ວັນທີ 22 ທັນວາ 2022 ທີ່ສະພາແຫ່ງຊາດ ທ່ານນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການວັດທະນະທຳ-ສັງຄົມ ປະທານຄະນະມິດຕະພາບ ລັດຖະສະພາລາວ-ຍີ່ປຸ່ນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ທາເກອິ ຊຸນຊຶເກະ (Takei Shunsuke) ຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນຄົນໃໝ່ ພ້ອມດ້ວຍຄະນະ ເພື່ອແນະນຳຕົວ ແລະ ປຶກສາຫາລືກ່ຽວກັບການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມມາລະຫວ່າງ ສປປ ລາວ-ຍີ່ປຸ່ນ ກໍຄືການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ.


ທ່ານປະທານຄະນະມິດຕະພາບ ລັດຖະສະພາ ລາວ-ຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເຊິ່ງສະແດງອອກດ້ວຍການແລກປ່ຽນຄະນະຜູ້ແທນໄປ-ມາຫາສູ່ກັນ ແລະ ການຊ່ວຍເຫຼືອຕ່າງໆ ເປັນຕົ້ນ ແມ່ນການພັດທະນາດ້ານພື້ນຖານໂຄງລ່າງ ດ້ານເສດຖະກິດ ວັດທະນະທໍາ ການສຶກສາ ສາທາລະນະສຸກ ແຮງງານ ການສົ່ງນັກກົດໝາຍໄປຊ່ວຍສ້າງປະມວນກົດໝາຍອາຍາ ແລະ ກົດໝາຍແພ່ງ ການສົ່ງອາສາສະໝັກ ແລະ ຊ່ຽວຊານຍີ່ປຸ່ນມາເຮັດວຽກຢູ່ລາວ ສອງຝ່າຍຍັງໄດ້ມີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ພ້ອມແຈ້ງຊາບ ສະພາບໂດຍລວມກ່ຽວກັບສະພາແຫ່ງຊາດລາວ ຊຸດທີ IX ເຊິ່ງມີສະມາຊິກສະພາແຫ່ງຊາດ ທັງໝົດ 164 ທ່ານ ຍິງ 36 ທ່ານ ກວມເອົາ 21,95% ຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດ ສະພາປະຊາຊົນແຂວງ ຊຸດທີ II ມີສະມາຊິກທັງໝົດ 492 ທ່ານ ຍິງ 150 ທ່ານ ກວມເອົາ 30,48% ຂອງຈໍານວນສະມາຊິກສະພາປະຊາຊົນແຂວງທັງໝົດ ແລະ ປັດຈຸບັນ ສະພາແຫ່ງຊາດພວມດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4.



ການພົບປະດັ່ງກ່າວ ທ່ານ ເກອິ ຊຸນຊຶເກະ (Takei Shunsuke) ໄດ້ສະແດງຄວາມດີໃຈທີ່ໄດ້ມີໂອກາດເຂົ້າພົບປະໃນຄັ້ງນີ້ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຕີລາຄາສູງຜົນການພົວພັນຮ່ວມມືລະຫວ່າງສອງຝ່າຍໃນໄລຍະຜ່ານມາ ແລະ ເນັ້ນເຖິງຄວາມສຳຄັນໃນການຈະສືບຕໍ່ຮ່ວມມື ແລະຊ່ວຍເຫຼືອໃນຕໍ່ໜ້າ ໂດຍສະເພາະ ໃນການພັດທະນາສັບພະຍາກອນມະນຸດ ແລະ ສືບຕໍ່ແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ກໍຄືຂອງສອງສະພາແຫ່ງຊາດ ແລະ ການຮ່ວມມືໃນຂົງເຂດຕ່າງໆທີ່ເຫັນວ່າສອງຝ່າຍມີຄວາມສົນໃຈນຳກັນ.
ໃນຕອນທ້າຍ ນາງ ທຸມມາລີ ວົງພະຈັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍແກ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງຍີ່ປຸ່ນຈັດຢູ່ໃນອັນດັບຕົ້ນໆຂອງປະເທດທີ່ໃຫ້ການຊ່ວຍເຫຼືອໃນ ສປປ ລາວ ພ້ອມອ້ວຍພອນໃຫ້ທາງ ຄະນະ ຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.