຕອນ ເຊິ່ງບໍ່ພຽງແຕ່ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເທົ່ານັ້ນ ທີ່ຕ້ອງຜັນຂະຫຍາຍການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີດີຈີຕອນ ແຕ່ເປັນການພັດທະນາຮ່ວມກັນຢ່າງມີແບບແຜນ ແລະ ຈຸດສຸມຢ່າງເປັນລະບົບຂອງທຸກໆຂະແໜງການ ເຊິ່ງຕ້ອງມີການຮ່ວມມືກັນພັດທະນາ ລົງທຶນ ແລະ ນຳໃຊ້ເຕັກໂນໂລຊີຮ່ວມກັນ ເພື່ອເຮັດໃຫ້ການລົງທຶນມີປະສິດທິຜົນ ໂດຍສະເພາະການນຳໃຊ້ຊອບແວຣ໌ ແລະ ໂຄງລ່າງພື້ນຖານທາງເຕັກໂນໂລຊີຮ່ວມກັນ ເພື່ອເຮັດໃຫ້ເຊື່ອມໂຍງຂອງທຸກລະບົບເຂົ້າກັນໄດ້ ແລະ ປະຢັດຄ່າໃຊ້ຈ່າຍ ພາຍໃຕ້ຄຳຂວັນຂອງງານສັບປະດາດີຈີຕອນຄື: “ການຮ່ວມມືທົ່ວສັງຄົມ ເພື່ອການຫັນເປັນດີຈີຕອນຂອງ ສປປ ລາວ” (Collaboration Across Lao Digital Transformation) ເພື່ອສ່ອງແສງເຖິງຄວາມຮັບຜິດຊອບຂອງທຸກຂະແໜງການ ແລະ ສັງຄົມ ຕໍ່ພັດທະນາວຽກງານດີຈີຕອນຂອງ ສປປ ລາວ.
ໃນກອງປະຊຸມດັ່ງກ່າວ ບັນດາລັດຖະມົນຕີ ຮອງລັດຖະມົນຕີ ຄະນະກົມ/ທຽບເທົ່າ ຕາງໜ້າ 13 ພາກ ສ່ວນ ໄດ້ຜັດປ່ຽນກັນຂຶ້ນນຳສະເໜີ ແລະ ລາຍງານສະພາບການພັດທະນາຫັນເປັນດີຈີຕອນຂອງຂະແໜງການຕົນ ພິເສດໄດ້ມີຕາງໜ້າຈາກກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ໄດ້ນຳສະເໜີບົດຮຽນ ແລະ ແຜນການພັດທະນາຫັນເປັນດີຈີຕອນຂອງຫວຽດນາມ ຕື່ມອີກ.
ໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ກໍໄດ້ເນັ້ນບາງທິດທາງກ່ຽວກັບການຫັນເປັນດີຈີຕອນຂອງປະ ເທດ ໂດຍສະເພາະ ການຮັບຮູ້ ແລະ ເຂົ້າໃຈເນື້ອໃນອັນແທ້ຈິງຂອງການຫັນເປັນດີຈີຕອນຢ່າງຄົບຖ້ວນ ແລະ ເລິກເຊິ່ງ ເພື່ອເປັນການຫັນປ່ຽນແນວຄິດ ແລະ ຈິນຕະນາການຄືນໃໝ່ ປັບປຸງວຽກງານ ແລະ ວິທີການຜະລິດໃຫ້ມີຄວາມກ້າວໜ້າ ນຳໃຊ້ວິທະຍາສາດທັນສະໄໝ ເພື່ອສ້າງໂອກາດໃຫ້ປະເທດລາວມີບາດກ້າວບຸກທະລຸໃນການພັດທະນາເສດຖະກິດ-ສັງຄົມ ການຫັນເປັນດີຈີຕອນຕ້ອງປະຕິບັດ 3 ດ້ານໄປພ້ອມກັນ ເຊິ່ງຈະກາຍເປັນ 3 ເສົາຄ້ຳໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ລວມທັງການຫັນການບໍລິຫານລັດໄປສູ່ຮູບແບບດີຈີຕອນ ສ້າງເສດຖະກິດດີຈີຕອນ ພັດທະນາສັງຄົມດີຈີຕອນ ໃນການຫັນເປັນດີຈີຕອນຂອງປະເທດພວກເຮົາ ຕ້ອງເອົາໃຈໃສ່ຫຼາຍວຽກງານຕົ້ນຕໍ ເຊັ່ນ: ບຸກເບີກຈິນຕະນາການ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອສະໜັບສະໜູນການຫັນເປັນດີຈີຕອນຂອງປະເທດເຮົາ ພັດທະນາພື້ນຖານໂຄງລ່າງສຳຄັນຈຳນວນໜຶ່ງ ເພື່ອກໍ່ສ້າງຄວາມສາມາດ ແລະ ຄວາມເຂັ້ມແຂງສໍາລັບການຫັນເປັນດີຈີຕອນ ແລະ ສຸມໃສ່ການພັດທະນາອຸດສາຫະກໍາເຕັກໂນໂລຊີເປັນບູລິມະສິດ.
ອຳນາດການປົກຄອງ ຄວນຊຸກຍູ້ການຫັນເປັນດີຈີຕອນໃນການຈັດຕັ້ງພັກ ແລະ ລັດ ເພື່ອຍົກລະດັບການຄຸ້ມຄອງ ແລະ ການບໍລິການຂອງອົງການຈັດຕັ້ງຕ່າງໆໃຫ້ມີປະສິດທິຜົນສູງ ສຸມໃສ່ຊຸກຍູ້ ແລະ ຂະຫຍາການ ພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ການເຊື່ອມໂຍງພາຍໃນພາກພື້ນ ແລະ ສາກົນ.
(ສະບາໄພ)