ຄັງແຮເຂົ້າສຸກເສີນອາຊຽນ+3 ມອບເຂົ້າສານ 1.000 ໂຕນ ໃຫ້ ສປປ ລາວ

    ພິທີມອບ-ຮັບເຂົ້າສານ ຈາກຄັງແຮເຂົ້າສຸກເສີນອາຊຽນ+3 ປະກອບມີປະເທດຢີ່ປຸ່ນ ແລະ ສ ເກົາຫຼີ ເພື່ອແຈກຢາຍໃຫ້ແກ່ຜູ້ປະສົບໄພພິບັດ ຢູ່ ສປປ ລາວ ໂດຍການຈັດຕັ້ງປະຕິບັດຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການອາຫານໂລກ ປະຈຳ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ທັນວາ 2022 ທີ່ສາງຫຼັກ 17 ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕາງໜ້າກອງເລຂາຄັງແຮເຂົ້າອາຊຽນ+3 ກ່າວມອບໂດຍທ່ານ ຈູມເຈັດ ກັນຈະນາເກສອນ ຫົວໜ້າກອງເລຂາຄັງແຮເຂົ້າອາຊຽນ+3 ແລະ ກ່າວຮັບໂດຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງ ຮສສ ມີທ່ານ ຈູງຢະ ນະກະໂນະ ອັກຄະລາຊະທູດຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນ ປະຈໍາ ສປປ ລາວ ທ່ານ ນາງ ຈ່ອງ ຈີ່ຢ້າງ ເລຂາເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ເຂົ້າສານທີ່ນຳມາມອບໃນຄັ້ງນີ້ ມີຈໍານວນ 1.000 ໂຕນ ໃນນີ້ ລັດຖະບານຍີ່ປຸ່ນໃຫ້ການສະໜັບສະໜູນ 300 ໂຕນ ແລະ ລັດຖະບານ ສ ເກົາຫຼີ 700 ໂຕນ ເພື່ອນໍາໄປແຈກຢາຍໃຫ້ປະຊາຊົນທີ່ປະສົບໄພພິບັດນໍ້າຖ້ວມຢູ່ບັນດາແຂວງໃນຂອບເຂດທົ່ວປະເທດຂອງ ສປປ ລາວ ໃນປີ 2022.

      ທ່ານ ລີປາວ ຢ່າງ ກ່າວວ່າ: ສຳລັບ ສປປ ລາວ ໃນລະຫວ່າງເດືອນກໍລະກົດ ຫາ ຕຸລາ 2022 ໄດ້ເກີດເຫດການໄພພິບັດນໍ້າຖ້ວມ-ນໍ້າໄຫຼຊຸ ຢູ່ 13 ແຂວງຄື: ຜົ້ງສາລີ ອຸດົມໄຊ ຫຼວງພະບາງ ໄຊຍະບູລີ ຊຽງຂວາງ ຫົວພັນ ວຽງຈັນ ສະຫວັນນະເຂດ ສາລະວັນ ຈຳປາສັກ ເຊກອງ ອັດຕະປື ແລະ ນະຄອນຫຼວງວຽງຈັນ ເຮັດໃຫ້ພື້ນຖານການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຈຳນວນ 70.523 ຄອບຄົວ ມີ 322.954 ຄົນ ຍິງ 163.383 ຄົນ ທີ່ໄດ້ຮັບຜົນກະທົບ ຄິດເປັນມູນຄ່າເສຍຫາຍທັງໝົດປະມານ 552 ກວ່າຕື້ກີບ ຕໍ່ກັບໄພພິບັດທີ່ກ່າວມານີ້ ລັດຖະບານ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫຼືອເບື້ອງຕົ້ນແກ່ຜູ້ປະສົບໄພພິບັດ ຄ່ຽງຄູ່ກັບບັນດາຄູ່ຮ່ວມງານ ອົງການສາກົນກໍໃຫ້ການຊ່ວຍເຫຼືອ ເວົ້າລວມ ເວົ້າສະເພາະ ລັດຖະບານຍີ່ປຸ່ນ ແລະ ລັດຖະບານ ສ ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອເຂົ້າກິນແກ່ລັດຖະບານ ສປປ ລາວ ກໍຄືກະຊວງ ຮສສ ຕະຫຼອດມາ ບໍ່ວ່າຈະເປັນທາງດ້ານວັດຖຸ ເຕັກນິກວິຊາການ ແລະ ການສ້າງບຸຄະລາກອນດ້ານສີມືແຮງງານ.

    ທ່ານ ກ່າວຕື່ມວ່າ: ໃນນາມກະຊວງ ຮສສ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ເຂົ້າຈໍານວນດັ່ງກ່າວນີ້ ໄປແຈກຢາຍໃຫ້ເກີດປະໂຫຍດສູງສຸດຕໍ່ກັບປະຊາຊົນລາວບັນດາເຜົ່າທີ່ປະສົບເຄາະຮ້າຍ ຕາງໜ້າໃຫ້ລັດຖະບານ ສປປ ລາວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງລັດຖະບານຍີ່ປຸ່ນ ແລະ ສ ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ.

# ເພັດສະໝອນ – ລາຍງານ

error: Content is protected !!