ຜົນການກວດກາຕາມມະຕິສະພາແຫ່ງຊາດ ເລກທີ 24/ສພຊ

     ວາລະກອງປະຊຸມສະໄໜສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 22 ທັນວາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທ່ານ ຄຳພັນ ພົມມະທັດ ປະທານກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ແລະ ບາງເນື້ອໃນຕົ້ນຕໍທີ່ກ່ຽວຂ້ອງໃນການເຄື່ອນໄຫວຂອງອົງການກວດກາແຫ່ງລັດ ໃນປີ 2022 ເຊິ່ງໄດ້ຍົກໃຫ້ເຫັນການກວດກາ ຕາມມະຕິສະພາແຫ່ງຊາດ ສະບັບເລກທີ 24/ສພຊ ລົງວັນທີ 16 ພະຈິກ 2021 ມີດັ່ງນີ້:

     ການກວດກາໂຄງການລົງທຶນຂອງລັດໃນຂອບເຂດທົ່ວປະເທດ ຕາມແຈ້ງການສະບັບເລກທີ 130/ ຫສນຍ ລົງວັນທີ 22 ມັງກອນ 2019 ທີ່ມະຕິກອງປະຊຸມສະພາແຫ່ງຊາດໄດ້ມອບໝາຍໃຫ້ອົງການກວດກາແຫ່ງລັດສືບຕໍ່ດໍາເນີນການກວດກາ ໂດຍໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ຕາມບັນຊີເກົ່າ 446 ໂຄງການ ຜ່ານການກວດກາ ເຫັນວ່າຫຼຸດລົງ 30 ໂຄງການ (ຍ້ອນໂຄງການຈໍານວນໜຶ່ງໄດ້ປະຕິບັດສໍາເລັດແລ້ວ ຊໍາລະໝົດແລ້ວ ໄດ້ປົດອອກຈາກສາລະບານແຜນການລົງທຶນຂອງລັດ ແລະ ໂຄງການຈໍານວນໜຶ່ງມີລາຍຊື່ຊໍ້າຊ້ອນກັນ) ຍັງເຫຼືອຕົວຈິງ 416 ໂຄງການ ມູນຄ່າ 58 ຕື້ກວ່າກີບ ໄດ້ກວດກາສໍາເລັດ 280 ໂຄງການ ມູນຄ່າ 17 ຕື້ກວ່າກີບ ແລະ ຍັງບໍ່ທັນກວດກາ 136 ໂຄງການ ມູນຄ່າ 41 ຕື້ກວ່າກີບ ແລະ ໂຄງການທີ່ມີມູນຄ່າ 10 ຕື້ກີບລົງມາ ມີ 2.850 ໂຄງການ ມູນຄ່າ 7.901 ຕື້ກວ່າກີບ ໃນນີ້ ກວດກາສໍາເລັດ 616 ໂຄງການ ມູນຄ່າ 1.803 ຕື້ກວ່າກີບ ແລະ ຍັງບໍ່ທັນໄດ້ກວດກາ 2.234 ໂຄງການ ມູນຄ່າ 6.098 ຕື້ກວ່າກີບ ມາຮອດປັດຈຸບັນໄດ້ກວດກາສໍາເລັດ 896 ໂຄງການ ມູນຄ່າຕາມສັນຍາ 19.085 ຕື້ກວ່າກີບ ແລະ ຍັງບໍ່ທັນກວດກາ 2.370 ໂຄງການ ມູນຄ່າ 47.711 ຕື້ກວ່າກີບ.

error: Content is protected !!