ແຂວງຫຼວງນໍ້າທາ ຮ່ວມກັບບໍລິສັດຜູ້ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແລະ ແຂວງຢຸນນານ ສປ ຈີນ ຈັດງານສະເຫຼີມສະຫຼອງເປີດການນໍາໃຊ້ລົດໄຟລາວ-ຈີນ ຄົບຮອບ 1 ປີ ວັນທີ 20 ທັນວາ 2022 ຜ່ານລະບົບທາງໄກ ມີທ່ານ ຫວັງ ນິງ ເລຂາຄະນະບໍລິຫານງານພັກແຂວງຢຸນນານ ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ແລະ ທ່ານ ໂຈ ຄຸນ ປະທານບໍລິສັດ ພັດທະນາເສດຖະກິດພິເສດ ບໍ່ເຕ່ນແດນງາມ ຈໍາກັດ ບັນດາເຈົ້າແຂວງ ຮອງເຈົ້າແຂວງຕາມແລວທາງລົດໄຟລາວ-ຈີນ ແຂວງອ້ອມຂ້າງ ແລະ ແຂກຖືກເຊີນທັງສອງຝ່າຍລາວ-ຈີນເຂົ້າຮ່ວມ.


ໃນພິທີ ທ່ານ ຫວັງ ນິງ ໄດ້ກ່າວຄໍາປາໄສ ມີບາງຕອນໃຫ້ຮູ້ວ່າ: ທາງລົດໄຟຈີນ-ລາວ ແມ່ນໂຄງການທີ່ສຳຄັນຂອງການກໍ່ສ້າງ ”ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ເປັນໂຄງການສຳຄັນຂອງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບລາວ ເຊິ່ງໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ຍົກລະດັບການກໍ່ສ້າງ ພັດທະນາອຸດສາຫະກໍາ ພ້ອມທັງຊຸກຍູ້ການດໍາເນີນການບໍລິການ ໃນການພັດທະນາກວມລວມລຽບຕາມເສັ້ນທາງລົດໄຟລາວ-ຈີນ ເຊິ່ງສາມາດຍາດໄດ້ຜົນສໍາເລັດຢ່າງຈົບງາມ ໂດຍສະເພາະ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 8.600.000 ເທື່ອຄົນ ຂົນສົ່ງສິນຄ້າຫຼາຍກວ່າ 12 ລ້ານໂຕນ ມູນຄ່າການຄ້າລະຫວ່າງປະເທດ ບັນລຸ 12 ຕື້ຢວນ ນອກນີ້ ຍັງຈະເອົາໃຈໃສ່ປະຕິບັດບັນດາໝາກຜົນອັນສຳຄັນຂອງການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ ສີຈິ້ນຜິງ ກັບທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ພາຍໃຕ້ການນຳພາຂອງສູນກາງພັກ ຈະລົງເລິກການຮ່ວມມືກັບລາວຕື່ມອີກ ສ້າງກົນໄກການສື່ສານ ການຕິດຕໍ່ພົວພັນຢ່າງຕັ້ງໜ້າ ຊຸກຍູ້ການປັບປຸງຄຸນນະພາບ ເລັ່ງການຮ່ວມມືພັດທະນາອຸດສາຫະກໍາຕາມທາງລົດໄຟ ພະຍາຍາມສ້າງທາງລົດໄຟຈີນ-ລາວໃຫ້ເປັນການເຊື່ອມຈອດກັນຢ່າງມີປະສິດທິຜົນ ຈະຕັ້ງໜ້າສ້າງກົນໄກອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂໃຫ້ທຸກຝ່າຍທັງຢູ່ພາຍໃນ ແລະ ຕ່າງປະເທດນຳໃຊ້ “ລົດໄຟຄວາມໄວສູງ” ຂອງທາງລົດໄຟຈີນ-ລາວໃຫ້ດີ ແບ່ງປັນກາລະໂອກາດ ສະແຫວງຫາການພັດທະນາ ສ້າງອະນາຄົດທີ່ດີກວ່າເກົ່າ ແລະ ຮ່ວມມືກັບທຸກຝ່າຍ ເພື່ອເຮັດໃຫ້ການຮ່ວມມືພັດທະນາທາງລົດໄຟຈີນ-ລາວ ໄດ້ຮັບຜົນປະໂຫຍດເຊິ່ງກັນແລະກັນ.


ໂອກາດນີ້ ທ່ານ ໄຊຊະນະ ສິດທິພອນ ໄດ້ກ່າວຄໍາປາໄສ ເຊິ່ງມີບາງຕອນໃຫ້ຮູ້ຕື່ມວ່າ: ທາງລົດໄຟລາວ-ຈີນແມ່ນຄວາມສຳເລັດອັນພົ້ນເດັ່ນໃນປະຫວັດສາດການຂົນສົ່ງຂອງລາວ ແລະ ທາງເສັ້ນນີ້ ເກີດຈາກຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງ ສປປ ລາວ ໄດ້ໃຫ້ການສະໜັບສະໜູນ ທັງເປັນຜູ້ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເປັນຜູ້ໄດ້ຮັບຜົນປະໂຫຍດຕົວຈິງຫຼາຍຢ່າງຈາກຂໍ້ລິເລີ່ມດັ່ງກ່າວ ປັດຈຸບັນ ທາງລົດໄຟລາວ-ຈີນໄດ້ຊ່ວຍໃຫ້ລາວມີເຄືອຂ່າຍໂລຈິສຕິກອອກສູ່ທະເລ ແລະ ສາມາດເຊື່ອມຕໍ່ເຂົ້າເຖິງບັນດາປະເທດໃນພາກພື້ນໄດ້ງ່າຍຂື້ນ ເຊິ່ງອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າໄດ້ເປັນຢ່າງດີ ພ້ອມທັງຊ່ວຍຊຸກຍູ້ສົ່ງເສີມໃຫ້ນັກລົງທຶນ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວລາວຫຼາຍຂື້ນ.




ລາວ ແລະ ຈີນ ແມ່ນສອງປະເທດທີ່ມີສາຍພູ ສາຍນໍ້າຕິດຈອດກັນ ສາຍພົວພັນລາວ-ຈີນ ໄດ້ກາຍເປັນຄູ່ຮ່ວມມືທີ່ສໍາຄັນໃນຂະບວນການແຫ່ງການພັດທະນາ ສອງປະເທດໄດ້ກາຍເປັນຄູ່ຮ່ວມຊາຕາກຳທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ການພົວພັນທາງດ້ານເສດຖະກິດນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ສະເພາະເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ແລະ ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ທີ່ກໍາລັງພັດທະນາ ໄດ້ກາຍເປັນສິ່ງຢືນຢັນເຖິງໝາກຜົນຂອງການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບດັ່ງກ່າວພ້ອມນັ້ນ ດ່ານບໍ່ເຕ່ນ-ບໍ່ຫານ ບໍ່ພຽງແຕ່ເປັນເຂດເສດຖະກິດພິເສດຮ່ວມມືລະຫວ່າງລາວ-ຈີນເທົ່ານັ້ນ ຍັງເປັນເຂດຮ່ວມມືເສດຖະກິດທີ່ນໍາໜ້າໃນອາຊຽນນໍາອີກ ຄຽງຄູ່ກັນນັ້ນ ເຂດເສດຖະກິດພິເສດບໍ່ເຕ່ນ ໄດ້ກາຍເປັນເຂດທີ່ມີມົນສະເໜ່ ແລະ ເຕັມໄປດ້ວຍກາລະໂອກາດ ທີ່ພວມດຶງດູດນັກລົງທຶນໃຫ້ເຂົ້າມາເຂດນີ້ນັບມື້ຫຼາຍຂຶ້ນ ບໍ່ເຕ່ນຈະກາຍເປັນຕົວເມືອງໃໝ່ຂອງລາວໃນອະນາຄົດ ແລະ ເປັນອີກໜຶ່ງຂອງສູນກາງເສດຖະກິດພາກເໜືອຂອງລາວ.
# ຂ່າວ – ພາບ : ຂັນທະວີ