ງານເທສະການອາຫານລາວປະຈໍາປີ 2023 ຈະຈັດຂຶ້ນໃນເດືອນມັງກອນ

    ສູນກາງສະຫະພັນແມ່ຍິງລາວ ແລະ ສະມາຄົມນັກທຸລະກິດແມ່ຍິງ ຈະຈັດງານເທສະການອາຫານລາວປະຈຳປີ 2023 ພາຍໃຕ້ຄຳຂັວນ ອາຫານລາວກ້າວສູ່ສາກົນ ຢູ່ທີ່ສວນເຈົ້າອານຸວົງ ວັນທີ 24-28 ມັງກອນ ໂດຍຈະມີຮ້ານເຂົ້າຮ່ວມຂາຍອາຫານລາວ ອາຫານປະຍຸກ ແລະ ອາຫານນາໆຊາດເຖິງ 180 ຮ້ານ ໃນນັ້ນອາຫານເອກະລັກຈາກທຸກແຂວງໃນທົ່ວປະເທດ ແລະ ຈາກຜູ້ສະໜັບສະໜູນງານ 162 ຮ້ານ ຮ້ານຂາຍເຄື່ອງຫັດຖະກໍາ ແລະ ກະສິກໍາ 18 ຮ້ານ.

    ທ່ານ ນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານສະມາຄົມນັກທຸລະກິດແມ່ຍິງ ປະທານຄະນະກຳມະການຈັດງານເທສະການອາຫານລາວປະຈໍາປີ 2023 ຖະແຫຼງຂ່າວໃຫ້ຮູ້ວັນທີ 26 ທັນວາ 2022 ທີ່ນະຄອນຫຼວງວຽງຈັນວ່າ: ການຈັດງານເທສະການອາຫານລາວ ປະຈໍາປີ 2023 ມີຈຸດປະສົງເພື່ອສືບຕໍ່ຊຸກຍູ້ສົ່ງເສີມຜູ້ຜະລິດ ຜູ້ປູກຝັງ ລ້ຽງສັດ ຮ້ານອາຫານ ຮ້ານຂາຍເຄື່ອງຍ່ອຍ ສິນຄ້າກະສິກໍາຈາກ 18 ແຂວງ ທ້ອງຖິ່ນຕ່າງໆ ລວມທັງນະຄອນຫຼວງວຽງຈັນ ໄດ້ມາວາງສະແດງ ພ້ອມທັງຈໍາໜ່າຍ ຜະລິດຕະພັນຂອງແຕ່ລະແຂວງ ພ້ອມນັ້ນ ເພື່ອອໍານວຍຄວາມສະດວກໃຫ້ຜູ້ປະກອບການແມ່ຍິງໄດ້ສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງ ເພື່ອໂຄສະນາກ້າວສູ່ຕະຫຼາດສາກົນໃຫ້ນັບມື້ນັບຫຼາຍຂຶ້ນ ນອກນີ້ ເພື່ອສົ່ງເສີມວັດທະນະທໍາ ຫັດຖະກໍາລາວ ເຊິ່ງຢູ່ຄູ່ກັບວັດທະນະທໍາທາງດ້ານອາຫານລາວໃຫ້ມີການພັດທະນາຂຶ້ນເລື້ອຍໆ.

    ສໍາລັບກິດຈະກໍາພາຍໃນ ຈະມີການສະແດງສິລະປະ ແລະ ເດີນແບບອາພອນເພດຊົງລາວ ຈັດໃຫ້ມີການໂຄສະນາຜະລິດຕະພັນຂອງບໍລິສັດ ແລະ ພາກສ່ວນທີ່ສະໜັບສະໜູນງານເທສະການອາຫານເທິງເວທີເປັນປະຈໍາທຸກວັນ ຈັດໃຫ້ມີການຖ່າຍທອດສົດການຂາຍອາຫານຍອດນິຍົມຂອງແຕ່ລະແຂວງ ການແຂ່ງຂັນປຸງແຕ່ງເຂົ້າສັງຂະຫຍາແບບດັ່ງເດີມ ແລະ ກິດຈະກໍາອື່ນໆທີ່ສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຜູ້ທີ່ມາທ່ຽວງານ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!