ປະກາດຮັບຮອງ ດອກຄາຍປ່າ ເປັນດອກໄມ້ເອກະລັກຂອງແຂວງຫົວພັນ

    ຂ່າວຈາກແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ປະກາດຮັບຮອງດອກຄາຍປ່າ ເປັນດອກໄມ້ເອກະລັກຂອງແຂວງ ພ້ອມທັງເປີດນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸລະ ປະຈໍາປີ 2022 ໃນວັນທີ 25 ທັນວາ 2022 ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ໂດຍມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາລາວ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແລະ ປະຊາຊົນແຂວງຫົວພັນ ເຂົ້າຮ່ວມ.

    ໃນໄລຍະຜ່ານມາ ອຳນາດການປົກຄອງແຂວງຫົວພັນ ໄດ້ສຸມໃສ່ພັດທະນາເທສະບານຕົວເມືອງຊໍາເໜືອມີຄວາມສວຍສົດງົດງາມ ເປັນຕົວເມືອງສີຂຽວແບບທໍາມະຊາດ ຄຽງຄູ່ກັບການພັດທະນາບັນດາເມືອງຕ່າງໆພາຍໃນແຂວງ ໃນປີ 2008 ໄດ້ເລີ່ມປູກດອກຄາຍປ່າ ຫຼື ເອີ້ນວ່າ: “ດອກພັນພະນາ” ປູກເປັນຕົ້ນໄມ້ປະດັບພາຍໃນເທສະບານເມືອງຊໍາເໜືອຈໍານວນ 400 ຕົ້ນ ແລະ ໃນປີ 2010 ກໍໄດ້ມີການປູກເພີ່ມຕາມເສັ້ນທາງເລກ 6 ແຕ່ພູເລົ້າຫາເທສະບານເມືອງຊໍາເໜືອ-ວຽງໄຊ ແລະ ລຽບຕາມເສັ້ນທາງສະໜາມບິນ ໜອງຄ້າງ ແລະ ບ່ອນອື່ນໆທີ່ມີເງື່ອນໄຂ ມາຮອດປັດຈຸບັນ ທົ່ວແຂວງຫົວພັນໄດ້ປູກດອກຄາຍປ່າທັງໝົດ 160.552 ຕົ້ນ ຄາດຄະເນ 2023-2025 ຈະປູກເພີ່ມຕື່ມຕາມຈຸດຕ່າງໆໃນ 10 ເມືອງພາຍໃນແຂວງ.

   ປັດຈຸບັນ ຕົ້ນດອກຄາຍປ່າ ແລະ ຕົ້ນດອກຊາກຸລະຈໍານວນໜຶ່ງ ໄດ້ອອກດອກເບັ່ງບານສວຍງາມເປັນທີ່ປະທັບໃຈ ແລະ ດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມ ເຮັດໃຫ້ກະແສຈາກການທ່ອງທ່ຽວຕ່າງແດນມາເປັນການທ່ອງທ່ຽວພາຍໃນຫຼາຍຂຶ້ນ ໂດຍສະເພາະແມ່ນການທ່ອງທ່ຽວ “ລາວທ່ຽວລາວ” ນັກທ່ອງທ່ຽວສ່ວນຫຼາຍແມ່ນສົນໃຈການທ່ຽວຊົມທໍາມະຊາດ ສໍາຜັດອາກາດບໍລິສຸດ ເຊິ່ງເປັນທ່າແຮງດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມແຂວງຫົວພັນນັບມື້ເພີ່ມຂຶ້ນ ເຮັດໃຫ້ແຂວງ ກໍຄືປະຊາຊົນແຂວງຫົວພັນ ມີລາຍຮັບເພີ່ມຂຶ້ນຈາກການຈຳໜ່າຍສິນຄ້າອຸປະໂພກ-ບໍລິໂພກ ການບໍລິການເຮືອນພັກ-ຮ້ານອາຫານ ໂດຍເຫັນໄດ້ທ່າແຮງ ແລະ ຄວາມສໍາຄັນດັ່ງກ່າວ ອົງການປົກຄອງແຂວງຫົວພັນ ຈຶ່ງໄດ້ເຫັນດີ ແລະ ຕົກລົງຮັບຮອງເອົາດອກຄາຍປ່າເປັນດອກໄມ້ເອກະລັກຂອງແຂວງຫົວພັນ ຜ່ານການເຫັນດີເປັນເອກະພາບຂອງສະພາປະຊາຊົນແຂວງ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງແຂວງຫົວພັນ ສະບັບເລກທີ 796/ຈຂ.ຫພ ລົງວັນທີ 10 ມິຖຸນາ 2022 ເພື່ອເປັນການໂຄສະນາເຜີຍແຜ່ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດຮັບຮູ້.

    ໃນໂອກາດດຽວກັນ ກໍໄດ້ເປີດນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸລະ ປະຈໍາປີ 2022 ໂດຍຜູ້ເຂົ້າຮ່ວມ ໄດ້ພ້ອມກັນປູກຕົ້ນຄາຍປ່າຢູ່ສວນສາທາລະນະຫົວພັນ-ກວາງນິງ ທ່ຽວຊົມຕະຫຼາດນັດ ຊົມຄວາມສວຍສົດງົດງາມຂອງດອກຄາຍປ່າ ລຽບຕາມສາຍທາງເລກ 6 ແຕ່ຊຳເໜືອຫາວຽງໄຊ ແລະ ເຂົ້າທ່ຽວຊົມສວນດອກຊາກຸລະ ຢູ່ສວນສາທາລະນະມິດຕະພາບລາວ-ຢີປຸ່ນ ທີ່ເມືອງວຽງໄຊ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຈຳນວນໜຶ່ງຢູ່ເທສະບານເມືອງວຽງໄຊ ຕື່ມອີກ.

error: Content is protected !!