ສະຫະພັນບານເຕະອາຊີ (AFC) ໄດ້ຈັບສະຫຼາກການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ຊີງແຊັມອາຊີ 2020 ຮອບສຸດທ້າຍ ທີ່ປະເທດອຸດສະເບກິດສະຖານ ເຊິ່ງ U-19 ທີມຊາດລາວ ຢູ່ກຸ່ມ C ຮ່ວມກັບຊາອຸດີອາຣາເບຍ ແຊັມເກົ່າ ອົດສະຕຣາລີ ແຊັມອາຊຽນຄັ້ງຫຼ້າສຸດ ແລະ ສສ ຫວຽດນາມ ໂດຍນັດທີ 1 ຂອງທີມຊາດລາວ U-19 ໃນກຸ່ມ C ຈະພົບກັບຊາອຸດີອາຣາເບຍ ນັດທີ 2 ພົບອົດສະຕຣາລີ ແລະ ນັດທີ 3 ພົບກັບຫວຽດນາມ ການແຂ່ງຂັນຈະມີຂຶ້ນໃນວັນທີ 14-31 ຕຸລາ 2020 ສ່ວນວັນ ແລະ ເວລາແຂ່ງຂັນ ໃນຮອບແບ່ງກຸ່ມ ຄາດວ່າຝ່າຍຈັດການແຂ່ງຂັນຈະແຈ້ງໃຫ້ຊາບໃນມໍ່ໆນີ້.
ຂະນະທີ່ຜົນຈັບສະຫຼາກອີກ 3 ກຸ່ມ: ກຸ່ມ A ປະກອບມີ: ອຸດສະເບກິດສະຖານ ເຈົ້າພາບ ອີຣານ ແຊັມ 4 ສະໄໝ ອິນໂດເນເຊຍ ແລະ ກຳປູເຈຍ ສອງທີມຈາກອາຊຽນກຸ່ມ B: ສ ເກົາຫຼີ ແຊັມສູງສຸດ 12 ສະໄໝ ຍີ່ປຸ່ນ ແຊັມປີ 2016 ອີຣັກ ແຊັມ 5 ສະໄໝ ແລະ ບາເຣນ ກຸ່ມ D: ກາຕ້າ ແຊັມປີ 2014 ມາເລເຊຍ ຮອງແຊັມອາຊຽນຄັ້ງຫຼ້າສຸດ ທາຈີກິດສະຖານ ແລະ ເຢເມັນ.
ການແຂ່ງຂັນບານເຕະຊາຍ U-19 ປີ ຊີງແຊັມອາຊີ 2020 ຮອບສຸດທ້າຍ ມີທັງໝົດ 16 ທີມ ທີ່ຜ່ານການຄັດເລືອກເຂົ້າມາແບ່ງເປັນ 4 ກຸ່ມ ກຸ່ມລະ 4 ທີມ ແຂ່ງແບບພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງກຸ່ມເຂົ້າຮອບ 8 ທີມສຸດທ້າຍ ທີມທີ່ຕິດອັນດັບ 1-4 ໄດ້ສິດເປັນຕົວແທນທະວີບອາຊີ ໄປແຂ່ງຂັນບານເຕະຊາຍ U-20 ປີ ຊິງແຊັມໂລກ 2021 ທີ່ປະເທດອິນໂດເນເຊຍ.
ສຳລັບ U-19 ທີມຊາດລາວ ສາມາດຜ່ານການຄັດເລືອກກ້າວສູ່ຮອບສຸດທ້າຍລາຍການນີ້ ຄັ້ງທຳອິດໃນຮອບ 46 ປີ ຕໍ່ຈາກປີ 1974 ທີ່ປະເທດໄທ ນີ້ເປັນຄັ້ງທີ 5 ເຂົ້າມາຫຼິ້ນໃນຮອບສຸດທ້າຍ ຕໍ່ຈາກປີ 1969 1970 1972 ແລະ 1974 ຜົນງານດີສຸດເຂົ້າຮອບ 8 ທີມ ໃນປີ 1972 ທີ່ຟີລິບປິນ ເປັນເຈົ້າພາບ.