ສຳເລັດການຄົ້ນຄວ້າຂຽນປື້ມແນວຄິດໄກສອນ ພົມວິຫານ ການປ່ຽນແປງໃໝ່ ຈຳນວນ 8 ເຫຼັ້ມ

      ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປະກາດຜົນຂອງການຄົ້ນຄວ້າວິທະຍາສາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ ສປປ ລາວ ຂຶ້ນໃນຕອນເຊົ້າຂອງວັນທີ 22 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ເປັນປະທານຂອງທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ.

    ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນລາຍງານສະພາບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ ສປປ ລາວ ລວມມີ 8 ເຫຼັ້ມ ຄື: ແນວຄິດໄກສອນ ພົມວິຫານ ກ່ຽວກັບພັກປະຊາຊົນປະຕິວັດລາວ ໃນພາລະກິດປ່ຽນແປງໃໝ່ ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານພະນັກງານໃນພາລະກິດປ່ຽນແປງໃໝ່ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດອຳນາດແຫ່ງລັດ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຊາດ ແນວຄິດໄກສອນ ພົມວິຫານ ກ່ຽວກັບປ່ຽນແປງໃໝ່ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ ໃນພາລະກິດປ່ຽນແປງໃໝ່ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດວັດທະນະທຳ-ສັງຄົມ ແລະ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດເສດຖະກິດ.

      ທ່ານ ບຸນທອງ ຈິດມະນີ ໄດ້ກ່າວໃນກອງປະຊຸມຄັ້ງນີ້ວ່າ: ຜົນງານການຄົ້ນຄວ້າຂຽນປຶ້ມແນວຄິດໄກສອນ ພົມວິຫານ ຈຳນວນ 8 ເຫຼັ້ມ ເປັນຂີດໝາຍສຳຄັນຂອງວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ເປັນການເພີ່ມເຕີມຄັງສາງທິດສະດີຂອງພັກ ປະກອບສ່ວນບູລະນະແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ປປ ລາວ ໃຫ້ນັບມື້ນັບສົມບູນ ຂ້າພະເຈົ້າຕີລາຄາສູງ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພິທີປະກາດຜະລິດຕະພັນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ ສປປ ລາວ ໃນເທື່ອນີ້ ແມ່ນພິທີທີ່ມີຄວາມໝາຍສຳຄັນທັງໃນດ້ານທິດສະດີພຶດຕິກຳ ແລະ ເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ສັງຄົມ ເພື່ອຈະນໍາເອົາຜະລິດຕະພັນດັ່ງກ່າວໄປເຜີຍເເຜ່ ແລະ ຜັນຂະຫຍາຍຢູ່ບັນດາກະຊວງ ອົງການນັບທັງສູນກາງ ແລະ ທ້ອງຖິ່ນຢ່າງກວ້າງຂວາງ.

# ເພັດສະໝອນ

error: Content is protected !!