
ຄະນະນຳ ແລະ ນັກກີລາ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກ ສຶກສາທິການ-ກີລາ ນະຄອນຫຼວງວຽງຈັນ ໄດ້ເດີນທາງກັບເຖິງຖິ່ນຖານ ພາຍຫຼັງທີ່ສ້າງຜົນງານໄດ້ຢ່າງໂດດເດັ່ນໃນງານມະຫະກຳກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022.


ພິທີຕ້ອນຮັບ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນຕອນແລງຂອງສັນທີ 23 ທັນວາ 2022 ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ອອກຕ້ອນຮັບ ຄະນະນຳ-ນັກກີລາ ຄັ້ງນີ້ ໂດຍ ທ່ານ ພູໂຄງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ.


ໃນພິທີ ທ່ານ ສົມພອນ ສອນດາລາ ໄດ້ລາຍງານສະພາບການເຈົ້າຮ່ວມການແຂ່ງຂັນຂອງຄະນະນຳ-ນັກກີລານະຄອນຫຼວງວຽງຈັນໃນຊຽງຂວາງເກມ 2022 ວ່າ: ທາງຄະນະນຳ-ນັກກີລາ ໄດ້ເອົາໃຈໃສ່ເປັນເຈົ້າການັງໃນໄລຍະການເຝິກຊ້ອມ ແລະ ການເຂົ້າຮ່ວມການແຂ່ງຂັນຂອງກີລາແຕ່ລະປະເພດ ສາມາດຊີງໄຊມາໄດ້ 58 ຫຼຽນຄຳ 51 ຫຼຽນເງິນ ແລະ 97 ຫຼຽນທອງ ເປັນອັນດັບທີ 2 ຮອງຈາກເຈົ້າພາບຊຽງຂວາງ. ໃນໂອກາດດັ່ງກ່າວ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຄະນະນຳ-ນັກກີລານະຄອນຫຼວງວຽງຈັນຍາດມາໄດ້ ບໍ່ວ່າຈະເປັນຄະນະນຳ ກໍຄື ຄະນະຮັບຜິດຊອບແຕ່ລະສະຫະພັນກີລາ ຄູເຝິກ ນັກກີລາ ທີ່ໄດ້ອຸທິດສະຕິປັນຍາ ເຫື່ອແຮງນັບແຕ່ການເຝິກຊ້ອມ ແລະ ການກຽມພ້ອມດ້ານຕ່າງໆ ໃນການເຂົ້າຮ່ວມງານມະຫະກຳດັ່ງກ່າວ ເຮັດໃຫ້ນະຄອນຫຼວງວຽງຈັນໄດ້ຮັບຜົນສຳເລັດ ເຖິງແມ່ນວ່າເຮົາຈະບໍ່ໄດ້ເປັນເຈົ້າຫຼຽນຄຳ ແຕ່ກໍໄດ້ທີ 2 ອັນເປັນຜົນງານທີ່ໜ້າເພິ່ງພໍໃຈ ເຊິ່ງເປັນເລື່ອງປົກກະຕິໃນເກມການແຂ່ງຂັນກີລາ ເທົ່ານີ້ກໍຖືວ່າປັນຜົນງານອັນຍິ່ງໃຫຍ່ແລ້ວ.