Isan BCG Expo 2022 “ສ້າງສັນ ຕໍ່ຍອດ ຍືນຍົງ” ສານຕໍ່ວັດທະນະທຳພູມປັນຍາທ້ອງຖິ່ນດ້ວຍເຕັກໂນໂລຊີ 

    Isan BCG Expo 2022 ງານມະຫະກໍານະວັດຕະກໍາຍືນຍົງທີ່ໃຫຍ່ທີ່ສຸດໃນພາກອີສານ ແລະ ຄັ້ງທໍາອິດໃນປະເທດໄທ ເຊິ່ງຈັດໂດຍ KKIC ຫຼື Khon Kaen Innovation Centre ແລະ ກຸ່ມມິດຜົນ ຮ່ວມກັບ 50 ເຄືອຂ່າຍພັນທະມິດ ທັງພາກ ລັດ ແລະ ເອກະຊົນ ເພື່ອຍົກລະດັບ “ພາກອີສານ” ໃຫ້ເປັນສູນກາງສ້າງເສດຖະກິດໄທສູ່ອາຊຽນ ຍົກ 3 ຈຸດແຂງ “ສ້າງສັນ ຕໍ່ຍອດ ຍືນຍົງ” ສານຕໍ່ວັດທະນະທຳພູມປັນຍາທ້ອງຖິ່ນ ດ້ວຍນະວັດຕະກຳ ແລະ ເຕັກໂນໂລຊີຕໍ່ຍອດ ພ້ອມທັງເປີດໂອກາດ ແລະ ສົ່ງເສີມໃຫ້ເກີດການຮ່ວມມືດ້ານທຸລະກິດ ແລະ ວິຊາການກັບໜ່ວຍງານພາກລັດ ເອກະຊົນ ນັກລົງທຶນ ຜູ້ປະກອບການຕ່າງໆ ແລະ ສະຕາດອັບໃນປະເທດ ແລະ ປະເທດໃນກຸ່ມລຸ່ມແມ່ນໍ້າຂອງ (CLMV) ໃຫ້ເກີດຜົນສຳເລັດທີ່ເປັນຮູບປະທຳ ໄປສູ່ການພັດທະນາເສດຖະກິດທີ່ຍືນຍົງ ຕາມຮູບແບບເສດຖະກິດ BCG ທີ່ໄດ້ຈັດຂຶ້ນຕົ້ນເດືອນທັນວາຜ່ານມາ ຢູ່ Khon Kaen Innovation Centre ແຂວງຂອນແກ່ນ.

    ທ່ານ ດຣ ພິເຊດ ດຸຣົງຄະເວໂຣດ ຜູ້ອໍານວຍການກຸ່ມມິດຜົນ ກ່າວວ່າ: Isan BCG ພາຍໃຕ້ແນວຄວາມຄິດ Collaboration ຮ່ວມຢູ່ ຮ່ວມຈະເລີນ ເປັນຈຸດເລີ່ມຕົ້ນຂອງການຂັບເຄື່ອນການພັດທະນາພາກຕາເວັນອອກສ໋ຽງເໜືອ ໄປຈົນເຖິງ 8 ປີຕໍ່ໜ້າ ຫຼື ປີ 2030 ເຊິ່ງພາກອີສານມີຊັບພະຍາກອນຈຳກັດ ແລະ ມີພື້ນທີ່ປະມານ 168.000 ກິໂລຕາແມັດ ປະຊາກອນ 1 ໃນ 3 ຂອງປະເທດ ຫຼື ປະມານ 22,7 ລ້ານຄົນ ມີແຮງງານປະມານ 12,4 ລ້ານຄົນ ໃນນີ້ ປະມານ 60% ຫຼື 6-7 ລ້ານຄົນ ແມ່ນຊາວກະສິກອນ ເຊິ່ງ GDP ຂອງພາກອີສານ ຄິດເປັນມູນຄ່າ 1,8 ລ້ານລ້ານບາດ ຫຼື ປະມານ 10% ທຽບໃສ່ GDP ຂອງປະເທດ ແລະ ມີໂອກາດເຕີບໃຫຍ່ເຖິງ 20% ນອກນີ້ ຍັງມີ Multimodal Transport & Logistic Hub ເຊິ່ງລວມມີຂົວເຊື່ອມຕໍ່ ສປປ ລາວ ສະໜາມບິນ 9 ແຫ່ງ ໃນ 20 ແຂວງ ແລະ ເສັ້ນທາງລົດໄຟຢ່າງຕໍ່າ 2 ສາຍທີ່ສໍາຄັນໃນທ້ອງຖິ່ນ ລວມທັງລົດໄຟຄວາມໄວສູງຂອງໄທ-ຈີນ ເປັນລົດໄຟສາຍສາກົນ ເຊິ່ງຈະຊ່ວຍພັດທະນາການຂົນສົ່ງສິນຄ້າ ແລະ ຂົນສົ່ງຜູ້ໂດຍສານ ແລະ ກໍາລັງຈະຜ່ານແຂວງຂອນແກ່ນໃນໄວໆນີ້ ໃນ​ນີ້ ໂຄງການ​ສາມາດ​ສ້າງ​ມູນ​ຄ່າດ້ານ​ເສດຖະກິດ​ແບບ​ຍືນ​ຍົງ​ໃຫ້​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ພາຍໃຕ້ຍຸດທະສາດ BCG ແມ່ນ BCG ທີ່ມາຈາກ Bio ເປັນລະບົບເສດຖະກິດຊີວະພາບ ໂດຍ​ການ​ນໍາ​ໃຊ້​ຊັບ​ພະ​ຍາ​ກອນ​ຊີ​ວະ​ພາບ​ເພື່ອ​ສ້າງ​ມູນ​ຄ່າ​ດ້ານເສດ​ຖະ​ກິດແບບ Circular economy ​ນໍາ​ໃຊ້​ລະ​ບົບ​ເສດ​ຖະ​ກິດ​ແບບໝູນວຽນ​ ເພື່ອຮັກສາຄຸນຄ່າຂອງຊັບພະຍາກອນ ໂດຍການຫຼຸດຜ່ອນການນໍາໃຊ້ ແລະ ນໍາກັບມາໃຊ້ໃໝ່ ແລະ Green ລະບົບເສດຖະກິດສີຂຽວ ພັດທະນາຄວາມສົມດູນລະຫວ່າງເສດຖະກິດ ສັງຄົມ ແລະ ສິ່ງແວດລ້ອມ ດ້ວຍຂອບແນວຄິດທີ່ເລິກເຊິ່ງກວ່າ ຄື: ການອະນຸຮັກ ຟື້ນຟູ ແລະ ຄຸ້ມຄອງການນຳໃຊ້ຊັບພະຍາກອນຊີວະພາບໃຫ້ມີປະສິດທິຜົນສູງສຸດ ມີຄຸນຄ່າເພີ່ມ ແລະ ເພິ່ງຕົນເອງໄດ້ Cross-Border Trade & Special Economic Zones ໂດຍໃຫ້ຂອນແກ່ນເປັນເຂດເສດຖະກິດພິເສດຂອງພາກພື້ນຕາເວັນອອກສຽງເໜືອ ຫຼື Northeastern Economic Corridor: NeEC-Bioeconomy ຈັດສັນຜົນປະໂຫຍດ ພັດທະນາລະບົບຕ່ອງໂສ້ການຜະລິດ ແລະ ການບໍລິການ ຄົ້ນຄວ້າ ພັດທະນາ ແລະ ຖ່າຍທອດເຕັກໂນໂລຊີ ການພັດທະນາພື້ນຖານໂຄງລ່າງ ແລະ ການພັດທະນາແຮງງານ ພ້ອມທັງສະໜັບສະໜູນຜູ້ປະກອບການ ການຫັນປ່ຽນພາກຕາເວັນອອກໄປສູ່ Digital Valley ແລະ ນຳເອົາ 3 ສິ່ງທັງໝົດມາລວມກັນ ເພື່ອສ້າງ BCG Hub ຂອງອີສານທີ່ທຸກສິ່ງທຸກຢ່າງມີການພົວພັນກັນ ສົ່ງຜົນໃຫ້ເກີດ ISAN 2030 ເຊິ່ງທັງໝົດນີ້ທຸກຂະແໜງການຕ້ອງຮ່ວມຂັບເຄຶ່ອນໄປນຳກັນ.

    ທ່ານ ກະວິນ ວ່ອງກຸສົນກິດ ກຳມະການສູນນະວັດຕະກຳຂອນແກ່ນ (KKIC) ກ່າວວ່າ: ແນວຄວາມຄິດແບບ Collaboration ຮ່ວມຢູ່ ຮ່ວມຈະເລີນ ແມ່ນແນວຄວາມຄິດຂອງປີທໍາອິດ ທີ່ເປັນແຮງບັນດານໃຈໃຫ້ສັງຄົມ ໂດຍໄດ້ຮັບຮອງເອົາຮູບແບບເສດຖະກິດ BCG: Bio Circular economy ແລະ Green economy ໃຫ້ກາຍເປັນພື້ນຖານທີ່ເຂັ້ມແຂງ ສ້າງ​ຊຸມ​ຊົນ ສ້າງ​ຍຸດ​ທະ​ສາດ ພື້ນ​ຖານ​ໂຄງ​ລ່າງ ແລະ ນະວັດຕະກໍາ ເຊິ່ງຂອນແກ່ນເປັນສູນກາງການຄົມມະນາຄົມທາງພາກຕາເວັນອອກສຽງເໜືອ ແລະ ເປັນປະຕູສູ່ພາກຕາເວັນອອກສຽງເໜືອ ດ້ວຍທ່າແຮງ ແລະ ຄວາມອຸດົມສົມບູນດ້ານວັດທະນະທໍາ ລວມທັງຊີວະນາໆພັນທີ່ສົມດູນ ແລະ ມີຄວາມໄດ້ປຽບການລົງທຶນຍຸດທະສາດ ໄດ້ຮັບການຮັບຮອງເປັນເມືອງ MICE ແລະ Smart City ສາມາດເຊື່ອມຕໍ່ 1 ໃນ 3 ຂອງໄທ ເຂົ້າກັບປະເທດເພື່ອນບ້ານ ນີ້​ແມ່ນ​​ເງື່ອນ​ໄຂ​ເພື່ອ​ສ້າງ​ການ​ປ່ຽນ​ແປງ​ທາງເສດ ຖະກິດ​-ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ ງານ Isan BCG Expo 2022 ແລະ Isan BCG Forum 2022 ແມ່ນການເລີ່ມຕົ້ນຂອງໂອກາດອັນດີສໍາລັບການພັດທະນາເສດຖະກິດແບບຍືນຍົງຂອງຂອນແກ່ນ ເຊິ່ງພວກເຮົາຈັດໃຫ້ປະເທດໄທ ແລະ ປະເທດເພື່ອນບ້ານ CLMVT ໄດ້ມີໂອກາດປະສານງານແນວຄວາມຄິດ ໂດຍ Isan BCG Expo ມີຈຸດປະສົງເພື່ອເຊື່ອມຕໍ່ຄວາມຮູ້ ແລະ ແນວຄວາມຄິດຮ່ວມກັນ ໃນຂະນະ​ທີ່​ Isan BCG Forum ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ ໂດຍ​ບັນດາ​ຜູ້ນຳ​ຈາກ​ທຸກ​ຂະ​ແໜງ​ການ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ງານຄັ້ງນີ້ ບໍ່ພຽງແຕ່ຊຸກຍູ້ແນວຄວາມຄິດສໍາລັບການເຮັດທຸລະກິດ ແຕ່ຍັງສ້າງໂອກາດສຳລັບ Business Matching ຈາກຫຼາຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມຍືນຍົງ ແລະ ເຕີບໃຫຍ່ຂະຫຍາຍຕົວໃນເສດຖະກິດໃຫ້ຂອນແກ່ນ ແລະ ພາກຕາເວັນອອກສຽງເໜືອ ລວມທັງການກະກຽມກ້າວເຂົ້າສູ່ການເປັນສູນກາງເສດຖະກິດໃນປີ 2030. 

(ສະບາໄພ)

error: Content is protected !!