ເຊັນສັນຍາ ໂຄງການຕົວແບບໄລຍະ 2 ການຂະຫຍາຍລະບົບຕາຂ່າຍສາຍທໍ່ສົ່ງນ້ຳໃຫ້ປະຊາຊົນ 3 ແຂວງ

     ເມື່ອບໍ່ດົນມານີ້ ທີ່ໂຮງແຮມລາວພລາຊາ ໄດ້ມີພິທີເຊັນສັນຍາໂຄງການຕົວແບບໄລຍະ 2 (ໂຄງການຂະຫຍາຍລະບົບຕາຂ່າຍສາຍທໍ່ສົ່ງນ້ຳ) ພາຍໃຕ້ຂອງໂຄງການ MaWaSU2 ຮ່ວມລົງນາມໂດຍທ່ານສົມປອງ ສິດທິວົງ ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ຕາງໜ້າຈາກ 3 ແຂວງຄື ແຂວງຊຽງຂວາງ ໄຊຍະບູລີ ຜົ້ງສາລີ ມີທ່ານ ໂທເມກາຊຶ ອິຊິກາວະ ຜູ້ປຶກສາໂຄງການ MaWaSU2 ພ້ອມດ້ວຍຮອງກົມນ້ຳປະປາ ຮອງ ຍທຂ 3 ແຂວງ ແລະ ບັນດາຜູ້ໃຫ້ທຶນເຂົ້າຮ່ວມ.

    ໂຄງການດັ່ງກ່າວ ໄດ້ຂະຫຍາຍສາຍທໍ່ແຈກຈ່າຍນໍ້າປະປາເຂດພື້ນທີ່ບໍລິການບ້ານນາຕາກ ແລະ ບ້ານນາຕໍໃຫຍ່ ເມືອງໄຊຍະບູລີ ແຂວງໄຊຍະບູລີ ເພື່ອໃຫ້ບັນລຸຜົນສໍາເລັດ ປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມ ຊີວິດການເປັນຢູ່ຂອງປະຊາຊົນ ດ້ວຍການສະໜອງນໍ້າປະປາທີ່ມີຄວາມປອດໄພ ແລະ ມີສະຖຽນລະພາບ ໂດຍຜ່ານການເພີ່ມອັດຕາປົກຄຸມພຶ້ນທີ່ບໍລິການໃນເຂດເທສະບານເມືອງໄດ້ 78% ໃນປັດຈຸບັນ ຄາດວ່າປີ 2023 ເພີ່ມຂຶ້ນ 80% ແລະ ຕາມຄາດໝາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງໄຊຍະບູລີໃຫ້ໄດ້ 90% ຂອງປະຊາກອນໃນຕົວເມືອງຮອດປີ 2030 ແລະ ຈັດຕັ້ງປະຕິບັດ 3S ໃຫ້ປາກົດຜົນເປັນຈິງ. ໂຄງການຂະຫຍາຍສາຍທໍ່ແຈກຈ່າຍນໍ້າປະປາເຂດພື້ນທີ່ບໍລິການແຂວງຜົ້ງສາລີມີ  4 ບ້ານໃນເທສະບານເມືອງໃໝ່ ເພື່ອຫຼຸດຜ່ອນຄວາມທຸກຍາກຂອງພໍ່ແມ່ປະຊາຊົນ ດ້ວຍການສະໜອງນໍ້າໃຊ້ທີ່ສະອາດ ແລະ ປອດໄພໃຫ້ປະຊາຊົນໃນເທສະບານເມືອງໃໝ່ໃຫ້ເພີ່ມຂື້ນ 18% ເພີ່ມບໍລິມາດນໍ້າຈໍາໜ່າຍຢ່າງພຽງພໍ ແຮງດັນທີ່ເໝາະສົມ ແລະ ໄດ້ມີການຈັດຕັ້ງລະບົບການກວດກາຄຸນນະພາບນໍ້າໃນເຂດພື້ນທີ່ບໍລິການເທສະບານເມືອງໃໝ່.

    ສຳລັບຢູ່ແຂວງຊຽງຂວາງມີ 6 ບ້ານຂອງເມືອງຄູນ ເພື່ອໃຫ້ບັນລຸສໍາເລັດໃນການເພີ່ມພື້ນທີ່ບໍລິການນໍ້າປະປາຈາກ 8 ບ້ານ ມາເປັນ 14 ບ້ານ ອັດຕາສ່ວນປົກຄຸມພື້ນທີ່ບໍລິການກໍເພີ່ມຂຶ້ນເປັນ 98.43% ພ້ອມທັງຕິດຕັ້ງໝໍ້ແທກນໍ້າເຂົ້າຄົວເຮືອນໃຫ້ໄດ້ 60% ຂອງຈໍານວນປະຊາກອນທີ່ຕ້ອງການຊົມໃຊ້ນໍ້າສະອາດໃນ 6 ບ້ານ ເປົ້າໝາຍ ພາຍຫຼັງສຳເລັດໂຄງການໄລຍະ 1 ປີ ນອກຈາກນັ້ນ ຈະໄດ້ຈັດກິດຈະກໍາຫ້ອງຮຽນນໍ້າປະປາ ແລະ ວຽກງານກວດກາຄຸນນະພາບນໍ້າ ເພື່ອປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນດ້ວຍການສະໜອງນໍ້າທີ່ມີຄວາມປອດໄພ ແລະ ມີສະຖຽນລະພາບ ໂດຍຜ່ານອັດຕາສ່ວນປົກຄຸມພື້ນທີ່ບໍລິການໃນເຂດເທສະບານເມືອງ ແລະ ຈັດຕັ້ງປະຕິບັດ 3S ໃຫ້ປາກົດຜົນເປັນຈິງ ແລະ ສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາວຽກງານນໍ້າປະປາຂອງຂະແໜງ ຍທຂ ແຂວງຊຽງຂວາງ ສະໜອງນໍ້າໃຫ້ປະຊາຊົນໃນພື້ນທີ່ບໍລິການທີ່ມີຢູ່ແລ້ວຂອງເຂດເທສະບານໃຫ້ໄດ້ 95% ໃນປີ 2025 ແລະ 98% ໃນປີ 2030″ ໂຄງການຂະຫຍາຍລະບົບຕາຂ່າຍສາຍທໍ່ສົ່ງນ້ຳໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດຍີປຸ່ນ ຜ່ານອົງການໄຈກາ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!