ຮ່ວມປຶກສາຫາລື ຮ່ວມກໍ່ສ້າງ ແລະ ຮ່ວມແບ່ງບັນ

    ເນື່ອງໃນໂອກາດສະເຫຼີມສະຫຼອງການໄຂນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຄົບຮອບ 1 ປີຜ່ານມາ ວັນທີ 20 ທັນວາ 2022 ອົງການປົກຄອງແຂວງຫຼວງນໍ້າທາ ຮ່ວມກັບກຸ່ມບໍລິສັດພັດທະນາເຂດເສດຖະກິດສະເພາະບໍ່ເຕ່ນລາວ ຈໍາກັດ ໄດ້ຖືໂອກາດຈັດງານສະເຫຼີມສະຫຼອງດັ່ງກ່າວ ໄປຄຽງຄູ່ກັບການຈັດກອງປະຊຸມດຶງດູດການລົງທຶນຂອງເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ພາຍໃຕ້ຫົວຂໍ້ “ຮ່ວມປຶກສາຫາລື ຮ່ວມກໍ່ສ້າງ ແລະ ຮ່ວມແບ່ງບັນ” ທີ່ເຂດພັດທະນາເສດຖະກິດສະເພາະບໍ່ເຕ່ນແດນງາມ ເປັນປະທານຮ່ວມຂອງທ່ານ ໂຈວ ຄຸນ ປະທານບໍລິສັດຜູ້ພັດທະນາເຂດພັດທະນາເສດຖະກິດສະເພາະບໍ່ເຕ່ນແດນງາມ ແລະ ທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ ມີທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ພ້ອມບັນດາເຈົ້າແຂວງ ຮອງເຈົ້າແຂວງຕາມແລວທາງລົດໄຟລາວ-ຈີນ ແຂວງອ້ອມຂ້າງ ຕະຫຼອດຮອດບັນດານັກທຸລະກິດພາຍໃນເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ໂຈວ ຄຸນ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນການສໍາມະນາທາງທຸລະກິດຄັ້ງທໍາອິດທີ່ຈັດຂຶ້ນໃນ ສປປ ລາວ ພາຍຫຼັງສະພາບການລະບາດພະຍາດໂຄວິດ-19 ໄດ້ຜ່ອນຄາຍລົງ ພ້ອມນີ້ ໄດ້ຖືເອົາກອງປະຊຸມດັ່ງກ່າວເປັນສື່ກາງໃຫ້ສັງຄົມໄດ້ຮູ້ຈັກ ແລະ ເຂົ້າໃຈຕໍ່ທິດທາງແຜນພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ສ້າງເປັນເວທີໃໝ່ແຫ່ງການຮ່ວມມື ແລະ ການແລກປ່ຽນລະຫວ່າງລາວ-ຈີນ ປັດຈຸບັນ ທາງລົດໄຟລາວ-ຈີນ ໄດ້ເປີດນຳໃຊ້ແລ້ວ ລະບົບການຂົນສົ່ງທາງບົກໄດ້ຄ່ອຍໆເປັນຮູບເປັນຮ່າງເທື່ອລະກ້າວ ເຂດພັດທະນາເສດຖະກິດສະເພາະບໍ່ເຕ່ນແດນງາມ ໃນຖານະທີ່ເປັນສູນກາງເຊື່ອມຕໍ່ ກໍໄດ້ຫຼຸດຜ່ອນໄລຍະເວລາ ແລະ ຕົ້ນທຶນໃນການຂົນສົ່ງພາຍນອກ ເຊິ່ງໄດ້ລົງເລີກສາຍພົວພັນກັບບັນດາຕົວເມືອງສຳຄັນ ແລະ ທ່າເຮືອຂອງແຫຼມອິນດູຈີນ ໃນໄລຍະປັດຈຸບັນ ເປັນການເລີ່ມຕົ້ນໃໝ່ ແລະ ເປັນໄລຍະທີ່ດີໃນການປັກຫຼັກສ້າງສາຂອງວິສາຫະກິດ ໂດຍເຂດດັ່ງກ່າວຕັ້ງຢູ່ແຂວງຫຼວງນໍ້າທາ ຕິດກັບດ່ານບໍ່ຫ່ານ ສປ ຈີນ ມີເນື້ອທີ່ສໍາປະທານທັງໝົດ 16,4 ກິໂລຕາແມັດ ໄດ້ວາງແຜນມີກິດຈະກຳການຊື້ເຄື່ອງປອດພາສີ ການຄ້າ ການບໍລິການເງິນ ການວາງສະແດງສິນຄ້າ ແລະ ຈັດກອງປະຊຸມ ອຸດສາຫະກຳປຸງແຕ່ງປອດພາສີ ການສຶກສາ ການປິ່ນປົວ ແລະ ກິດຈະກຳອື່ນໆ.

    ໃນປີ 2015 ລັດຖະບານລາວ-ຈີນ ຮ່ວມເຊັນສັນຍາຂອບແຜນຮ່ວມໃນການສ້າງເຂດຮ່ວມມືເສດຖະກິດບໍເຕ່ນ ສປປ ລາວ – ບໍ່ຫ່ານ ສປ ຈີນ ແລະ ໃນປີ 2016 ລັດຖະບານທັງສອງປະເທດໄດ້ຮ່ວມລົງນາມແຜນແມ່ບົດຫຍໍ້ຂອງເຂດຮ່ວມມືດັ່ງກ່າວ ເຂດເສດຖະກິດພິເສດບໍ່ເຕັນ ສປປ ລາວ – ບໍ່ຫານ ສປ ຈີນ ໄດ້ກາຍເປັນເຂດຮ່ວມມືເສດຖະກິດຂ້າມຊາຍແດນ ແຫ່ງທີ 2 ຂອງປະເທດຈີນ ຮ່ວມກັບປະເທດບ້ານໃກ້ເຮືອນຄຽງ ເພື່ອເສີມຂະຫຍາຍທ່າແຮງລວມຂອບເຂດຮ່ວມມືເຂດບໍ່ເຕ່ນ-ບໍ່ຫານ ໄດ້ສຸມໃສ່ພັດທະນາກິດຈະການສຶກສາ ແລະ ການແພດ ການທ່ອງທ່ຽວ ແລະ ການວັດທະນະທຳ  ການເງິນຂ້າມຊາຍແດນ  ແລະ  ການຂົນສົ່ງໂລຈິສຕິກທັນສະໄໝ ກໍ່ສ້າງຖານຮ່ວມສູນ-ແຈກຢາຍການຄ້າສາກົນ ຕະຫຼາດການຄ້າຊາຍແດນ ແລະ ສູນເກັບຮັກສາສິນຄ້າຂະໜາດໃຫ່ຍ ນຳເຂົ້າກິດຈະການຜະລິດ-ປຸງແຕ່ງ ເພື່ອສ້າງເປັນຖານການຜະລິດ-ປຸງແຕ່ງທີ່ມີສີສັນໃນຂົງເຂດຊາຍແດນລາວ-ຈີນ ແລະ ສ້າງໃຫ້ເປັນເວທີສຳຄັນຂອງການຄ້າລະຫວ່າງປະເທດຈີນ-ອາຊຽນ ການພັດທະນາຂົງເຂດກິດຈະການດັ່ງກ່າວ ດ້ານໜຶ່ງແມ່ນໄດ້ຕື່ມເຕັມຊ່ອງຫວ່າງກິດຈະການຂອງປະເທດລາວ ລວມທັງຂອງອາຊີຕາເວັນອອກສ່ຽງໃຕ້ໃນບາງສ່ວນ ອີກດ້ານໜຶ່ງ ເພື່ອໃຫ້ເຂດນີ້ກາຍເປັນຖານຮອງຮັບການໂອນຖ່າຍກິດຈະການຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຈະສາມາດສົ່ງເສີມການພັດທະນາ ແລະ ການລວມສູນຂອງກິດຈະການໃນທ້ອງຖິ່ນໄດ້ໂດຍໄວ ຈະເພື່ອສ້າງສະພາບແວດລ້ອມດີໃຫ້ແກ່ການລົງທຶນ ແລະ ການພັດທະນາແກ່ວິສາຫະກິດ.

     ສອງປະເທດ ໄດ້ອອກນະໂຍບາຍທີ່ດີຢ່າງຕໍ່ເນື່ອງ ບວກກັບຊັບພະຍາກອນທີ່ອຸດົມສົມບູນ ແລະ ທ່າແຮງທີ່ມີໃນຕົວຂອງເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແລະ ລະບົບການຄົມມະນະຄົມທີ່ສົມບູນຂຶ້ນເທື່ອລະກ້າວ ແລະ ການໄປມາຫາສູ່ກັນຂອງຄົນ ເສດຖະກິດ ການຄ້າ ທີ່ຫຼາຍຂຶ້ນເລື້ອຍໆ ກໍພິສູດໄດ້ເຖິງອະນາຄົດທີ່ສົດໃສຂອງເຂດບໍ່ເຕ່ນ ເພື່ອກ້າວໄປຂ້າງໜ້າຕາມບາດກ້າວແຫ່ງຍຸກສະໄໝ ພ້ອມກັນສູ້ຊົນພະຍາຍາມເພື່ອສ້າງສາອານາຄົດທີ່ສວຍສົດງົດງາມຮ່ວມກັນ.

    ຕອນທ້າຍກອງປະຊຸມ ບັນດາບໍລິສັດຄູ່ຮ່ວມພັດທະນາ ຍັງໄດ້ຮ່ວມລົງນາມດຶງດູດການລົງທຶນເພື່ອພັດທະນາເຂດບໍ່ເຕ່ນແດນງາມໃຫ້ກາຍເປັນຕົວເມືອງໃໝ່ ທີ່ເປັນໃຈກາງແລວທາງເສດຖະກິດຂອງລາວ-ຈີນ ນອກນີ້ ໃນຕອນຄໍ່າ ແຂກທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ເຂົ້າຮ່ວມຊົມການສະແດງສີລະປະວັນນະຄະດີຂອງງານແລກປ່ຽນວັດທະນະທໍາລະຫວ່າງປະຊາຊົນຢູ່ຕາມຊາຍແດນລາວ-ຈີນຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!