ທິດທາງເດີນຂອງສິງກະໂປ ຫຼັງໂຄວິດ-19

ວິ­ໄສ​ທັດ​ຂອງ​ທ່ານ ລີ ຊຽນ​ລຸງ ນາ­ຍົກ­ລັດ­ຖະ­ມົນ­ຕີ​ສິງ­ກະ­ໂປ ທີ່​ປາ​ໄສ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ທິດ​ທາງ​ທີ່​ສິງ­ກະ­ໂປ​ຈະ​ເດີນ​ໄປ​ໃນ​ອະ­ນາ­ຄົດ ຫຼັງ​ຍຸກ​ໂຄ​ວິດ-19.

ສິງ­ກະ­ໂປ ເປັນ​ອີກ​ປະ­ເທດ​ໜຶ່ງ​ທີ່​ພົບ​ບັນ­ຫາ​ໜັກ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ໂຣກ​ໂຄ​ວິດ-19 ທີ່​ຕອນ​ທຳ​ອິດ​ເບິ່ງ​ຄື​ວ່າ​ຄວບ​ຄຸມ​ໄດ້ ແຕ່​ເມື່ອ​ກຸ່ມ​ບ້ານ​ໃໝ່​ຈາກ​ກຸ່ມ​ແຮງ​ງານ​ຕ່າງ​ດ້າວ ເຮັດ​ໃຫ້​ສະ­ຖາ­ນະ​ການ​ໜັກ­ໜ່ວງ​ຫຼາຍ.

ຢ່າງ­ໃດ​ກໍ​ຕາມ ການ​ມີ​ຜູ້­ນຳ​ທີ່​ມີ​ວິ­ໄສ​ທັດ ເຮັດ​ໃຫ້​ກ້າວ​ຕໍ່​ໄປ​ຂອງ​ສິງ­ກະ­ໂປ​ຫຼັງ​ໂຄ​ວິດ-19 ເດີນ​ໄປ​ຢ່າງ​ຊັດ​ເຈນ​ຍິ່ງ​ຂຶ້ນ.

ເມື່ອ​ວັນ​ທີ 7 ມິ­ຖຸ­ນາ​ຜ່ານ​ມາ ນາ­ຍົກ­ລັດ­ຖະ­ມົນ­ຕີ ລີ ຊຽນ​ລຸງ ຂອງ​ສິງ­ກະ­ໂປ ໄດ້​ຖະ­ແຫຼງ​ຜ່ານ​ສະ­ຖາ­ນີ​ໂທລະ­ພາບ ເຊິ່ງ​ເປັນ​ການ​ປາ​ໄສ​ຄັ້ງ​ທຳ​ອິດ​ເລື່ອງ​ອະ­ນາ­ຄົດ​ຂອງ​ສິງ­ກະ­ໂປ ຫຼັງ​ຈາກ​ໂຄ​ວິດ-19 ທີ່​ຈະ​ມີ​ຕາມ​ມາ​ອີກ​ຫຼາຍ​ຕອນ.

“ໄລ­ຍະ 2-3 ປີ​ຂ້າງ​ໜ້າ ຈະ​ເປັນ​ປີ​ທີ່​ປັ່ນ​ປ່ວນ ແລະ ຍາກ​ລຳ­ບາກ​ສຳ­ລັບ​ເຮົາ​ທຸກ​ຄົນ ແຕ່​ເຖິງ​ແມ່ນ​ຄວາມ​ທ້າ​ທາຍ​ຈະ​ເຂັ້ມ​ຂຸ້ນ​ພຽງ​ໃດ ຂ້າ­ພະ­ເຈົ້າ​ຢາກ​ບອກ​ທ່ານ​ວ່າ ຢ່າ​ຢ້ານ ຢ່າ​ເສຍ​ກຳ­ລັງ​ໃຈ ສິງ­ກະ­ໂປ​ບໍ່​ລັງ​ເລ​ໃນ​ການ​ກ້າວ​ເດີນ​ຕໍ່​ໄປ ເຮົາ​ເຊື່ອ​ວ່າ​ເຮົາ​ຍັງ​ຄົງ​ມີ​ອະ­ນາ­ຄົດ​ສົດ­ໃສ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ ແລະ ຜ່ານ​ພົ້ນ​ວິ​ກິດ​ນີ້​ຢ່າງ​ດີ ແລະ ແຂງ​ແກ່ນ​ຍິ່ງ​ຂຶ້ນ”.

ທ່ານ​ນາ­ຍົກ ລີ ຊຽນ​ລຸງ ກ່າວ​ຢ້ຳ​ວ່າ ດ້ວຍ​ຄວາມ​ທ້າ​ທາຍ​ທີ່​ລໍ­ຖ້າ​ຢູ່​ຂ້າງ​ໜ້າ ສິງ­ກະ­ໂປ​ຕ້ອງ​ຮຽນ​ຮູ້​ເລື່ອງ​ການ​ໃຊ້​ຊີ­ວິດ​ກັບ​ໂຄ​ວິດ-19 ໃນ​ໄລ­ຍະ​ຍາວ ປັບ​ຊີ­ວິດ​ການ​ເຮັດ​ວຽກ ແລະ ການ​ພັກ­ຜ່ອນ​ຢ່ອນ​ໃຈ ເພື່ອ​ຫຼຸດ​ການ​ແຜ່​ລະ­ບາດ​ຂອງ​ໄວ​ຣັສ ພ້ອມໆ​ກັບ​ເຮັດ​ໃຫ້​ຕົນ​ເອງ​ປອດ​ໄພ.

ຢ່າງ­ໃດ​ກໍ​ຕາມ ໂຄ​ວິດ-19 ບໍ່​ໄດ້​ເປັນ​ພຽງ​ແຕ່​ບັນ­ຫາ​ສາ­ທາ­ລະ­ນະ​ສຸກ ຍັງ​ເປັນ​ບັນ­ຫາ​ຮ້າຍ​ແຮງ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ ການ­ເມືອງ​ດ້ວຍ ເປັນ​ສະ­ຖາ­ນະ​ການ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ​ເລີຍ.

ເພື່ອ​ຮອງ​ຮັບ​ຜົນ​ກະ­ທົບ​ການ​ແຜ່​ລະ­ບາດ ລັດ­ຖະ­ບານ​ສິງ­ກະ­ໂປ ໃຊ້​ງົບ­ປະ­ມານ​ເຖິງ 4 ຄັ້ງ ເປັນ​ເງິນ​ເກືອບ 1 ແສນ​ລ້ານ​ໂດ​ລາ​ສິງ­ກະ­ໂປ ຫຼື 20% ຂອງ​ຜະ­ລິດ​ຕະ​ພັນ​ມວນ​ລວມ​ປະ­ຊາ​ຊາດ (GDP) ເປັນ​ການ​ດຶງ​ເງິນ​ສຳ­ຮອງ​ທີ່​ເຫຼືອ​ຈາກ​ໃນ​ອະ­ດີດ​ມາ​ໃຊ້​ໂດຍ​ບໍ່​ຕ້ອງ​ກູ້​ຢືມ ແຕ່​ນາ­ຍົກ ລີ ຊຽນ​ລຸງ ເຕືອນ​ວ່າ ການ​ໃຊ້​ຈ່າຍ​ລະ­ດັບ​ນີ້​ບໍ່​ໄດ້​ຄົງ​ຢູ່​ຕະ­ຫຼອດ​ໄປ.

“ທີ່​ສຳ­ຄັນ​ໄປ​ກວ່າ​ນັ້ນ ຄື​ມາດ​ຕະ­ການ​ເຫຼົ່າ​ນີ້​ບໍ່​ສາ­ມາດ​ປົກ​ປ້ອງ​ສິງ­ກະ­ໂປ ພົ້ນ​ຈາກ​ການ​ປ່ຽນ­ແປງ​ແບບ​ພິກ​ແຜ່ນ­ດິນ​ທີ່​ເກີດ​ຂຶ້ນ​ກັບ​ເສດ­ຖະ­ກິດ​ໂລກ​ໄດ້”.

ຜູ້­ນຳ​ສິງ­ກະ­ໂປ​ກ່າວ​ອີ​ກວ່າ ການ​ຄ້າ ແລະ ການ​ລົງ­ທຶນ​ລະ­ຫວ່າງ​ປະ­ເທດ​ຈະ​ຢຸດ​ສະ​ງັກ​ລົງ​ໄປ​ອີກ ໂລກ​ຈະ​ບໍ່​ກັບ​ໄປ​ສູ່​ເສດ­ຖະ­ກິດ ໂລກ​ທີ່​ເປິດ​ກວ້າງ ແລະ ເຊື່ອມ​ຕໍ່​ກັນ​ເໝືອນ​ເດີມ​ໄດ້​ໃນ​ໄວໆ​ນີ້ ການ​ເດີນ­ທາງ​ຂອງ​ຜູ້​ຄົນ​ຖືກ​ຈຳ­ກັດ​ຫຼາຍ​ຂຶ້ນ ການ​ເດີນ­ທາງ​ໄປ​ຕ່າງ­ປະ­ເທດ​ມີ​ໜ້ອຍ​ລົງ​ຫຼາຍ ຂະ­ນະ​ທີ່​ການ​ກວດ​ສຸ­ຂະ­ພາບ ແລະ ກັກ​ກັນ​ຕົວ​ຈະ​ກາຍ­ເປັນ​ມາດ​ຕະ­ການ.

“ການ​ໄປ​ທ່ຽວ​ບາງ­ກອກ ຫຼື​ຮົງ​ກົງ​ດ້ວຍ​ຖ້ຽວ​ບິນ​ລາ­ຄາ​ປະ­ຢັດ ຈະ​ເຮັດ​ບໍ່​ໄດ້​ງ່າຍໆ​ອີກ​ຕໍ່​ໄປ” ນາ­ຍົກ ລີ ຊຽນ​ລຸງ ກ່າວ ແລະ ວ່າ​ປະ­ເທດ​ທັງ­ຫຼາຍ ຍັງ​ພະ­ຍາ­ຍາມ​ເພິ່ງ​ພາ​ປະ­ເທດ​ອື່ນ​ໃຫ້​ໜ້ອຍ​ລົງ​ດ້ວຍ ໂດຍ​ສະ­ເພາະ​ສິນ­ຄ້າ ແລະ ບໍ­ລິ­ການ​ທີ່​ຈຳ­ເປັນ ເຊິ່ງ​ນີ້​ຈະ​ຕ້ອງ​ນຳ­ໄປ​ປັບ​ໃຊ້​ຢ່າງ​ມີ​ຍຸດ​ທະ​ສາດ.

ສິງ­ກະ­ໂປ​ໄດ້​ປະ­ໂຫຍດ​ມະ­ຫາ­ສານ​ຈາກ​ເສດ­ຖະ­ກິດ​ໂລກ​ທີ່​ເປີດ​ກວ້າງ ແລະ ເຊື່ອມ​ຕໍ່ ແຕ່​ຕໍ່​ໄປ​ນີ້ ຈະ​ຕ້ອງ​ກຽມ​ຕົວ​ຮັບ​ອະ­ນາ­ຄົດ​ທີ່​ແຕກ​ຕ່າງ​ໄປ​ຈາກ​ເດີມ​ຫຼາຍ ຢ່າງ­ໃດ​ກໍ​ຕາມ ເຖິງ​ແມ່ນ​ການ​ຄ້າ ແລະ ການ​ລົງ­ທຶນ​ອາດ​ຫົດ​ຕົວ​ລົງ ສິງ­ກະ­ໂປ​ຊ່ຽວ­ຊານ​ໃນ​ການ​ເຊື່ອມ​ຕົວ​ເອງ​ເຂົ້າ​ກັບ​ໂອ­ກາດ​ໃໝ່ ແລະ ສ້າງ​ງານ​ໃໝ່ ເພາະ​ຄວາມ​ແຂງ​ແກ່ນ​ຂອງ​ເສດ­ຖະ­ກິດ ແລະ ຊື່​ສຽງ​ທີ່​ສະ​ສົມ​ມາ​ຫຼາຍ​ສິບ​ປີ.

ແລະ ເຖິງ​ແມ່ນ​ຄວາມ​ບໍ່​ແນ່­ນອນ​ຍັງ​ລໍ­ຖ້າ​ຢູ່​ຂ້າງ​ໜ້າ ນາ­ຍົກ ລີ ຊຽນ​ລຸງ ຢ້ຳ​ເຖິງ​ຂໍ້​ໄດ້​ປຽບ​ຂອງ​ປະ­ເທດ​ໃນ​ຫຼາຍໆ​ດ້ານ ແລະ ການ​ຈັດ­ການ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19 ຢ່າງ​ເປິດ​ເຜີຍ ແລະ ໂປ່ງ​ໃສ ຍິ່ງ​ເສີມ​ສ້າງ​ຈຸດ​ຢືນ​ຂອງ​ສິງ­ກະ­ໂປ​ໃຫ້​ແຂງ​ແກ່ນ​ຍິ່ງ​ຂຶ້ນ.

“ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ບັນ­ຫາ ນັກ​ລົງ­ທຶນ​ຈະ​ໃຫ້​ຄຸນ­ຄ່າ​ກັບ​ຄຳ​ຮັບ­ຮອງ​ຈາກ​ລັດ­ຖະ­ບານ​ວ່າ​ຫຼິ້ນ​ຕາມ​ກະ­ຕິ​ກາ ຜູ້​ຄົນ​ທີ່​ເຂົ້າ­ໃຈ​ວ່າ​ອັນ​ໃດ​ຄື​ຄວາມ​ສ່ຽງ ແລະ ລະ­ບົບ​ການ­ເມືອງ​ທີ່​ມີ​ສະ​ເຖຍ​ລະ​ພາບ ຊ່ວຍ​ໃຫ້​ພາກ​ທຸ­ລະ​ກິດ​ປະ­ຕິ­ບັດ​ການ​ຕໍ່​ໄປ​ໄດ້​ເຖິງ​ແມ່ນ​ເກີດ​ວິ​ກິດ”.

ສຳ­ລັບ​ການ​ກຽມ​ຕົວ​ຮັບ​ຄວາມ​ບໍ່​ແນ່­ນອນ ສິງ­ກະ­ໂປ​ມີ​ແຜນ​ປັບ­ປຸງ​ເສດ­ຖະ­ກິດ ລົງ­ທຶນ​ເຝິກ­ອົບ­ຮົມ​ພະ­ນັກ­ງານ​ເຮັດ​ພາກ​ລັດ ແລະ ພາກ​ເອ­ກະ​ຊົນ​ໃຫ້​ເປັນ​ດິ​ຈິ​ຕອນ ສ້າງ​ນະ​ວັດ­ຕະ​ກຳ ແລະ ຄວາມ​ສາ­ມາດ​ດ້ານ​ວິ­ໄຈ ແລະ ພັດ­ທະ­ນາ.

+ໂລ​ກະ­ທັດ-ນຳ​ສະ­ເໜີ

error: Content is protected !!