ມອບ-ຮັບຫ້ອງຮຽນໃໝ່ ພາກວິຊາພາສາຍີ່ປຸ່ນ ຄະນະອັກສອນສາດ

     ພິທີມອບ-ຮັບ ຫ້ອງຮຽນໃໝ່ ສຳລັບພາກວິຊາພາສາຍີ່ປຸ່ນ ຈັດຂຶ້ນວັນທີ 21 ທັນວາ 2020 ຢູ່ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ເປັນອາຄານ 2 ຊັ້ນ ມີຫ້ອງຮຽນ 3 ຫ້ອງ ແລະ ມີອຸປະກອນຄົບຊຸດ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕາງໜ້າມອບໂດຍ ທ່ານ ທະເກະອິ ຊຸງຊຸເກະ ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ຕາງໜ້າຮັບໂດຍທ່ານ ອຸດົມ ພອນເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໂດຍມີທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ໂຄບະຢະ ເຄັນອິຈິ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ເຂົ້າຮ່ວມ.

    ທ່ານ ທາເກະອິ ຊຸງຊຸເກະ ໄດ້ກ່າວວ່າ: ພາກວິຊາພາສາຍີ່ປຸ່ນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີບົດບາດທີ່ສຳຄັນໃນຂະແໜງການສຶກສາ ນັບຕັ້ງແຕ່ປີ 2003  ພາກວິຊາດັ່ງກ່າວໄດ້ສະໜອງການສຶກສາພາສາຍີ່ປຸ່ນທີ່ມີຄຸນະພາບສູງ ເພື່ອເຮັດໃຫ້ຄົນລາວຈຳນວນຫຼາຍໄດ້ບັນລຸຜົນສຳເລັດຢ່າງດີເດັ່ນໃນແຕ່ລະຂະແໜງວິຊາຂອງພວກເຂົາ ທີ່ກ່ຽວພັນກັນກັບລະດັບພາສາຍີ່ປຸ່ນ ຂ້າພະເຈົ້າຫວັງວ່າ ຫ້ອງຮຽນເພີ່ມຕື່ມທີ່ໄດ້ຈາກໂຄງການດັ່ງກ່າວ ຈະຍົກສູງສະພາບແວດລ້ອມທາງດ້ານການສຶກສາໃຫ້ດີຂຶ້ນ ສົ່ງເສີມໃຫ້ມີນັກສຶກສາທີ່ຮຽນພາສາຍີ່ປຸ່ນຫຼາຍຂຶ້ນກວ່າເກົ່າ ເພື່ອເພີ່ມພູນລະດັບພາສາຂັ້ນສູງໃນການສຶກສາລະດັບສູງຢູ່ທີ່ ສປປ ລາວ.

    ໂອກາດນີ້ ທ່ານ ອຸດົມ ພອນເພັງ ໄດ້ຕາງໜ້າໃຫ້ຄະນະນຳຂອງມະຫາວິທະຍາໄລແຫ່ງຊາດ ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເຫັນເຖິງຄວາມສຳຄັນຂອງການສຶກສາຮ່ຳຮຽນ ໂດຍສະເພາະ ພາກວິຊາພາສາຍີ່ປຸ່ນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ເພື່ອເຮັດໃຫ້ນັກສຶກສາມີຫ້ອງຮຽນທີ່ດີ ພ້ອມທັງຢືນຢັນວ່າ ຈະປົກປັກຮັກສາຫ້ອງຮຽນທີ່ໄດ້ຮັບໃນຄັ້ງນີ້ໄດ້ເປັນຢ່າງດີ ແລະ ຈະນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ການສຶກສາຮ່ຳຮຽນ.

# ຂ່າວ – ພາບ : ບຸນມີ

error: Content is protected !!