ສສຊ ສືບຕໍ່ປະກອບຄໍາເຫັນໃສ່ສອງບົດລາຍງານຂອງອົງການຕຸລາການ

    ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 27 ທັນວາ 2022 ທີ່ສະພາແຫ່ງຊາດ ເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍກອງປະຊຸມສະມາຊິກສະພາແຫ່ງຊາດ (ສສຊ) ເເຕ່ລະເຂດເລືອກຕັ້ງ ໄດ້ສືບຕໍ່ປະກອບຄໍາເຫັນໃສ່ສອງບົດລາຍງານຂອງອົງການຕຸລາການຄື: ບົດລາຍງານການຈັດຕັ້ງປະຕິບັດເເຜນການເຄື່ອນໄຫວວຽກງານປະຈໍາປີ 2022 ເເລະ ທິດທາງແຜນການປະຈໍາປີ 2023 ຂອງສານປະຊາຊົນສູງສຸດ ເເລະ ອົງການໄອຍະການປະຊາຊົນສູງສຸດ ທີ່ສະເໜີໂດຍທ່ານນາງວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ເເລະ ທ່ານໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເພື່ອເເນໃສ່ເຮັດໃຫ້ສອງບົດລາຍງານດັ່ງກ່າວມີເນື້ອໃນຄົບຖ້ວນ ເເລະ ຮັດກຸມຂຶ້ນກວ່າເກົ່າ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ເເລະ ປະສິດທີຜົນ ພ້ອມທັງສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງປະເທດເຮົາ.

    ທ່ານ ວຽງວິໄລ ທ່ຽງຈັນໄຊ ສສຊ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄໍາເຫັນເຫັນແລກປ່ຽນໃສ່ກັບສອງບົດລາຍງານດັ່ງກ່າວ ໂດຍສະເພາະ ຕໍ່ກັບວິທີແກ້ໄຂ ຕາມທີ່ໄດ້ຕິດຕາມ ແລະ ເປັນອາຈານສອນກົດໝາຍ ເຫັນວ່າຜູ້ພິພາກສາ ແລະ ໄອຍະການຕ້ອງເປັນຜູ້ທີ່ເຄົາລົບ ປະຕິບັດກົດໝາຍກ່ອນໝູ່ ພ້ອມທັງໃຫ້ຄວາມເປັນທໍາໃນການດໍາເນີນຄະດີ ຍ້ອນທັງສານ ແລະ ໄອຍະການ ເປັນທີ່ເພິ່ງສຸດທ້າຍຂອງປະຊາຊົນ ການປັບປຸງຄໍາຕັດສິນ ຄໍາຖະແຫຼງການນັ້ນ ຕ້ອງປັບເປັນທັນສະໄໜ ຫັນເປັນວິທະຍາດ ແລະ ກ້າວສູ່ສາກົນ ການເຝິກຝົນທັດສະນະທາງດ້ານວິຊາສະເພາະ ຈັນຍາບັນ ແລະ ຈັນຍາທໍາ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ ຕາມພາລະບົດບາດກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍຢ່າງຊັດເຈນ ແລະ ໃຫ້ຖືກກັບຄວາມເປັນຈິງຮອບດ້ານ ຄົບຖ້ວນ ແລະ ພາວະວິໄສ.

     ທ່ານນາງ ມີນາພອນ ຈັນສົມພູ ສສຊ ເຂດເລືອກຕັ້ງທີ 17 ເເຂວງອັດຕະປື ສະເໜີໃຫ້ສານປະຊາຊົນສູງສຸດ ເເລະ ອົງການອຍະການປະຊາຊົນສູງສຸດ ເອົາໃຈໃສ່ຍົກລະດັບຄວາມຮູ້ ຄວາມສາມາດດ້ານວຽກງານວິຊາສະເພາະໃຫ້ຜູ້ພິພາກສາ ເເລະ ພະນັກງານໄອຍະການເເຕ່ລະຂັ້ນໃຫ້ຫຼາຍຂຶ້ນຕື່ມອີກ ເພື່ອຮັບປະກັນເຮັດໃຫ້ການຕັດສີນຄະດີຕ່າງໆມີຄວາມຖືກຕ້ອງ ຊັດເຈນ ຍຸຕິທໍາ ເນື່ອງຈາກວ່າໄລຍະຜ່ານມາ ເຫັນວ່າພາກສ່ວນກ່ຽວຂ້ອງຍັງບໍ່ທັນເອົາໃຈໃສ່ເຂົ້າໃນວຽກງານນີ້ດີເທົ່າທີ່ຄວນ ເຮັດໃຫ້ເກີດຊ່ອງຫວ່າງໃນການຕັດສີນຄະດີ ການດໍາເນີນຄະດີມີລັກສະນະຊັກຊ້າ ເເກ່ຍາວ ຫຼົບໄປຫຼົບມາ ເເລະ ອື່ນໆ.

    ທ່ານພົນຕີ ສາຍໃຈ ກົມມະສິດ ສສຊ ເຂດເລືອກຕັ້ງທີ 15 ເເຂວງຈໍາປາສັກ ສະເໜີໃຫ້ສານປະຊາຊົນສູງສຸດ ກວດກາເບິ່ງຄືນກ່ຽວກັບຕົວເລກເງິນສົດທີ່ສານຕັດສິນຢືດຊັບຜູ້ຖືກຫາໄປແລ້ວ ໃນໄລຍະຜ່ານມາເຫັນວ່າຍັງມີບາງຕົວເລກມີຈໍານວນໜ້ອຍເກີນໄປ ລວມເຖິງກວດກາຄືນກ່ຽວກັບບາງຕົວເລກການເເກ້ໄຂຄະດີອາຍາຢູ່ສານຂັ້ນຕົ້ນ ເຫັນວ່າຍັງບໍ່ທັນສອດຄ່ອງຕາມຄວາມເປັນຈິງເທົ່າທີ່ຄວນ.

    ນອກນີ້ ໃນວາລະກອງປະຊຸມ ສສຊ ເເຕ່ລະເຂດເລືອກຕັ້ງ ຍັງໄດ້ຮັບຟັງການໃຫ້ຄວາມກະຈ່າງເເຈ້ງເພີ່ມຕື່ມກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສານປະຊາຊົນສູງສຸດ ເເລະ ອົງການໄອຍະການປະຊາຊົນສູງສຸດ ຈາກປະທານສານປະຊາຊົນສູງສຸດ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເເລະ ລັດຖະມົນຕີກະຊວງຍຸຕິທໍາ ນອກນີ້ ຕາງໜ້າກອງເລຂານຸການກອງປະຊຸມ ຮັບຜິດຊອບວຽກງານຂົງເຂດຍຸຕິທໍາ ຍັງໄດ້ສະເໜີຮ່າງມະຕິວ່າດ້ວຍການຮັບຮອງເອົາຮ່າງບົດລາຍງານການຈັດຕັ້ງປະຕິບັດເເຜນການເຄື່ອນໄຫວວຽກງານປະຈໍາປີ 2022 ເເລະ ທິດທາງແຜນການປະຈໍາປີ 2023 ຂອງສານປະຊາຊົນສູງສຸດ ເເລະ ອົງການໄອຍະການປະຊາຊົນສູງສຸດຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!