ສຳມະນາສະຕາດອັບ ໃນຍຸກການຫັນເປັນດິຈິຕ໋ອນແກ່ໄວໜຸ່ມຍຸກໃໝ່

    ໄຂກອງປະຊຸມສຳມະນາສະຕາດອັບ ໃນຍຸກການຫັນເປັນດິຈິຕ໋ອນ (Startup Seminar) ໃຫ້ແກ່ໄວໜຸ່ມຍຸກໃໝ່ ໂດຍເນັ້ນ 3 ຫົວຂໍ້ຫຼັກຄື ສົນທະນາກັບສະຕາດອັບແຖວໜ້າຂອງລາວ ແລະ ສາກົນ ສົນທະນາການເຂົ້າເຖິງແຫຼ່ງທຶນສໍາລັບ SME ແລະ STARTUP ສົນທະນາກ່ຽວກັບການຫັນເປັນດິຈິຕ໋ອນຂອງໂລກ ເພື່ອສົ່ງເສີມວຽກງານສະຕາດອັບໃຫ້ມີການຂະຫຍາຍຕົວ ກ້າວໜ້າ ທັນສະໄໝ ແລະ ຍືນຍົງ.

    ໃນວັນທີ 23 ທັນວາ 2022 ກະຊວງກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດສຳມະນາສະຕາດອັບໃນຍຸກການຫັນເປັນດິຈິຕ໋ອນ (Startup Seminar) ຂຶ້ນ ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າກົມປອດໄພໄຊເບີ (ກຕສ) ທ່ານນາງ ເກສອນ ສຸລິວົງ ຮັກສາການຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ທ່ານນາງ ຄຳຍອງ ສີຈັນທະວົງ ຮອງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ພ້ອມດ້ວຍຫົວໜ້າພະແນກພັດທະນາຜູ້ປະກອບການ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ປະທານສະມາຄົມ Kotra ແລະ ພາກສ່ວນກ່ຽວຂ້ອງ.

    ທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າກົມປອດໄພໄຊເບີ ກ່າວວ່າ ດັ່ງທີ່ຊາບກັນແລ້ວວ່າ ໃນໄລຍະຜ່ານມາ ວຽກງານການສົ່ງເສີມສະຕາດອັບ ແມ່ນກໍາລັງໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍ ກຕສ ໄດ້ສ້າງວິໄສທັດພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ 20 ປີ (2021-2040) ຍຸດທະສາດພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ 10 ປີ (2021–2030) ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ 5 ປີ (2021-2025) ໃນນັ້ນ ປະກອບດ້ວຍ 14 ແຜນວຽກ ແລະ ແຜນວຽກທີ 7 ໄດ້ລະບຸເຖິງການສົ່ງເສີມທຸລະກິດ SME ແລະ STARTUP ໂດຍການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ແລະ ສະພາແຫ່ງຊາດໄດ້ຮັບຮອງເອົາແຜນດັ່ງກ່າວໃນວັນທີ 16 ພະຈິກ 2021 ທີ່ຜ່ານມາ.

    ຈຸດປະສົງຂອງການສໍາມະນາໃນຄັ້ງນີ້ ເພື່ອເປັນການສ້າງຄວາມເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສຳຄັນ ໃນວຽກງານການສົ່ງເສີມສະຕາດອັບ ເຊິ່ງເປັນໜຶ່ງໃນແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ການສຳມະນາສະຕາດອັບ ໂດຍຈະສົນທະນາ 3 ຫົວຂໍ້ຫຼັກຄື ສົນທະນາກັບສະຕາດອັບແຖວໜ້າຂອງລາວ ແລະ ສາກົນ ສົນທະນາການເຂົ້າເຖິງແຫຼ່ງທຶນສາລັບ SME ແລະ STARTUP ສົນທະນາກ່ຽວກັບການຫັນເປັນດິຈິຕ໋ອນຂອງໂລກ ເພື່ອສົ່ງເສີມວຽກງານສະຕາດອັບໃຫ້ມີການຂະຫຍາຍຕົວ ກ້າວໜ້າ ທັນສະໄໝ ແລະ ຍືນຍົງ. ໃນງານ ໄດ້ຮັບຟັງການແລກປ່ຽນຄວາມຮູ້ ປະສົບການ ແລະ ຄວາມຄິດເຫັນຈາກຕາງໜ້າຜູ້ກໍ່ຕັ້ງຊຽງໝ້ຽງເທັກໂນເວເຕີ ຕົວແທນຈາກຕົວແທນໂກຕຣາ kotra ຈາກຟູດແພນດ້າ ຕົວແທນຈາກກອງທຶນສົມທົບທຸລະກິດ ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນອື່ນໆອີກດ້ວຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!