ສຳເລັດຍົກລະດັບຄວາມຮູ້ການປະດິດແຕ່ງບົດປະພັນວັນນະຄະດີ

    ພິທີປິດຊຸດເຝິກອົບຮົມ ຍົກລະດັບຄວາມຮູ້ການປະດິດແຕ່ງບົດປະພັນວັນນະຄະດີ ປະຈຳປີ 2022 ຂອງກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຈັດຂຶ້ນວັນທີ 23 ທັນວາ 2022 ໃຫ້ກຽດມອບໃບຢັ້ງຢືນຂອງທ່ານນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີວິທະຍາກອນ ແລະ ສໍາມະນາກອນເຂົ້າຮ່ວມ.

    ທ່ານ ທອງເດືອນ ທຳມະວົງ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາຍງານໃຫ້ຮູ້ວ່າ: ໃນໄລຍະ 5 ວັນ (19-23 ທັນວາ) ຂອງການເຝິກອົບຮົມ ສຳມະນາກອນສາມາດຮຽນຮູ້ວິທີຂຽນເລື່ອງສັ້ນ ເລື່ອງຍາວ ຫຼື ນະວະນິຍາຍເຊັ່ນ: ຂໍ້ຄິດສ້າງເລື່ອງ ຫົວເລື່ອງ ການວາງໂຄງເລື່ອງ ການສ້າງຂອດ ສ້າງກະທູ້ແນວຄິດເລື່ອງ ການມະໂນພາບ ແລະ ບັນຍາກາດ ການຕັ້ງຊື່ຕົວລະຄອນ ການຈັດຕົວລະຄອນ ແລະ ການໃຫ້ບົດບາດຕົວລະຄອນ ການບັນຍາຍເລື່ອງ ພາສາບົດສົນທະນາຂອງຕົວລະຄອນ ການເປີດເລື່ອງ ຄວາມໜັກແໜ້ນຂອງເລື່ອງ ຄວາມຊັດເຈນ ທັງບົດເລື່ອງສັ້ນເລື່ອງຍາວກໍມີວິທີ່ແຕກຕ່າງກັນ ສ່ວນວິທີການແຕ່ງບົດກາບ ແລະ ກອນ ກໍມີປະເພດຄຳໃນກາບ ແລະ ກອນ ການສຳຜັດເກາະກ່າຍດ້ວຍສະຫຼະ ແລະ ພະຍັນຊະນະ ການໃຊ້ຄຳປະຈຳບ່ອນຄຳເອກ ຄຳໂທ ຄຳກ່າຍນອກ (ສຳຜັດນອກ) ຄຳກ່າຍໃນ (ສຳຜັດໃນ) ການສຳຜັດແບບທຽມເອກ ໂຄງຮ່າງຂອງກາບກອນ ການຊ້ອນຄຳເອກ ຄຳໂທ ແລະ ອື່ນໆ.

    ຜ່ານການເຝິກອົບຮົມ ເຫັນວ່າສຳມະນາກອນມີຄວາມຮັກ ຄວາມມັກການຂຽນບົດປະພັນວັນນະຄະດີ ແລະ ບາງຄົນກໍມີພື້ນຖານການຂຽນບົດປະພັນວັນນະຄະດີມາແລ້ວ ນອກຈາກນີ້ ສຳນະນາກອນຍັງມີຄວາມຫ້າວຫັນຕັ້ງໃຈສົນທະນາ ແລກປ່ຽນບົດຮຽນຍາດແຍ່ງເອົາຄວາມຮູ້ຈາກວິທະຍາກອນ ເພື່ອມຸ່ງຫວັງເດີນບົນເສັ້ນທາງການຂຽນບົດປະພັນວັນນະຄະດີ ເພື່ອອະນາຄົດທີ່ມີຊື່ສຽງ ເຮັດໃຫ້ຊຸດເຝິກອົບຮົມມີບັນຍາກາດດີ ແລະ ເປັນກັນເອງ ນອກນີ້ ການເຝິກອົບຮົມດັ່ງກ່າວ ສາມາດຂຸດຄົ້ນພອນສະຫວັນ ແລະ ຄວາມສາມາດບົ່ມຊ້ອນຂອງສຳມະນາກອນໃຫ້ກ້າສະແດງຄວາມຮູ້ ຄວາມສາມາດອອກມາ ສາມາດເກັບກໍາບົດກະວີ ແລະ ເລື່ອງສັ້ນໄດ້ຫຼາຍບົດ ຫຼາຍເລື່ອງທີ່ສະທ້ອນໃຫ້ເຫັນຄວາມເປັນຈິງຂອງສັງຄົມ ຂອງຕົວລະຄອນທີ່ມີຈິງ ບົດກະວີ ແລະ ບົດເລື່ອງສັ້ນເຫຼົ່ານີ້ ສາມາດຈັດພິມເປັນປຶ້ມ ລົງພິມໃນວາລະສານ ໜັງສືພິມ ສື່ອອນລາຍຕ່າງໆໄດ້.

# ຂ່າວ – ພາບ : ຂັນທະວີ

error: Content is protected !!