ປະກາດຜົນຄົ້ນຄວ້າວິທະຍາສາດ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່

    ສະພາທິດສະດີສູນກາງພັກ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຈັດກອງປະຊຸມປະກາດຜົນຂອງການຄົ້ນຄວ້າວິທະຍາສາດຫົວຂໍ້ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາ ຂຶ້ນວັນທີ 22 ທັນວາ 2022 ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6) ເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ມີທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປືກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ທ່ານ ສອນທະນູ ທຳມະວົງ ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮອງປະທານສະພາທິດສະດີສູນກາງພັກ ຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ທ່ານ ພູວົງ ອຸ່ນຄຳແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານສະພາທິດສະດີສູນກາງພັກ ຮອງຫົວໜ້າ ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ພ້ອມດ້ວຍ ບັນດາທ່ານຄະນະປະຈຳ ສະມາຊິກສະພາທິດສະດີສູນກາງພັກ ຜູ້ສັງເກດຕີລາຄາ ຄະນະກຳມະການ ບັນດານັກວິທະຍາສາດ ຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົບສູນກາງພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ອົງການອ້ອມຂ້າງສູນກາງເຂົ້າຮ່ວມ 300 ຄົນ.

     ການຈັດກອງປະຊຸມຄັ້ງນີ້ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃຫ້ເຂົ້າສູ່ລວງເລິກ ໄປພ້ອມກັບການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ ທີ່ຜ່ານມາ ພ້ອມນັ້ນບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນລາຍງານສະພາບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາລວມມີ 8 ເຫຼັ້ມຄື: ແນວຄິດໄກສອນ ພົມວິຫານ ກ່ຽວກັບພັກປະຊາຊົນປະຕິວັດລາວໃນພາລະກິດປ່ຽນແປງໃໝ່ ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານພະນັກງານໃນພາລະກິດປ່ຽນແປງໃໝ່ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດອຳນາດແຫ່ງລັດ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຊາດ ແນວຄິດໄກສອນ ພົມວິຫານ ກ່ຽວກັບປ່ຽນແປງໃໝ່ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນໃນພາລະກິດປ່ຽນແປງໃໝ່ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວັດທະນະທຳ-ສັງຄົມ ແລະ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ ເຊິ່ງທ່ານ ພູວົງ ອຸ່ນຄຳແສນ ໄດ້ຍົກໃຫ້ເຫັນເຖິງແຜນການເຄື່ອນໄຫວໃນການຄົ້ນຄວ້າ ຂອງແຕ່ລະຂົງເຂດນັບແຕ່ເລີ່ມຕົ້ນຈົນສຳເລັດ. ໃນພິທີດັ່ງກ່າວທ່ານ ບຸນທອງ ຈິດມະນີ ໄດ້ກ່າວບາງຕອນທີ່ສຳຄັນວ່າ: “ການເປີດຜະລິດຕະພັນປື້ມແນວຄິດໄກສອນ ພົມວິຫານ 8 ເຫຼັ້ມຄັ້ງນີ້ ເປັນຂີດໝາຍສຳຄັນຂອງວຽກງານຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກຳ ເປັນການເພີ່ມເຕີມຄັງສາງທິດສະດີຂອງພັກ ປະກອບສ່ວນບູລະນະແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກໃຫ້ນັບມື້ນັບສົມບູນ ທັງເປັນການສ້າງເງື່ອນໄຂໃຫ້ພະນັກງານ ສະມາຊິກພັກ ແລະ ກຳລັງປະກອບອາວຸດ ຈະມີໂອກາດໄດ້ຄົ້ນຄວ້າ ໝູນໃຊ້ຢ່າງປະດິດສ້າງແນວຄິດໄກສອນ ພົມວິຫານ ເຂົ້າໃນຊີວິດຕົວຈິງ ເປັນການສຶກສາອົບຮົມ ແລະ ເຝິກຝົນຫຼໍ່ຫຼອມໃຫ້ແກ່ສະມາຊິກພັກ ພະນັກງານ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ເຮັດໃຫ້ທຸກຄົນມີຄວາມຮັບຮູ້ເຂົ້າໃຈ ມີຄວາມເຊື່ອໝັ້ນ ສະໜັບສະໜູນ ແລະ ຕື່ນຕົວປະຕິບັດແນວທາງ ນະໂຍບາຍຂອງພັກ ແລະ ລັດຢ່າງຕັ້ງໜ້າດ້ວຍເຫດຜົນທັງໝົດທີ່ໄດ້ກ່າວມານັ້ນ ຂ້າພະເຈົ້າຕີລາຄາສູງ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພິທີປະກາດຜະລິດຕະພັນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາໃນເທື່ອນີ້ ແມ່ນພິທີທີ່ມີຄວາມໝາຍສຳຄັນທັງໃນດ້ານທິດສະດີ ພຶດຕິກຳ ແລະ ເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ສັງຄົມ ເພື່ອຈະນໍາເອົາຜະລິດຕະພັນດັ່ງກ່າວໄປເຜີຍເເຜ່ ແລະ ຜັນຂະຫຍາຍຢູ່ບັນດາກະຊວງ ອົງການນັບທັງສູນກາງ ແລະ ທ້ອງຖິ່ນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!