ສື່ມວນຊົນ ຈີນ-ອາຊຽນ ເສີມຂະຫຍາຍການຮ່ວມມື

ບັນດາສື່ມວນຊົນຈາກປະເທດອາຊຽນ ປະກອບດ້ວຍ ສປປ ລາວ ມຽນມາ ແລະ ກຳປູເຈຍ ຮ່ວມສຳມະນາຜ່ານລະບົບທາງໄກ (ASEAN Omnimedia Seminar) ຈັດຂຶ້ນຢູ່ເມືອງໜານໜິງ ປະເທດຈີນ ໃນວັນທີ 12-23 ທັນວາ 2022 ເພື່ອສົ່ງເສີມການຮ່ວມມືດ້ານສື່ ລະຫວ່າງຈີນ-ອາຊຽນ ເຊິ່ງຈັດໂດຍກະຊວງການຄ້າ ສປ ຈີນ ຮ່ວມກັບກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນ ເປັນການເປີດໂອ ກາດໃຫ້ສື່ມວນຊົນຈີນ ແລະ ອາຊຽນ ໄດ້ຮ່ວມກັນແກ້ໄຂສິ່ງທ້າທາຍຂອງຍຸກດີຈິຕອນ ສະແດງໃຫ້ເຫັນຜົນສຳເລັດຂອງການພັດທະນາ ແລະ ຮ່ວມມືດ້ານເສດຖະ ກິດສັງຄົມຈີນ-ອາຊຽນ ໂຄສະນາເຜີຍ ແຜ່ຜົນສຳເລັດດ້ານການຮ່ວມມື ແລະ ມິດຕະພາບຈີນ-ອາຊຽນ ແລະ ສົ່ງເສີມການພົວພັນແລກປ່ຽນລະຫວ່າງປະຊາຊົນ ຈີນ-ອາຊຽນ.

ຊຸດສຳມະນາຄັ້ງນີ້ ໄດ້ເຊີນນັກຊ່ຽວຊານທີ່ມີຊື່ສຽງຂອງຈີນ ມານຳສະເໜີກ່ຽວກັບການຮ່ວມມືຈີນ-ອາຊຽນ ການພັດທະນາສື່ແບບປະສົມປະສານ ແລະ ການຢ້ຽມຢາມສະຖານທີ່ຕ່າງໆຂອງຈີນຜ່ານລະ ບົບທາງໄກ ນອກຈາກນີ້ ສຳມະນາກອນຍັງໄດ້ຮຽນຮູ້ກ່ຽວກັບນະວັດຕະກໍາໃໝ່ ແລະ ທ່າອ່ຽງຂອງສື່ມວນຊົນຈີນໃນເວທີສື່ສາກົນ ການປະຕິຮູບສື່ຈີນ ການຮຽນການສອນດ້ານສື່ສານມວນຊົນ ແລະ ການຮ່ວມມືກັບອາຊຽນ ໃນຍຸກແຫ່ງການເຊື່ອມໂຍງດ້ານສື່ມວນຊົນ ການສ້າງ ແລະ ເຜີຍແຜ່ພາບພົດຂອງຊາດ ການເຜີຍແຜ່ທາງຍຸດທະສາດລະດັບສາກົນ ກ່ຽວກັບຍີ່ຫໍ້ຂອງຊາດ ແລະ ທ້ອງຖິ່ນ ສາຍພົວພັນຈີນ-ອາຊຽນ ແລະ ສື່ມວນຊົນ ລວມທັງຫົວ ຂໍ້ວ່າດ້ວຍເສັ້ນທາງກ້າວສູ່ການຫັນເປັນທັນສະໄໝຂອງຈີນ ໃນສາຍຕາຂອງສື່ມວນຊົນໂລກ ແລະ ຫົວ ຂໍ້ສຳຄັນອື່ນໆ.

ໂອກາດນີ້ ທ່ານ ນາງ ເຫວີຍ ຈາວຮຸຍ ຫົວໜ້າກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນ ໄດ້ໃຫ້ຮູ້ເຖິງຜົນສຳເລັດ ແລະ ຄວາມໝາຍຄວາມສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ທີ່ຫາກໍສຳເລັດລົງໃນທ້າຍເດືອນຕຸລາຜ່ານມາ ພ້ອມທັງກ່າວວ່າ ຈີນຈະສືບຕໍ່ເດີນຕາມເສັ້ນທາງແຫ່ງການພັດທະນາຢ່າງສັນຕິ ຍຶດໝັ້ນແນວທາງລວມແຫ່ງການເປີດກວ້າງ ແລະ ຮ່ວມມື ແລະ ປາຖະໜາທີ່ຈະສືບຕໍ່ສົ່ງເສີມການສ້າງປະຊາຄົມຮ່ວມຊາຕາກຳ ເພື່ອມະນຸດຊາດຮ່ວມກັບປະຊາຊົນໃນທົ່ວໂລກ ແລະ ຍັງໄດ້ຍົກໃຫ້ເຫັນເຖິງບົດບາດຂອງງານວາງສະແດງສິນຄ້າຈີນ-ອາຊຽນ ຕໍ່ກັບການສົ່ງເສີມການເປີດກວ້າງ ແລະ ການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງຈີນ ອາຊຽນ ແລະ ອາຊີຕາເວັນອອກ.



error: Content is protected !!