ລາວໂຕໂຢຕາ ສະໜອງທຶນການສຶກສາໃຫ້ຜູ້ຮຽນດີຮຽນເກັ່ງ ແຕ່ທຶນຮອນບໍ່ພຽງພໍ

   ພິທີມອບທຶນການສຶກສາໂຄງການ Lao Toyota Scholarship ຈັດຂຶ້ນວັນທີ 26 ທັນວາ 2022 ທີ່ໂຮງແຮມລາວ ພລາຊາ ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ວິລະຈິດ ພິລາພັນເດຊ ປະທານທີ່ປືກສາ ທ່ານ ເຂັມຊາດ ພິລາພັນເດຊ ປະທານບໍລິສັດລາວໂຕໂຍຕາ ບໍລິການ ຈຳກັດ ພ້ອມຄູອາຈານ ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ປະສາດໄຊ ພິລາພັນເດຊ ຜູ້ອຳນວຍການບໍລິສັດລາວໂຕໂຍຕາບໍລິການ ຈຳກັດ ກ່າວວ່າ ຕະຫຼອດໄລຍະ 30 ປີ (1992-2022) ທີ່ບໍລິສັດ ລາວໂຕໂຢຕາ ບໍລິການ ຈຳກັດ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍໃຫ້ການບໍລິການ ແລະ ສິນຄ້າທີ່ມີຄຸນນະພາບ ເຊິ່ງບໍ່ພຽງແຕ່ດຳເນີນທຸລະກິດພຽງຢ່າງດຽວ ແຕ່ບໍລິສັດດັ່ງກ່າວໄດ້ໃຫ້ຊ່ວຍເຫຼືອສັງຄົມຕະຫຼອດມາ ເຊັ່ນ ການສຶກສາ ແລະ ກີລາ ການສົ່ງເສີມການອນຸຮັກຮີດຄອງປະເພີນີຕ່າງໆ ຮ່ວມກໍ່ຕັ້ງມູນນິທິການສຶກສາເພື່ອສະໜອງທຶນໃຫ້ແກ່ນັກສຶກສາທີ່ຮຽນດີ-ຮຽນເກັ່ງ ແຕ່ຂາດທຶນໃນການສຶກສາຮໍ່າຮຽນ ເນື່ອງຈາກວ່າ ການພັດທະນາການສຶກສາເປັນບັນຫາສຳຄັນ ເປັນບູລິມະສິດທຳອິດທີ່ຕ້ອງໄດ້ຊຸກຍູ້ສົ່ງເສີມຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບສູງ ເຊິ່ງການມອບທຶນຄັ້ງນີ້ ຈະເປັນການເສີມສ້າງໜໍ່ແໜງບຸຄະລາກອນທີມີຄວາມຮູ້ຄວາມສາມາດໃນອະນາຄົດ ຈະສາມາດນຳເອົາຄວາມຮູ້ຄວາມສາມາດມາພັດທະນາຕົນເອງ ກໍຄືປະເທດຊາດໃນຕໍ່ໜ້າ.

    ໃນໂອກາດຄົບຮອບ 30 ຂອງການສ້າງຕັ້ງບໍລິສັດ ຈຶ່ງໄດ້ມີການມອບທຶນການສຶກສາໃຫ້ແກ່ນັກສຶກສາ 30 ທຶນ ໃນນີ້ ມະຫາວິທະຍາໄລແຫ່ງຊາດ (ມຊ) 10 ທຶນ ວິທະຍາໄລເຕັກນິກລາວ-ເຢຍລະມັນ 10 ທຶນ ວິທະຍາໄລວຽງຈັນ-ຮ່າໂນ້ຍ 5 ທຶນ ແລະ ວິທະຍາໄລເຕັກນິກ ປາກປາສັກ 5 ທຶນ ມູນຄ່າ 105.000.000 ກີບຕໍ່ປີ ໂດຍຈະສະໜອງທຶນການສຶກສາໃຫ້ປີລະ 3.500.000 ກີບຕໍ່ຄົນຕໍ່ປີ ເປັນໄລຍະເວລ 4 ປີ (ນັບແຕ່ປີທີ 1 ຮອດປີທີ 4) ເປັນກຽດມອບໂດຍທ່ານ ເຂັມຊາດ ພິລາພັນເດຊ.

    ສຳລັບເງື່ອນໄຂຜູ້ໄດ້ຮັບທຶນ ຕ້ອງເປັນນັກສຶກສາທີ່ຮຽນດີ-ຮຽນເກັ່ງ ແຕ່ຂາດທຶນຮອນໃນການຮຽນຕໍ່ ໂດຍໄດ້ມີການຄັດເລືອກດ້ວຍການສຳພາດຕົວຈິງ ໂອກາດນີ້ ຮຽກຮ້ອງໃຫ້ນັກສຶກສາທີ່ໄດ້ຮັບທຶນຄັ້ງນີ້ ຈົ່ງຕັ້ງໃຈສຶກສາຮໍ່າຮຽນໃຫ້ມີຄວາມຮູ້ຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ພາຍຫຼັງທີ່ສຳເລັດການສຶກສາແລ້ວ ບໍລິສັດ ລາວໂຕໂຢຕາ ບໍລິການ ຈຳກັດ ຈະເປີດໂອກາດໃຫ້ນັກສຶກສາທີ່ໄດ້ຮັບທຶນຄັ້ງນີ້ ທີ່ມີຄວາມສົນໃຈເຂົ້າເຮັດວຽກໃນບໍລິສັດ ຫຼື ບໍລິສັດໃນເຄືອຂ່າຍ ສາມາດສະໝັກໄດ້.

    ໂອກາດນີ້ ທ່ານ ພຸດ ສິມມາລາວົງ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ ລາວໂຕໂຢຕາ ບໍລິການ ຈຳກັດ ທີ່ເຫັນໄດ້ຄວາມສຳຄັນຂອງວຽການສຶກສາ ເຊິ່ງວຽການການສຶການ ການພັດທະນາຊັບພະຍາກອນມະນຸດ ເປັນປັດໃຈສຳຄັນຕໍ່ການພັດທະນາປະເທດຊາດ ເຊິ່ງການຊ່ວຍເຫຼືອຄັ້ງນີ້ ເປັນການສົ່ງເສີມ ແລະ ສະໜັບສະໜູນໃຫ້ແກ່ນັກສຶກທີ່ມີຄວາມຫຍຸ້ງຍາກທາງດ້ານທຶນຮອນ ໃຫ້ສາມາດເຂົ້າເຖິງການສຶກສາທີ່ເທົ່າທຽມກັນ ຊ່ວຍສ້າງຊັບພະຍາກອນມະນຸດທີ່ດີ ກຳລັງແຮງງານທີ່ດີ ບຸກຄະລາກອນທີ່ດີສາມາດປະກອບສ່ວນເຂົ້າໃນການພັດທະນາປະເທດໃນອະນາຄົດ ເຊິ່ງກະຊວງສຶກສາທິການ ແລະ ກີລາມີຄວາມຍິນດີໃຫ້ການຮ່ວມມື ນຳໃຊ້ທຶນຮອນທີ່ໄດ້ຮັບການຊ່ວຍເຫຼືອໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!