ຄະນະພັກ-ອົງການປົກຄອງ ນວ ມອບອຸປະກອນ-ທຶນການສຶກສາ ໃຫ້ ມສ ອິນແປງ

    ໃນໂອກາດເດີນທາງໄປເຂົ້າຮ່ວມພິທີປິດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງ ເກມ) ແລະ ຮັບທຸງກີລາແຫ່ງຊາດ ຕໍ່ຈາກແຂວງຊຽງຂວາງ ເພື່ອເປັນເຈົ້າພາບຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII (ນະຄອນຫຼວງວຽງຈັນ ເກມ 2025) ຄະນະພັກ-ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ນໍາໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ກໍໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນ ມສ ອິນແປງ ບ້ານຄັງວຽງ ເມືອງແປກ ແຂວງຊຽງຂວາງ ວັນທີ 23 ທັນວາ 2022 ຢູ່ໂຮງຮຽນດັ່ງກ່າວ ເຊິ່ງຮັບໂດຍຜູ້ອໍານວຍການໂຮງຮຽນ ມສ ອິນແປງ ມີທ່ານ ສົມພູ ພົງສາ ຮອງຄະນະກໍາມະການໂອແລມປິກແຫ່ງຊາດລາວ ທ່ານ ບຸນເລື່ອນ ບັນດາຮັກ ຫົວໜ້າພະແນກສຶກສາທິການ ແລະ ກີລາ (ສສກ) ແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

    ສໍາລັບເຄື່ອງຊ່ວຍເຫຼືອທີ່ນໍາມາມອບໂຮງຮຽນ ມສ ອິນແປງ ຄັ້ງນີ້ ປະກອບມີປຶ້ມຕໍາລາຮຽນ ຄອມພິວເຕີ ເຄື່ອງພິມ ມູນຄ່າ 35 ລ້ານກີບ ແລະ ທຶນການສຶກສາ 150 ລ້ານກີບ ລວມມູນຄ່າທັງໝົດ 185.000 ລ້ານກີບ.

    ຈຸດປະສົງເພື່ອຕອບສະໜອງຕາມການສະເໜີຂໍການຊ່ວຍເຫຼືອຂອງພະແນກ ສສກ ແຂວງຊຽງຂວາງ ກໍຄືໂຮງຮຽນ ມສ ອິນແປງ ທີ່ມີຄວາມຂາດເຂີນດ້ານອຸປະກອນການຮຽນ-ການສອນ ແນໃສ່ຊຸກຍູ້-ສົ່ງເສີມດ້ານວຽກງານດ້ານການສຶກສາ ເຮັດໃຫ້ໂຮງຮຽນດັ່ງກ່າວມີອຸປະກອນດ້ານໄອທີ ນໍາໃຊ້ໃນການບໍລິຫານຫ້ອງການ ໂຮງຮຽນ ແລະ ນໍາໃຊ້ໃນການຮຽນ-ການສອນ ເພື່ອສູ້ຊົນສິດສອນນັກຮຽນໃຫ້ສາມາດໄດ້ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບແຂວງ ກໍຄືລະດັບປະເທດໃນອະນາຄົດ.

(ສະບາໄພ)

error: Content is protected !!