ການນຳໃຊ້ຢາຂ້າຫຍ້າ ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ

ສະ­ພາບ​ການ​ນຳ​ໃຊ້​ສານ​ເຄ​ມີ​ຢາ​ຂ້າ​ຫຍ້າ ຢູ່​ບັນ­ດາ​ແຂວງ​ແມ່ນ​ຖືກ​ນຳ​ໃຊ້​ຢ່າງ​ກວ້າງ­ຂວາງ ແລະ ໜ້າ​ເປັນ​ຫ່ວງ ມີ​ຊາວ​ກະ­ສິ­ກຳ​ບາງ​ຈຳ­ນວນ ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ກະ­ສິ­ກຳ​ຄົວ​ເຮືອນ ອຸດ­ສາ­ຫະ­ກຳ ປູກ​ກ້ວຍ​ອ້ອຍ​ຂອງ​ນັກ​ລົງ­ທຶນ ແລະ ເກີດ​ມີ​ຂະ​ບວນ​ບໍ­ລິ­ການ​ສີດ​ຢາ​ຂ້າ​ຫຍ້າ​ເປັນ​ຈຳ­ນວນ​ຫຼາຍ ເຊິ່ງ​ປັດ​ໄຈ​ຫຼັກ​ທີ່​ປະ­ຊາ­ຊົນ ກໍ​ຄື ນັກ​ລົງ­ທຶນ​ທີ່​ຫັນ​ມາ​ນຳ​ໃຊ້​ສານ​ເຄ​ມີ ແມ່ນ​ພຽງ​ແຕ່​ເປັນ​ການ​ຫຼຸດ­ຜ່ອນ​ແຮງ​ງານ​ການ​ຜະ­ລິດ​ເທົ່າ​ນັ້ນ ສ່ວນ​ໄພ​ອັນ­ຕະ­ລາຍ​ທີ່​ຕາມ​ມາ​ແມ່ນ​ບໍ່​ໄດ້​ຄຳ­ນຶງ​ເຖິງ ອັນ​ໄດ້​ກໍ່­ໃຫ້­ເກີດ​ໂລກ­ໄພ­ໄຂ້­ເຈັບ ຜົນ​ເສຍ​ຫາຍ​ຕາມ​ມາ.

ຈາກ​ການ​ເກັບ​ກຳ​ຂໍ້​ມູນ​ການ​ນຳ​ໃຊ້​ສີດ​ຢາ​ຂ້າ​ຫຍ້າ​ຢູ່ 5 ແຂວງ​ພາກ​ເໜືອ​ໃນ​ເບື້ອງ​ຕົ້ນ​ມີ​ຫຼາຍ​ກວ່າ 38 ຊະ­ນິດ ບໍ່​ລວມ​ເອົາ​ສານ​ກະ​ຕຸ້ນ​ຮໍ​ໂມນ ແລະ 36 ຊະ­ນິດ ລ້ວນ​ແຕ່​ນອນ​ຢູ່​ໃນ​ບັນ­ຊີ​ການ​ເກືອດ​ຫ້າມ​ຂອງ​ກະ­ຊວງ​ກະ­ສິ­ກຳ​ປ່າ­ໄມ້ ເລກ​ທີ 2860/ກປ ແລະ ສັນ­ຍາ​ລ໋ອດ​ສະ​ເຕີ​ດຳ​ທີ່ ສປປ ລາວ ເປັນ​ພາ­ຄີ ໂດຍ​ສະ­ເພາະ​ແມ່ນ ນ້ຳ​ຢາ​ສານ​ເຄ​ມີ​ຊະ­ນິດ​ພາ­ລາ​ຄອນ​ທີ່​ມີ​ພິດ​ຕົກ​ຄ້າງ​ເຖິງ 20 ປີ ສ່ວນ​ໄກ​ໂຄ​ເຊດ​ຈັດ​ຢູ່​ໃນ​ກໍ­ລະ­ນີ​ອະ­ນຸ­ໂລມ ຍ້ອນ​ວ່າ​ພິດ​ຕົກ​ຄ້າງ​ບໍ່​ຍາວ​ນານ​ດ້ວຍ​ປັດ​ໄຈ​ທີ່​ເປັນ​ໄພ​ຕໍ່​ຊີ­ວິດ ທຳ​ມະ​ຊາດ ຊີ­ວະ​ນາໆພັນ.

ຜົນ​ກະ­ທົບ​ຂອງ​ການ​ນຳ​ໃຊ້​ຢາ​ຂ້າ​ຫຍ້າ ເຊິ່ງ​ມາ​ເຖິງ​ປັດ­ຈຸ­ບັນ ໄດ້​ມີ​ການ​ປຸກ­ລະ­ດົມ​ໃຫ້​ຢຸດ​ນຳ​ໃຊ້​ສານ​ເຄ​ມີ​ໃນ​ການ​ຂ້າ​ຫຍ້າ ແລະ ພືດ​ຕ່າງໆ ໂດຍ​ໄດ້​ປຸກ­ລະ­ດົມ​ໃຫ້​ຫັນ​ມາ​ນຳ​ໃຊ້​ອິນ​ຊີ​ວັດ­ຖຸ​ທົດ​ແທນ​ເຂົ້າ​ໃນ​ການ​ຂ້າ​ຫຍ້າ ແລະ ພືດ​ເຊິ່ງ​ເປັນ­ສານ​ທີ່​ບໍ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ຜູ້​ບໍ­ລິ­ໂພກ ສຳ­ລັບ​ການ​ເລືອກ​ໃຊ້​ຢາ​ຂ້າ​ຫຍ້າ​ນອກ­ຈາກ​ຈະ​ສົ່ງ​ຜົນ​ໃນ​ໄລ­ຍະ​ຍາວ​ແລ້ວ​ນັ້ນ ຍັງ​ສົ່ງ​ຜົນ​ກະ­ທົບ​ຕໍ່​ຜູ້­ນຳ​ໃຊ້​ສານ​ເຄ​ມີ​ດັ່ງ­ກ່າວ ເພາະ​ຢາ​ຂ້າ​ຫຍ້າ​ທີ່​ເລືອກ​ນຳ​ໃຊ້​ໃນ​ທຸກ​ມື້­ນີ້ ສາ­ມາດ​ສົ່ງ​ຜົນ​ກະ­ທົບ​ຕໍ່​ຮ່າງ­ກາຍ ຜູ້​ໃຊ້​ໂດຍ​ການ​ຊືມ​ຜ່ານ​ເຂົ້າ​ທາງ​ຜິວ­ໜັງ​ຂອງ​ຜູ້­ນຳ​ໃຊ້ ແລະ ຫາຍ­ໃຈ​ດູດ​ເອົາ​ສານ​ດັ່ງ­ກ່າວ ເຂົ້າ​ໃນ​ຮ່າງ­ກາຍ​ກໍ່­ໃຫ້­ເກີດ​ຜົນ​ກະ­ທົບ​ຕໍ່​ສຸ­ຂະ­ພາບ​ຕາມ​ມາ​ພາຍ­ຫຼັງ ນອກ­ຈາກ​ນີ້ ອາດ​ຈະ​ກໍ່­ໃຫ້­ເກີດ​ອາ­ການ​ພູມ​ແພ້​ບໍ­ລິ­ເວນ​ຜິວ­ໜັງ ເວົ້າ​ລວມ​ແລ້ວ ການ​ນຳ​ໃຊ້​ຢາ​ຂ້າ​ຫຍ້າ​ນັ້ນ​ແມ່ນ​ມີ​ຜົນ​ກະ­ທົບ​ຢ່າງ​ຮ້າຍ​ແຮງ ແລະ ອາດ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ບັນ­ຫາ​ແກ່​ຜູ້­ນຳ​ໃຊ້​ເອງ ແລະ ສິ່ງ­ແວ­ດລ້ອມ.

ເພື່ອ​ເປັນ​ການ​ປົກ​ປ້ອງ​ແຕ່​ຫົວ­ທີ ກອງ​ທຶນ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ໄດ້​ຈັດ​ສັນ​ງົບ​ສະ­ໜັບ­ສະ­ໜູນ​ທາງ​ດ້ານ​ການ​ຄວບ​ຄຸມ​ມົນ​ລະ​ພິດ​ປີ 2021 ຫາ 2025 ໂດຍ​ໄດ້​ຮັບ​ອະ­ນຸ­ມັດ​ສະ­ໜອງ​ຫ່ວງ​ທຶນ​ດ້ານ​ນີ້ ເພີ່ມ​ຈາກ​ເພ­ດານ​ງົບ​ທີ່​ຕັ້ງ​ເປົ້າ​ໄວ້​ເພີ່ມ​ຕື່ມ​ອີກ 5% ເພື່ອ​ນຳ​ເອົາ​ທຶນ​ດັ່ງ­ກ່າວ ມາ​ນຳ​ໃຊ້​ເຂົ້າ​ໃນ​ການ​ເຜີຍ­ແຜ່​ສົ່ງ­ເສີມ​ປຸກ­ລະ­ດົມ ໃຫ້​ປະ­ຊາ­ຊົນ​ຮູ້​ເຖິງ​ຜົນ​ຮ້າຍ​ຂອງ​ການ​ນຳ​ໃຊ້​ຢາ​ຂ້າ​ຫຍ້າ​ຢ່າງ​ກວ້າງ­ຂວາງ ແລະ ໃຊ້​ເຂົ້າ​ໃນ​ການ​ຄົ້ນ­ຄວ້າ​ຫາ​ສິ່ງ​ທີ່​ຈະ​ນຳ​ມາ​ໃຊ້​ທົດ​ແທນ​ຢາ​ດັ່ງ­ກ່າວ ເພື່ອ​ເປັນ​ການ​ຮັກ­ສາ​ສຸ­ຂະ­ພາບ​ຂອງ​ຜູ້­ນຳ​ໃຊ້ ແລະ ຮັກ­ສາ​ສິ່ງ­ແວດລ້ອມ.

error: Content is protected !!