ສານປະຊາຊົນສູງສຸດ ພິຈາລະນາແກ້ໄຂຄະດີໄດ້ 6.851 ເລື່ອງ

    ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ວັນທີ 26 ທັນວາ 2022 ທີ່ສະພາແຫ່ງຊາດ ເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ມີທ່ານນາງ ວຽງທອງ ສີພັນດອນ ຫົວໜ້າອົງການສານປະຊາຊົນສູງສຸດ ທ່ານ ໄຊຊະນະ ໂຄດພູທອງ ຫົວໜ້າອົງການໄອຍະການສູງສຸດ ແລະ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທົ່ວປະເທດເຂົ້າຮ່ວມ.

    ກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດໄດ້ພ້ອມກັນຮັບຟັງ ແລະ ປະກອບຄໍາຄິດເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ຂອງອົງການສານປະຊາຊົນສູງ ແລະ ອົງການໄອຍະການປະຊາຊົນສູງສຸດ.

    ສໍາລັບບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ຂອງອົງການສານປະຊາຊົນສູງ ທ່ານນາງ ວຽງທອງ ສີພັນດອນ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາ ໂດຍສະເພາະ ການພິຈາລະນາແກ້ໄຂຄະດີ ໄດ້ກໍານົດແບບແຜນ ແລະ ກົນໄກການດໍາເນີນຄະດີ ການແກ້ໄຂຄະດີໃຫ້ມີຄວາມວ່ອງໄວ ປອດໃສ ແລະ ຖືກຕ້ອງ ໜຶ່ງປີຜ່ານມາ ມີຄະດີພິຈາລະນາເຂົ້າມາສານທັງໝົດ 10.352 ເລື່ອງ ໃນນີ້ ຄ້າງມາແຕ່ທ້າຍປີ 2021 ທັງໝົດ 3.323 ເລື່ອງ ແລະ ເຂົ້າໃໝ່ປີ 2022 ທັງໝົດ 7.029 ເລື່ອງ ໄດ້ພິຈາລະນາແກ້ໄຂແລ້ວ 6.851 ເລື່ອງ ເທົ່າກັບ 66.18% ຂອງຈໍານວນຄະດີທັງໝົດ ແລະ ກໍາລັງເກັບກໍາຂໍ້ມູນ 3.501 ເລື່ອງ ພ້ອມນັ້ນ ໄດ້ອອກຄໍາແນະນໍາ ສະບັບເລກທີ 02/ສປສສ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງສານປະຊາຊົນ ຕິດພັນກັບການດໍາເນີນຄະດີ ການຕັດສິນ ແລະ ການພິພາກສາຄະດີ ຜ່ານການຈັດຕັ້ງປະຕິບັດໄດ້ຕັດສິນຄະດີຢາເສບຕິດທັງໝົດ 2.265 ເລື່ອງ ໃນນັ້ນ ໂທດປະຫານຊີວິດ 39 ຄົນ ຕັດສິນລົງໂທດຕະຫຼອດຊີວິດ ຫຼຸດໂທດຕັດອິດສະຫຼະພາບຈໍາຄຸກຈໍານວນໜຶ່ງ ຮິບຢາເສບຕິດແລ້ວທໍາລາຍຖິ້ມ ຮິບທີ່ດິນ ເຮືອນ ພາຫະນະ ແລະ ຊັບສິນອື່ນໆທີ່ພົວພັນກັບຢາເສບຕິດ ສ່ວນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຜ່ານການປະສານສົມທົບກັບຄະນະຮັບຜິດຊອບເຕົ້າໂຮມຊັບສິນທີ່ເຈົ້າໜ້າທີ່ຍຶດ ອາຍັດ ແລະ ສານຕັດສິນຮິບເປັນຂອງລັດ ໄດ້ລົງຕິດຕາມຊຸກຍູ້ໃຫ້ປະຊາຊົນທ້ອງຖິ່ນ ເອົາໃຈໃສ່ສະຫຼຸບສັງລວມບັນຊີຊັບສິນທີ່ສານໄດ້ຕັດສິນຮິບເຂົ້າເປັນຂອງລັດຕາມຄໍາສັ່ງ 07/ນຍ ສາມາດສະຫຼຸບໄດ້ເບື້ອງຕົ້ນຄື: ປະເພດເງິນສົດ 2,10 ຕື້ກີບ 698.680 ບາດ 4.202 ໂດລາສະຫະລັດ 10.000 ດົງ ແລະ 50 ຢວນ ທີ່ດິນພ້ອມເຮືອນ 8 ຕອນ ປະເພດໄມ້ 92 ໂຕ ພາຫະນະລົດໃຫຍ່ 12 ຄັນ ລົດຈັກ 21 ຄັນ ແລະ ວັດຖຸມີຄ່າ 43 ລາຍການ.

    ນອກນີ້ ໄດ້ສຳເລັດການຄົ້ນຄວ້າຄຳຮ້ອງ-ຄຳສະເໜີຂອງປະຊາຊົນ ທີ່ຕິດພັນກັບການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ແລະ ຜູ້ພິພາກສາຈໍານວນ 12 ສະບັບ ແລະ ຄໍາຮ້ອງ-ຄຳສະເໜີຂອງປະຊາຊົນ ຕິດພັນກັບບັນຫາກ່ຽວກັບກົດໝາຍ ແລະ ການດຳເນີນຄະດີຂອງສານ 37 ສະບັບ ໄດ້ສຳເລັດການກວດກາຄຳຕັດສິນ ແລະ ຄຳພິພາກສາຂອງສານປະຊາຊົນນະຄອນຫຼວງວຽງຈັນ ສານປະຊາຊົນພາກກາງ ແລະ ສານປະຊາຊົນສູງສຸດ 422 ເລື່ອງ.

    ທິດທາງແຜນການ 2023 ສືບຕໍ່ພັດທະນາກົນໄກການດໍາເນີນຄະດີໃຫ້ມີຄວາມວ່ອງໄວ ບໍ່ໃຫ້ມີຫຼາຍຂັ້ນຕອນສະຫຼັບຊັບຊ້ອນ ຮັບປະກັນຄວາມໂປ່ງໃສ ກວດກາໄດ້ ເອົາໃຈໃສ່ພິຈາລະນາຕັດສິນຄະດີ ປະຕິບັດຫຼັກການຕັດສິນ 3 ຂັ້ນ ໂດຍຮັບປະກັນໃຫ້ສານຂັ້ນຕົ້ນພິຈາລະນາທາງດ້ານຂໍ້ມູນ ຫຼັກຖານຢ່າງຄົບຖ້ວນ ຮອບດ້ານ ພາວະວິໄສ ສານອຸທອນກວດກາ ກັ່ນຕອງ ພິຈາລະນາຂໍ້ມູນຫຼັກຖານ ແລະ ກົດໝາຍ ສ່ວນສານຂັ້ນລົບລ້າງພິຈາລະນາຄະດີແຕ່ບັນຫາກົດໝາຍເທົ່ານັ້ນ ສ້າງກົນໄກຊຸກຍູ້ ແນະນໍາ ເພີ່ມທະວີການໂຕ້ແຍ່ງຂອງໂຈດ ຈໍາເລີຍໃຫ້ລະອຽດ ຈະແຈ້ງ ຄົບຖ້ວນທຸກປະເດັນ ແລະ ໃຫ້ສິ້ນສຸດການໂຕ້ແຍ່ງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!