ບຸນເກີດສຶກສາ ກຽມສ້າງສະໜາມບານເຕະຫຍ້າທຽມແຫ່ງໃໝ່

ສະ​ຖາ​ບັນ​ບຸນ​ເກີດ​ສຶກ​ສາ ແລະ ບໍ­ລິ­ສັດ ແອວ​ຊີ ເຊີ​ວິດ ຕິດ​ຕັ້ງ ແລະ ຈຳ­ໜ່າຍ​ຫຍ້າ​ທຽມ​ໃນ ສປປ ລາວ ຮ່ວມ​ມື​ກັນ​ລົງ​ນາມ​ເຊັນ​ສັນ­ຍາ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ກ່ຽວ​ກັບ​ການ​ກໍ່­ສ້າງ​ສະ­ໜາມ​ກີ­ລາ​ບານ­ເຕະ​ຫຍ້າ​ທຽມ​ແຫ່ງ​ໃໝ່ ຂຶ້ນ​ວັນ​ທີ 17 ມິ­ຖຸ­ນາ 2020 ຢູ່​ສະ​ຖາ​ບັນ​ບຸນ​ເກີດ​ສຶກ​ສາ ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ລະ­ຫວ່າງ​ທ່ານ ບຸນ​ເກີດ ສີ​ສຸ­ພັນ​ທອງ ປະ­ທານ​ສະ​ຖາ​ບັນ​ບຸນ​ເກີດ​ສຶກ​ສາ ແລະ ທ່ານ​ນາງ ມະ­ນີ​ພອນ ນົນ​ທະ​ໄຊ ຮອງ​ປະ­ທານ​ບໍ­ລິ­ສັດ ແອວ​ຊີ ເຊີ​ວິດ ຕິດ​ຕັ້ງ ແລະ ຈຳ­ໜ່າຍ​ຫຍ້າ​ທຽມ​ໃນ ສປປ ລາວ ມີ​ຄະ­ນະ​ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ​ວິ­ທະ­ຍາ­ໄລ ໂຮງ­ຮຽນ ພະ­ນັກ­ງານ ທັງ​ສອງ​ພາກ­ສ່ວນ​ທີ່​ກ່ຽວ ແລະ ພະ­ນັກ­ງານ​ຄູ-ອາ­ຈານ ຕະ­ຫຼອດ​ຮອດ​ນັກ­ກີ­ລາ ແລະ ນັກ­ຮຽນ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ທ່ານ ບຸນ​ເກີດ ສີ​ສຸ­ພັນ​ທອງ ໃຫ້​ສຳ­ພາດ​ວ່າ: ເຫດ­ຜົນ​ທີ່​ລົງ­ທຶນ​ປັບ­ປຸງ ແລະ ກໍ່­ສ້າງ​ສະ­ໜາມ​ແຫ່ງ​ນີ້​ຂຶ້ນ​ໃໝ່ ກໍ​ຍ້ອນ​ມີ​ເຫດ­ຜົນ​ດຽວ ຫວັງ​ຢາກ​ຈະ​ສົ່ງ­ເສີມ​ການ​ຫຼິ້ນ​ກີ­ລາ​ບານ­ເຕະ​ໃຫ້​ນ້ອງໆ​ເຍົາ­ວະ​ຊົນ ຜູ້​ທີ່​ມີ​ພອນ​ສະ­ຫວັນ ເພື່ອ​ກ້າວ​ຂຶ້ນ​ໄປ​ຮັບ​ໃຊ້​ທີມ​ຊາດ​ໃນ​ອະ­ນາ­ຄົດ ອີກ​ດ້ານ​ໜຶ່ງ​ກໍ​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕາມ​ຫຼັກ​ມູນ​ການ​ສຶກ​ສາ ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ​ວາງ​ອອກ ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ສຳ­ລັບ​ການ​ປັບ­ປຸງ​ກໍ່­ສ້າງ​ສະ­ໜາມ​ດັ່ງ­ກ່າວ ແມ່ນ​ໄດ້​ເລີ່ມ​ຕົ້ນ​ລົງ­ມື​ກໍ່­ສ້າງ​ໃນ​ເດືອນ​ມັງ­ກອນ​ຜ່ານ​ມາ ກ່ອນ​ທີ່​ຈະ​ມາ​ເຊັນ​ສັນ­ຍາ ເພື່ອ​ຕົກ­ລົງ​ໃຫ້​ເປັນ​ລາຍ​ລັກ​ອັກ­ສອນ ໂດຍ​ສະ­ໜາມ​ແຫ່ງ​ນີ້​ມີ​ຂະ­ໜາດ 60,5X84 ແມັດ ສາ­ມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ແຂ່ງ­ຂັນ​ເດີ່ນ​ໃຫຍ່ 11 ຄົນ​ໄດ້ ແລະ ສາ­ມາດ​ຈັດ​ແບ່ງ​ເປັນ​ເດີ່ນ​ນ້ອຍ​ແຂ່ງ­ຂັນ​ໄດ້ 2 ເດີ່ນ​ໄດ້.

ປະ­ທານ​ສະ​ຖາ​ບັນ​ບຸນ​ເກີດ​ສຶກ​ສາ ກ່າວ​ຕື່ມ​ອີ​ກວ່າ: ຕະ­ຫຼອດ​ໄລ­ຍະ​ທີ່​ຜ່ານ​ມາ ທີ່​ໄດ້​ມີ​ການ​ກໍ່­ສ້າງ​ທີມ​ບານ­ເຕະ​ສະ​ຖາ​ບັນ​ບຸນ​ເກີດ​ສຶກ​ສາ ແຕ່​ປີ 2008 ເປັນ­ຕົ້ນ​ມາ ພວກ​ເຮົາ​ກໍ​ໄດ້​ວາງ​ແນວ­ທາງ​ນະ­ໂຍ­ບາຍ​ໃຫ້​ແກ່​ນັກ­ກີ­ລາ ໂດຍ​ສະ­ເພາະ​ແມ່ນ​ຜູ້​ທີ່​ມີ​ພອນ​ສະ­ຫວັນ ພອນ​ສະ­ແຫວງ ບໍ່​ຈຳ­ກັດ​ເພດ ເລີ່ມ​ແຕ່​ອາ­ຍຸ 10 ຫາ 16 ປີ ທີ່​ກຳ­ລັງ​ຢູ່​ໃນ​ໄວ​ຮຽນ ໃນ​ສາຍ​ສາ­ມັນ​ສຶກ​ສາ ໃນ​ທົ່ວ​ນະ­ຄອນ­ຫຼວງ ແລະ ຕ່າງ​ແຂວງ ຖ້າ​ຫາກ​ນັກ­ກີ­ລາ​ຢູ່​ໃນ​ເງື່ອນ­ໄຂ​ເປົ້າ​ໝາຍ ກໍ​ຈະ​ໃຫ້​ບຸ­ລິ­ມະ­ສິດ​ພິ­ເສດ ເພື່ອ​ເບົາ­ບາງ​ການ​ໃຊ້​ຈ່າຍ​ຕ່າງໆ ໃຫ້​ແກ່​ຄອບ­ຄົວ​ນັກ­ກີ­ລາ ເຊັ່ນ: ໃຫ້​ຮຽນ ແລະ ທີ່​ພັກ​ໂດຍ​ບໍ່​ເສຍ​ຄ່າ ສ່ວນ​ການ​ກິນ​ແຕ່​ລະ­ຄາບ​ແມ່ນ​ກຸ້ມ​ຕົນ​ເອງ ສ່ວນ​ຜົນ­ງານ​ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ ກໍ​ສາ­ມາດ​ສ້າງ​ຜົນ­ງານ​ຄວ້າ​ແຊັມ​ໄດ້​ເຖິງ​ຫຼາຍ​ລາຍ­ການ ແລະ ເຄີຍ​ສົ່ງ​ທີມ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ບານ­ເຕະ​ລາວ​ລີກ 2 ເມື່ອ​ລະ­ດູ​ການ 2017 ປັດ­ຈຸ­ບັນ​ກໍ​ໄດ້​ຕາງ­ໜ້າ​ທີມ​ເຍົາ­ວະ​ຊົນ ຮຸ່ນ​ອາ­ຍຸ 12 ປີ ທີມ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ສາ­ມາດ​ທະ­ລຸ​ເຂົ້າ​ເຖິງ​ຮອບ 4 ທີມ​ສຸດ​ທ້າຍ ລາຍ­ການ​ຊີງ​ຂັນ​ປະ­ທານ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ ປະ­ຈຳ​ປີ 2020 ເຊິ່ງ​ຈະ​ກັບ​ມາ​ແຂ່ງ­ຂັນ​ກັນ​ຄືນ­ໃໝ່​ໃນ​ວັນ​ທີ 27 ມິ­ຖຸ­ນາ​ນີ້.

error: Content is protected !!