ສ່ວຍສາອາກອນ ເກັບລາຍຮັບໄດ້ 19.714 ຕື້ກີບ ເທົ່າກັບ 99,5%

    ກອງປະຊຸມສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຈັດຂຶ້ນວັນທີ 22-23 ທັນວາ 2022 ຜ່ານມາ ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ມີທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ຄະນະກົມ ຮອງຫົວໜ້າກົມ ຫົວໜ້າພະແນກ ຮອງພະແນກຂອງກົມອ້ອມຂ້າງກະຊວງການເງິນ ຫົວໜ້າ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ ນະຄອນຫຼວງ ຫົວໜ້າສ່ວຍສາອາກອນປະຈຳເມືອງ ທີ່ນໍາໃຊ້ລະບົບ TAXRIS ພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັັດວຽກງານສ່ວຍສາອາກອນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໃນປີ 2022 ກໍຄືທຸກໆປີທີ່ຜ່ານມາ ລັດຖະບານ ເວົ້າລວມ ເວົ້າສະເພາະ ກໍແມ່ນຄະນະພັກ-ຄະນະນໍາກະຊວງການເງິນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຂະແໜງສ່ວຍສາອາກອນ ລວມເຖິງຄະນະພັກ-ຄະນະນໍາຂອງຂະແໜງສ່ວຍສາອາກອນທຸກໆຂັ້ນໃນຂອບເຂດທົ່ວປະເທດ ຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ຕັດສິນໃຈສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນການປີ 2022 ນັບແຕ່ຕົ້ນປີມາຮອດວັນທີ 20 ທັນວາ 2022 ສາມາດເກັບລາຍຮັບໄດ້ 19.714 ຕື້ກີບ ເທົ່າກັບ 99,5% ທຽບໃສ່ແຜນການປີ. ໃນນີ້ ສະເພາະລາຍຮັບສ່ວຍສາອາກອນ ສາມາດເກັບລາຍຮັບໄດ້ 12.984 ຕື້ກີບ ເທົ່າກັບ 90,02% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 15% ລາຍຮັບຊັບສິນ ສາມາດເກັບລາຍຮັບໄດ້ 4.955 ຕື້ກີບ ເທົ່າກັບ 127,5% ຂອງແຜນການປີ ລາຍຮັບຂະແໜງປະຕິຮູບລັດວິສາຫະກິດ ເກັບໄດ້ 1.774 ຕື້ກີບ ເທົ່າກັບ 117,4% ຄາດຄະເນໝົດປີສາມາດເກັບລາຍຮັບໄດ້ 21.675,4 ຕື້ກີບເທົ່າກັບ 109,4% ຂອງແຜນການປີ ເຊິ່ງຜົນສໍາເລັດໃນລະດັບດັ່ງກ່າວ ຍ້ອນບັນດາຂະແໜງສ່ວຍສາອາກອນໃນຂອບເຂດທົ່ວປະເທດ ໄດ້ມີຄວາມພະຍາຍາມສຸມທຸກຄວາມສາມາດ ແລະ ສະຕິປັນຍາຂອງຕົນເພື່ອຍາດໄດ້ຜົນສໍາເລັດດັ່ງກ່າວ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!