ວາງສີລາລຶກ ໂຄງການກໍ່ສ້າງໂຮງປຸງແຕ່ງກາເຟອິນຊີ ແລະ ຄວາມຫຼາກຫຼາຍທາງດ້ານເສດຖະກິດໃນເຂດຊົນນະບົດ

    ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງປຸງແຕ່ງກາເຟອິນຊີ ແລະ ຄວາມຫຼາກຫຼາຍທາງດ້ານເສດຖະກິດໃນເຂດຊົນນະບົດ ແລະ ສ້າງຄວາມອາດສາມາດໃຫ້ຊາວບ້ານຂອບການຮ່ວມມື ແມ່ນໍ້ຂອງ-ແມ່ນໍ້າຄົງຄາ ພາຍໃຕ້ການຊ່ວຍເຫຼືອລ້າຂອງໂຄງການເຫັນຜົນໄວ ຈັດຂຶ້ນວັນທີ 22 ທັນວາ 2022 ບ້ານນໍ້າວາງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໂດຍມີທ່ານ ພູມອນ ຄຸນສິລີເຮຶອງ ຮອງເຈົ້າເມຶອງວຽງພູຄາ ທ່ານ ດິນກາ ອາສທານາ (Dinkar Asthana) ເອກອັກຄະລັດຖະທູດອິນເດຍ ປະຈໍາລາວ ພ້ອມດ້ວຍຄະນະນໍາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ດິນກາ ອາສທານາ ກ່າວວ່າ: ໂຄງການມີຈຸດປະສົງເພື່ອປັບປຸງຄຸນນະພາບຂອງກາເຟ ແລະ ຄວາມຫຼາກຫຼາຍທາງເສດຖະກິດຂອງບ້ານ ແລະ ຍັງສາມາດປູກໝາກຖົ່ວ ແລະ ໝາກໄມ້ຊະນິດຕ່າງໆຢູ່ທີໃຕ້ຮົ່ມຕົ້ນກາເຟ ການສ້າງຄວາມອາດສາມາດໃຫ້ແກ່ຊາວບ້ານ ກໍເປັນສ່ວນໜຶ່ງຂອງໂຄງການນີ້ເຊັ່ນດຽວກັນ ໂຄງການນີ້ ຈະນຳມາເຊິ່ງຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງມາສູ່ຊາວບ້ານທ້ອງຖິ່ນແຫ່ງນີ້ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ຄະນະກຳມະການຊິ້ນຳໂຄງການຂັ້ນເມືອງ ຂັ້ນແຂວງ ຂອງກະຊວງກະສິກຳ ແລະ ປ່າໄມ້ ຊ່ວຍຈັດຕັ້ງປະຕິບັດໂຄງການນິ້ໃຫ້ມີຜົນສຳເລັດ.

    ໂຄງການນີ້ ຖືກຈັດຕັ້ງປະຕິບັດພາຍໃຕ້ໂຄງການເຫັນຜົນໄວ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໂຄງການເຫັນຜົນໄວນີ້ ເປັນໂຄງການທີ່ຈັດຕັ້ງປະຕິບັດເພື່ອໃຫ້ບັນລຸຜົນສຳເລັດອັນເປັນປະໂຫຍດແກ່ຊຸມຊົນໃນທ້ອງຖິ່ນໂດຍກົງ ເຫັນຜົນໄວ ແລະ ຊັດເຈນ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດສັງຄົມ ພາຍໃຕ້ທຶນຊ່ວຍເຫຼືອລ້າ ມູນຄ່າ 50.000 ໂດລາສະຫະລັດ ໂດຍລັດຖະບານອິນເດຍ.

    ທ່ານ ພູມອນ ຄຸນສິລີເຮຶອງ ກ່າວວ່າ: ນອກຈາກຈະໄດ້ຮັບການສະໜັບສະໜູນຂອງອົງການສະຫະປະຊາຊາດແລ້ວ ມາປີນີ້ ຍັງໄດ້ຮັບທຶນສະໜັບສະໜູນຈາກສະຖານທູດອິນເດຍ ໃນການກໍ້ສ້າງໂຮງງານປຸງແຕ່ງກາເຟ ຕາມບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງກະຊວງການຕ່າງປະເທດ ສາທາລະລັດອິນເດຍ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໃນໂຄງການກໍ່ສ້າງໂຮງງານປຸງແຕ່ງກາເຟ ບ້ານ ນໍ້າວາງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໃນຄັ້ງວັນທີ 31 ມີນາ 2022 ຖືວ່າ: ”ການກໍ້ສ້າງໃນຄັ້ງນີ້ ແມ່ນມາດຕະການຍຸດທະສາດ ແລະ ພື້ນຖານຍາວນານຂອງພັກ” ແມ່ນຄວາມຮັບຜິດຊອບຕົ້ນຕໍຂອງຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ແມ່ນຕ້ອງເລີ່ມຈາກບຸກຄົນ ຄອບຄົວທີ່ມີຄວາມຕື່ນຕົວທາງດ້ານການເມືອງ ເຂົ້າໃຈແຈ້ງຕໍ່ແນວທາງການນໍາພາຂອງພັກ ປະຕິບັດ ແລະ ເຄົາລົບລະບຽບກົດໝາຍຂອງ ລັດ ທຳມາຫາກິນຖືກຕ້ອງຕາມລະບຽບກົດໝາຍ ຂະຫຍັນໝັ່ນພຽນ ປະຢັດມັດທະຍັດ ສ້າງລາຍຮັບເຂົ້າຄອບຄົວນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ຄອບຄົວມີຄວາມອົບອຸ່ນ ສະມາຊິກພາຍໃນຄອບຄົວມີສຸຂະພາບແຂງແຮງດີ ມີເງິນສົ່ງລູກເຕົ້າໃຫ້ໄດ້ຮັບການສຶກສາຮ່ຳຮຽນໃນລະດັບຕ່າງໆ ຍາມເຈັບເປັນກໍມີເງິນຊື້ຢາປິ່ນປົວ ປ່ຽນແທນຈາກຄວາມອຶດຢາກ ຂາດເຂີນ ກາຍມາເປັນກິນອີ່ມນຸ່ງອຸ່ນ ກິນແຊບນຸ່ງງາມ ມີເວລາປະກອບສ່ວນເຂົ້າໃນວຽກ ງານການປົກປັກຮັກສາ ແລະ ພັດທະນາບ້ານຊ່ອງຂອງຕົນ ກໍຄືເມືອງວຽງພູຄາ ໃຫ້ມີຄວາມຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ ເປັນຕົ້ນ ສະມາຊິກໃນຄອບຄົວກໍໄດ້ຕັ້ງໜ້າປະກອບສ່ວນປະຕິບັດຄໍາຂັວນ 3 ດີ ຂອງແມ່ຍິງລາວ ປະຕິບັດຄໍາຂັວນ 2 ສາມັກຄີ 3 ດີ 4 ພັດທະນາ ຂອງຊາວຫນຸ່ມປະຊາຊົນປະຕິວັດລາວ ຕື່ນຕົວເຄົາລົບ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຢ່າງເຂັ້ມງວດ ປະກອບສ່ວນປົກປັກຮັກສາຄວາມສະຫງົບສຸກຂອງບ້ານ ດຸໝັ່ນເພີ່ມພູນຜະລິດຜົນ ມີແບບແຜນການດໍາລົງຊິວິດທີ່ດີງາມ ມີຄວາມສາມັກຄີຮັກແພງກັນ ປະຕິບັດຄວາມສະເໝີພາບລະຫວ່າງເຜົ່າ ສີລະປະວັດທະນະທໍາຂອງເຜົ່າໄດ້ຮັບການອານຸຮັກ ທຸກຊັ້ນຄົນ ທຸກອົງການຈັດຕັ້ງສັງຄົມ ເພດໄວພາຍໃນບ້ານ ແມ່ນເປັນເອກະພາບ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະ ໄດ້ເປັນບ້ານຕົວແບບໃນຫຼາຍໆດ້ານເຊັ່ນ: ໜ່ວຍພັກບ້ານ ໄດ້ເປັນໝ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ໄດ້ຮັບການຢັ້ງຢືນຂະບວນການ 3 ດີຂອງແມ່ຍິງ ການຈັດຕັ້ງຂອງບ້ານມີຄວາມເຂັ້ມແຂງ ໄດ້ຮັບນາມມະຍົດເປັນບ້ານປອດຄະດີ ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ 85% ຂຶ້ນໄປ ເປັນບ້ານແບບຢາງສາທາລະນະສຸກ ເປັນບ້ານທີ່ປະກາດລຶບລ້າງການກືກໜັງສືຂັ້ນປະຖົມສຶກສາ 100% ແລະ ໃຫ້ສາມາດຮັບຮອງເປັນບ້ານພັດທະນາໃນອານາຄົດ.

# ພາບ-ຂ່າວ: ທູດອິນເດຍ

error: Content is protected !!