ມາສເຕີ ໄດ້ນັກເຕະດາວເດັ່ນ ຫວັງສ້າງຜົນງານ ໃນລາວລີກ 1

ທ່ານ ບຸນ​ຖະ­ໜອມ ສີ​ຫາ​ລາດ ຮອງ​ປະ­ທານ ແລະ ຜູ້​ຈັດ­ການ​ທີມ​ຂອງ ມາ​ສ​ເຕີ 7 ເອັຟ​ຊີ ໃຫ້​ສຳ­ພາດ​ເມື່ອ​ວັນ​ທີ 16 ມິ­ຖຸ­ນາ 2020 ວ່າ: ດັ່ງ​ທີ່​ຮູ້​ກັນ​ແລ້ວ​ວ່າ ມາ​ສ​ເຕີ 7 ເອັຟ​ຊີ ໄດ້​ເກັບ​ຕົວ​ມາ​ຕັ້ງ­ແຕ່​ເດືອນ​ຕຸ­ລາ 2019 ເປັນ­ຕົ້ນ​ມາ ແລະ ໄດ້​ເຂົ້າ​ຮ່ວມ​ລາຍ­ການ ເອ​ເອັຟ​ຊີ ຄັບ ຮອບ​ເພລ​ອ໊ອຟ ໃນ​ຕົ້ນ​ປີ 2020 ກ່ອນ​ທີ່​ຈະ​ໃຫ້​ນັກ​ເຕະ​ຊ້ອມ​ຢູ່​ເຮືອນ​ຂອງ​ໃຜ­ລາວ ໃນ​ໄລ­ຍະ​ໂຄ​ວິດ-19 ນັບ​ມາ​ຮອດ​ປັດ­ຈຸ­ບັນ​ພວກ​ເຮົາ ກໍ​ໄດ້​ເສີມ​ທັບ​ນັກ​ເຕະ​ດາວ​ເດັ່ນ ທີ່​ຍ້າມ​ມາ​ຈາກ​ສະ­ໂມ­ສອນ ລາວ​ໂຕ​ໂຢ​ຕ້າ 3 ຄົນ ສະ­ໂມ­ສອນ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ຫຼື ປກສ 2 ຄົນ ສະ­ໂມ­ສອນ ຊ້າງ​ນ້ອຍ 2 ຄົນ ກອງ­ທັບ 1 ຄົນ ແລະ ນັກ​ເຕະ​ໃໝ່​ຈາກ​ຍີ່­ປຸ່ນ 2 ຄົນ ໜຶ່ງ​ໃນ​ນັ້ນ ກໍ​ມີ Kosuke YAMAZIDA ແລະ ເປົ້າ​ໝາຍ ຫວັງ​ຈະ​ສ້າງ​ຜົນ­ງານ​ຄັ້ງ​ປະ­ຫວັດ­ສາດ ໃນ​ການ​ຍາດ​ເອົາ​ຂັນ​ແຊັມ​ລີກ​ສູງ​ສຸດ​ຂອງ ສປປ ລາວ ຫຼື ລາຍ­ການ ເປບ​ຊີ ລາວ​ລີກ 1 ລະ­ດູ​ການ​ນີ້ ມາ​ໃຫ້​ໄດ້.

ແຕ່​ເຖິງ​ຢ່າງ­ໃດ​ກໍ​ດີ ພວກ​ເຮົາ​ກໍ​ຈະ​ພະ­ຍາ­ຍາມ​ຄ່ອຍໆ​ພັດ­ທະ­ນາ​ຕໍ່ໆ​ໄປ ເພື່ອ​ສົ່ງ­ເສີມ​ໃຫ້​ທີມ ກ້າວ​ສູ່​ການ​ເປັນ​ທີມ​ອາ­ຊີບ​ໃຫ້​ໄດ້​ຢ່າງ​ເຕັມ­ຕົວ ເພື່ອ​ປະ­ກອບ­ສ່ວນ​ເຮັດ​ໃຫ້​ວົງ​ການ​ບານ­ເຕະ​ລາວ ມີ​ທ່າ­ແຮງ​ທີ່​ໂດດ​ເດັ່ນ​ໃນ​ລະ­ດັບ​ສາ­ກົນ ສ່ວນ​ຄູ່​ແຂ່ງ­ຂັນ​ໃນ​ປີ​ນີ້ ກໍ​ຍົກ​ໃຫ້​ທຸກໆທີມ ເພາະ​ແຕ່​ລະ​ທີມ​ມີ​ການ​ເສີມ​ນັກ​ເຕະ​ກັນ​ຢ່າງ​ຫຼວງ­ຫຼາຍ ແລະ ກໍ​ມີ​ສັກ­ກະ​ຍະ​ພາບ​ໃກ້​ຄຽງ​ກັນ ໂດຍ​ສະ­ເພາະ ແຊັມ​ເກົ່າ ລາວ​ໂຕ​ໂຢ​ຕ້າ ແຊັມ 4 ສະ­ໄໝ​ຊ້ອນ ປີ​ນີ້​ກໍ​ຍັງ​ມີ​ຄວາມ​ໜ້າ​ຢ້ານ​ຫຼາຍ ເພາະ​ເປັນ​ສະ­ໂມ­ສອນ​ທີ່​ມີ​ຄວາມ​ພຽບ​ພ້ອມ​ຫຼາຍ​ກວ່າ ມາ​ສ​ເຕີ 7 ຫຼາຍ​ດ້ານ.

ສຳ­ລັບ ມາ​ສ​ເຕີ 7 ເອັຟ​ຊີ ຈະ​ໃຊ້​ນັກ​ເຕະ​ທັງ​ໝົດ 22 ຄົນ (ນັກ​ເຕະ​ຕ່າງ​ຊາດ 4 ຄົນ) ເຂົ້າ​ຮ່ວມ ລາວ​ລີກ 1 ລະ­ດູ​ການ 2020 ສ່ວນ​ຜົນ­ງານ​ປີ 2019 ລົງ​ສະ­ໜາມ 15 ນັດ​ຊະ­ນະ 9 ສະ­ເໝີ 2 ແລະ ເສຍ 4 ນັດ ມີ 29 ຄະ­ແນນ ໂດຍ​ຕາມ​ຫຼັງ​ແຊັມ ລາວ​ໂຕ​ໂຢ​ຕ້າ ຢູ່ 8 ຄະ­ແນນ ໄດ້​ພຽງ​ຮອງ​ແຊັມ​ໄປ​ຄອງ ແລະ ຫຼ້າ​ສຸດ ກໍ​ໄດ້​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ຮອບ​ເພລ​ອ໊ອຟ ລາຍ­ການ ເອ ເອັຟ​ຊີ ຄັບ 2020 ເປັນ​ຄັ້ງ​ທຳ​ອິດ ສ່ວນ​ນັດ​ປະ​ເດີມ​ສະ­ໜາມ ມາ​ສ​ເຕີ 7 ຈະ​ໄດ້​ພົບ​ກັບ​ຄູ່​ປັບ​ເກົ່າ​ຕະ­ຫຼອດ​ການ ແຊັມ 4 ສະ­ໄໝ ສະ­ໂມ­ສອນ ລາວ​ໂຕ​ໂຢ​ຕ້າ ໃນ​ວັນ​ທີ 11 ກໍ­ລະ­ກົດ 2020 ນີ້ ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16).

error: Content is protected !!