ອຸດົມໄຊ ຕ້ອນຮັບຂະບວນນັກກີລາກັບຈາກ ຊຽງຂວາງ ເກມ ຢ່າງສົມກຽດ

    ພິທີຕ້ອນຮັບຂະບວນນັກກີລາແຂວງອຸດົມໄຊ ກັບຈາກງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໄດ້ມີຂຶ້ນໃນວັນທີ 26 ທັນວາ 2022 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ບັນດາຫົວໜ້າພະແນກການ ປກຊ-ປກສ ອົງການຂັ້ນແຂວງ ຂັ້ນເມືອງ ໂຮງຮຽນ ແລະ ມວນຊົນພາຍໃນແຂວງ ໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ ແລະ ສົມກຽດ ພ້ອມທັງມອບ-ຮັບໃບຍ້ອງຍໍ ແລະ ເງິນບຳເນັດຫຼຽນລາງວັນປະເພດຕ່າງໆໃຫ້ຄະນະນໍາ ຄູເຝິກ ແລະ ນັກກີລາທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຕາມລໍາດັບ.

    ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານເຈົ້າແຂວງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງຄະນະນັກກີລາສາມາດຍາດມາໄດ້ ໂດຍເປັນການນຳເອົາຜົນງານ ແລະ ຊື່ສຽງຈາກລະດັບປະເທດ ມາສູ່ແຂວງອຸດົມໄຊ ພ້ອມທັງໄດ້ເນັ້ນໜັກໃຫ້ພ້ອມກັນຮັກສາມູນເຊື້ອ ຜົນງານ ແລະ ສືບຕໍ່ພັດທະນາການຫຼິ້ນກີລາໃຫ້ໄດ້ຮັບຜົນສຳເລັດດີຂຶ້ນກວ່າເກົ່າ ໂດຍມີການຖ່າຍທອດຄວາມຮູ້ ປະສົບການທີ່ໄດ້ມາ ໃຫ້ມີນັກກີລາທີ່ດີເດັ່ນພາຍໃນແຂວງໃຫ້ຫຼາຍຂຶ້ນ ຕໍ່ກັບວຽກງານກີລາ ຍາມໃດ ການນຳຂອງແຂວງກໍໃຫ້ຄວາມສຳຄັນ ເພາະວຽກງານກີລາເປັນວຽກງານໜຶ່ງທີ່ສ້າງໃຫ້ລູກຫຼານໄດ້ຮັບການພັດທະນາທາງດ້ານຕ່າງໆ ທັງເຮັດໃຫ້ມີສຸຂະພາບແຂງແຮງ ແລະ ຫ່າງໄກຈາກສິ່ງເສບຕິດ.

    ສຳລັບງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2022 ແຕ່ແຂ່ງຂັນຕົວຈິງແມ່ນເລີ່ມຈາກວັນທີ 14 ພະຈິກ ຫາວັນທີ 22 ທັນວາ 2022 ມີ 22 ພາກສ່ວນເຂົ້າຮ່ວມຈາກ 17 ແຂວງ 1 ນະຄອນຫຼວງວຽງຈັນ ແລະ 4 ກະຊວງ ມີນັກກີລາເຂົ້າຮ່ວມທັງໝົດ 3.093 ຄົນ ເພື່ອຊີງໄຊໃນ 25 ປະເພດກີລາ ລວມ 363 ຫຼຽນຄໍາ 363 ຫຼຽນເງິນ ແລະ 532 ຫຼຽນທອງ ໃນນີ້  ສະເພາະແຂວງອຸດົມໄຊ ໄດ້ສົ່ງເຂົ້າຮ່ວມແຂ່ງຂັນໃນ 9 ປະເພດກີລາ ຄື: ເປຕັງ  ໝາກເສິກ  ໝາກແລ້ ໜ້າເກັກ ເທັກຄວັນໂດ ປິ່ງປ່ອງ ດອກປີກໄກ່ ແລ່ນ-ລານ ແລະ ກ໊ອຟ ມີຄະນະນໍາລວມທັງໝົດ 52 ທ່ານ ຍິງ 13 ທ່ານ ໃນນີ້ ແບ່ງເປັນຄະນະນໍາ ແລະ ກອງເລຂາລວມ 23 ທ່ານ ຍິງ 4 ທ່ານ ຜູ້ອຸປະຖໍາ 19 ທ່ານ ຍິງ 9 ທ່ານ ຄູເຝິກ 17 ທ່ານ ຍິງ 3 ທ່ານ ນັກກີລາ 79 ຄົນ ຍິງ 31 ຄົນ ລວມຈໍານວນພົນທີ່ເຂົ້າຮ່ວມ 148 ທ່ານ ຍິງ 47.

    ສໍລັບຜົນງານ ແມ່ນສາມາດຍາດໄດ້ຫຼຽນລາງວັນທັງໝົດ 32 ຫຼຽນ ໄດ້ຈາກກີລາໝາກແລ້ 4 ຫຼຽນຄຳ 2 ຫຼຽນທອງ ໝາກເສິກ 3 ຫຼຽນຄຳ 2 ຫຼຽນເງິນ ໜ້າເກັກ 3 ຫຼຽນຄຳ 1 ຫຼຽນເງິນ 1 ຫຼຽນທອງ ປິ່ງປ່ອງ 2 ຫຼຽນຄຳ 1 ຫຼຽນເງິນ 4 ຫຼຽນທອງ ເທຄວັນໂດ 2 ຫຼຽນຄຳ 1 ຫຼຽນເງິນ 3 ຫຼຽນທອງ ເປຕັງ 1 ຫຼຽນຄຳ 1 ຫຼຽນທອງ ກ໊ອຟ 1 ຫຼຽນເງິນ ສ່ວນກີລາແລ່ນ-ລານ ແລະ ກີລາດອກປີກໄກ່ ແມ່ນບໍ່ໄດ້ຈັກຫຼຽນ.

     ສະຫຼຸບຫຼຽນໃນການເຂົ້າຮ່ວມງານໃນຄັ້ງນີ້ ຍາດໄດ້ 15 ຫຼຽນຄໍາ 6 ຫຼຽນເງິນ ແລະ 11 ຫຼຽນທອງ ເປັນອັນດັບທີ 8 ໃນທົ່ວປະເທດ ສ່ວນຄັ້ງຕໍ່ໄປ ກໍຄືງານມະຫະກຳກີລາແຫ່ງຊາດ ຄັ້ງທີ 12 ແມ່ນນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ຄາດວ່າຈະຈັດຂຶ້ນໃນປີ 2025.

 # ສີພອນ

error: Content is protected !!