ວັນທີ 19-20 ທັນວາ 2022 ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີກອງປະຊຸມສາມັນປະຈຳປີ ຄັ້ງທີ XXXII ລະຫວ່າງຄະນະຜູ້ແທນຊາຍແດນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຊາຍແດນແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເຊິ່ງຄະນະຜູ້ແທນຝ່າຍລາວນໍາໂດຍ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນຊາຍແດນລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ຫງວຽນ ມິງ ວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ ແລະ ບັນດາຮອງເຈົ້າແຂວງຜູ້ຊີ້ນຳວຽກງານຊາຍແດນ 10 ຄູ່ແຂວງຊາຍແດນລາວ ແລະ ຫວຽດນາມເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມຈັດຕັ້ງປະຕິບັດຂະບວນການການສະເຫຼີມສະຫຼອງສອງວັນປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ຢ່າງເປັນຂະບວນຟົດຟື້ນ ສອງຝ່າຍໄດ້ທົບທວນຄືນ ການຈັດຕັ້ງປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ສະບັບປີ 2016 ແລະ ບົດບັນທຶກກອງປະຊຸມສາມັນປະຈໍາປີ ຄັ້ງທີ XXXI ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມໃນໜຶ່ງປີຜ່ານມາ ເຖິງວ່າສະພາບການຂອງໂລກ ພາກພື້ນສືບຕໍ່ຜັນແປຢ່າງວ່ອງໄວ ສະຫຼັບຊັບຊ້ອນ ແລະ ຄາດຄະເນໄດ້ຍາກ ອົງການຊາຍແດນສອງຝ່າຍນັບທັງຂັ້ນສູນກາງ-ທ້ອງຖິ່ນໄດ້ສືບຕໍ່ຄວາມພະຍາຍາມໃນປະສານສົມທົບ ຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບການເມືອງ ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ສ້າງເງື່ອນໄຂສະດວກໃນການພັດທະນາເສດຖະກິດ-ສັງຄົມ ຮັບປະກັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນບໍລິເວນຊາຍແດນ ປະກອບສ່ວນສໍາຄັນໃນການເສີມຂະຫຍາຍ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໃນກອງປະຊຸມ ສອງຝ່າຍຍັງໄດ້ວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າຮ່ວມກັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານຊາຍແດນໃຫ້ມີປະສິດທິພາບເພີ່ມຂື້ນເລື່ອຍໆ ເປັນຕົ້ນ: ສອງຝ່າຍຈະໄດ້ເອົາໃຈໃສ່ໃນການກວດກາລາດຕະເວນຮ່ວມກັນສອງຟາກຊາຍແດນຢ່າງເປັນປະຈຳ ຍົກສູງວຽກງານການຄຸ້ມຄອງຊາຍແດນ ກວດກາບັນດາຫຼັກໝາຍຊາຍແດນດໍາເນີນການບູລະນະບັນດາຫຼັກໝາຍທີ່ຖືກເປ່ເພຍ້ອນໄພທຳມະຊາດ ຖືກເຊາະເຈື່ອນໃຫ້ກັບຄືນສູ່ສະພາບເດີມ ສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບດ່ານຊາຍແດນເພື່ອອໍານວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກຂອງຄົນ ແລະ ສິນຄ້າຜ່ານຊາຍແດນສອງປະເທດ ພ້ອມດຽວກັນນີ້ ສອງຝ່າຍຍັງຈະໄດ້ເພີ່ມທະວີເອົາໃຈໃສ່ວຽກງານການໂຄສະນາເຜີຍແຜ່ນະໂຍບາຍ ແລະ ກົດໝາຍຊາຍແດນໃຫ້ແກ່ບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງ ພໍ່ແມ່ປະຊາຊົນ ນາຍບ້ານ ແລະ ເຖົ້າແກ່ແນວໂຮມ ຜູ້ຊົງຄົນວຸດທິທີ່ດຳລົງຊີວິດຢູ່ບໍລິເວນສອງຟາກຊາຍແດນ ລາວ-ຫວຽດນາມ ໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ຈະແຈ້ງຕໍ່ລະບຽບກົດໝາຍຊາຍແດນ ໃນໂອກາດເຂົ້າຮ່ວມກອງປະຊຸມ ຄະນະຜູ້ແທນຊາຍແດນຂອງສອງຝ່າຍຍັງໄດ້ເຄື່ອນໄຫວຢ້ຽມຢາມບູຮານສະຖານທີ່ເກົ່າແກ່ ແລະ ແຫຼ່່ງທ່ອງທ່ຽວທໍາມະຊາດຈໍານວນໜຶ່ງຂອງແຂວງຫຼວງພະບາງ.
# ເພັດສະໝອນ – ລາຍງານ