ນັກຮຽນລາວ ຍາດໄດ້ອັນດັບ 3 ຂອງການແຂ່ງຂັນການຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ

    ການຕ້ອນຮັບຄະນະນັກຮຽນເກ່ງ ທີ່ເດີນທາງເຂົ້າຮ່ວມແຂ່ງຂັນການຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ລະດັບຊາດ ຄັ້ງທີ 10 ທີ່ປະເທດມຽນມາ ມີຂຶ້ນວັນທີ 20 ທັນວາ 2022 ທີ່ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ນໍາໂດຍທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງອໍານວຍການວິທະຍຸກະຈາຍສຽງແຫ່ງຊາດລາວ ທັງເປັນຄະນະນໍາພານັກຮຽນເຂົ້າຮ່ວມແຂ່ງຂັນການຖາມ-ຕອບຄວາມຮູ້ອາຊຽນ ເຂົ້າພົບປະທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ມີບັນດາຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນປາດຖະໜາ ໂຮງຮຽນນານາຊາດ ແສງດາລາ ແລະ ໂຮງຮຽນໂພນໄຊ ແຂວງຈຳປາສັກ ເຂົ້າຮ່ວມ.

    ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມີຄໍາເຫັນວ່າ: ໂຄງການແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ແມ່ນເປັນກິດຈະກໍາໜື່ງທີ່ເປັນບຸລິມະສິດທີ່ນອນຢູ່ໃນແຜນງານຍຸດທະສາດການຮ່ວມມືໃນຂົງເຂດວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນອາຊຽນ ແຕ່ປີ 2016 ຫາ 2025 ເພື່ອເປັນການສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຊາຄົມອາຊຽນ ໂດຍສະເພາະ ທາງດ້ານການເມືອງ-ຄວາມໝັ້ນຄົງ ເສດຖະກິດ ວັດທະນະທໍາ-ສັງຄົມໃຫ້ນັກຮຽນໃນພາກພື້ນອາຊຽນ ກໍຄືນັກຮຽນໃນ ສປປ ລາວ ນັບມື້ນັບກວ້າງຂວາງຂື້ນກວ່າເກົ່າ ທັງເປັນການເສີມສ້າງຄວາມຮູ້ຄວາມສາມາດ ແລະ ພັດທະນາຊັບພະຍາກອນຮຸ່ນໜຸ່ມໃນບັນດາປະເທດສະມາຊິກອາຊຽນໃຫ້ມີຄວາມເຂັ້ມແຂງຂື້ນໄປເລື້ອຍໆ.

    ສໍາລັບຕົວແທນນັກຮຽນທີ່ເຂົ້າຮ່ວມແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດຄັ້ງທີ 10 ມີ ນາງ ອາລິເຊຍ ຊາພັກດີ ຈາກໂຮງຮຽນປາດຖະໜາ ນາງ ສິຣິລັກ ແສງດາລາ ຈາກໂຮງຮຽນນານາຊາດ ແສງດາລາ ແລະ ທ້າວ ຄໍາສະຫວ່າງ ຈາກໂຮງຮຽນໂພນໄຊ ແຂວງຈໍາປາສັກ.

     ໄລຍະຜ່ານມາ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດ ຄັ້ງທີ 7 ໃນປີ 2016 ທີ່ນະຄອນຫຼວງວຽງຈັນ ໃນນັ້ນ ນັກຮຽນຈາກ ສປປ ລາວ ສາມາດຍາດໄດ້ອັນດັບທີ 1 ຂອງອາຊຽນ ປີ 2018 ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 8 ຈັດຂື້ນທີ່ບາຫຼີ ປະເທດອີນໂດເນເຊຍ ນັກຮຽນລາວເຮົາສາມາດຍາດໄດ້ອັນດັບທີ 2 ຂອງອາຊຽນ ປີ 2020 ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 9 ຈັດຂື້ນທີ່ປະເທດສິງກະໂປໃນຮູບແບບອອນລາຍ ນັກຮຽນ ສປປ ລາວ ສາມາດຍາດໄດ້ອັນດັບທີ 4 ຂອງອາຊຽນ ແລະ ປີ 2022 ນີ້ ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດ ຄັ້ງທີ 10 ເຊິ່ງຈັດຂື້ນທີ່ປະເທດມຽນມາ ນັກຮຽນ ສປປ ລາວເຮົາກໍສາມາດຍາດໄດ້ອັນດັບທີ 3 ຂອງອາຊຽນ.

error: Content is protected !!