ມອບລາງວັນໃຫ້ທີມຊະນະການແຂ່ງຂັນ Lao ICT and Innovation Award 2022

    ພິທີປິດງານສັບປະດາດິຈິຕອນ ປະຈຳປີ 2022 (Digital Week 2022) ແລະ ປະກາດຜົນການແຂ່ງຂັນ Lao ICT and Innovation Award 2022 ຈັດຂຶ້ນວັນທີ 25 ທັນວາ 2022 ທີ່ຫໍປະຊຸມແຫ່ງຊາດ ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ຜູ້ເຂົ້າແຂ່ງຂັນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ທ່ານ ຄໍາຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພທາງໄຊເບີ ກຕສ ກ່າວວ່າ ງານດັ່ງກ່າວດຳເນີນມາແຕ່ວັນທີ 21-25 ທັນວາ ພາຍໃນງານ ໄດ້ມີການແຂ່ງຂັນຫຼາຍຫົວຂໍ້ເຊັ່ນ ແຂ່ງຂັນໂຕ້ວາທີໃນຫົວຂໍ້ ຄວາມປອດໄພເຕັກໂນໂລຊີດີຈີຕ໋ອນ ການແຂ່ງຂັນ Lao Cyber Security Hacking Challenge 2022 ການແຂ່ງຂັນ Lao Cyber Security Hacking Challenge 2022 ຈັດສໍາມະນາສະຕາດອັບ ແຂ່ງຂັນ Lao ICT and Innovation Award ປະຈໍາປີ 2022 ທັງນີ້ກໍເພື່ອຊຸກຍູ້ສົ່ງເສີມໃຫ້ບັນດານັກພັດທະນາ ບໍລິສັດທາງດ້ານໄອຊີທີ startup ໃນລາວ ສ້າງຊື່ສຽງຜະລິດຕະພັນຂອງຕົນໃຫ້ກັບຄົນລາວ ແລະ ສາມາດບໍລິການອອກສູ່ສາກົນ ພ້ອມນັ້ນ ກໍສົ່ງເສີມໃຫ້ຄົນລາວໄດ້ນໍາໃຊ້ການບໍລິການໄອຊີທີ ດີຈີຕ໋ອນ ແລະ ນະວັດຕະກໍາຂອງຄົນລາວ ເພື່ອຄັດເລືອກຜົນງານທີ່ດີເດັ່ນ ແລະ ເປັນຕົວແທນຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນງານ ASEAN ICT and Digital Award ໃນຕໍ່ໜ້າ.

    ຜ່ານການແຂ່ງຂັນໂຕ້ວາທີ ທີມ cyberthon1 ໄດ້ລາງວັນທີ 1 ໄດ້ຮັບເງິນ 5 ລ້ານກີບ ການແຂ່ງຂັນ Lao Cyber Security Hacking Challenge ທີມ Zonice Naynay ໄດ້ລາງວັນທີ 1 ໄດ້ຮັບເງິນລາງວັນ 5 ລ້ານກີບ ການແຂ່ງຂັນ Lao ICT and Innovation Award ປະເພດນັກສຶກສາທີມ HAPPY APP ທ້າວ ຄຳໄຊ ມົວ ໄດ້ລາງຊະນະເລີດ ໄດ້ຮັບເງິນ 6 ລ້ານກີບ ໝວດທົ່ວໄປ ທີມລາວຊຸບເປີແອັບ ຈາກບໍລິສັດສະຕາໂຄລະຄົມ ໄດ້ລາງວັນຊະນະເລີດ ໄດ້ຮັບເງິນ 10 ລ້ານກີບ ນອກຈາກນີ້ ຍັງມີລາງວັນທີ 2 ທີ 3 ລາງວັນຊົມເຊີຍ ແລະ ມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນສະໜັບສະໜູນງານອີກດ້ວຍ ມອບໂດຍທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ ກຕສ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!