ຈັດເທສະການວັນໂພຊະນາການ ພ້ອມສົ່ງເສີມການຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ປະຊາຊົນ

    ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນານ ແຂວງຫຼວງພະບາງ ຮ່ວມກັບໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ (ຊກຂ) (PICSA) ຈັດເທສະການວັນໂພຊະນາການຂຶ້ນ ຫວ່າງບໍ່ດົນມານີ້ ທີ່ໂຮງຮຽນປະຖົມບ້ານແກ້ວມະນີ ໂດຍເປັນປະທານຂອງທ່ານ ແສງເພັດ ເພັດດວງຈັນ ຮອງເຈົ້າເມືອງໆນານ ຜູ້ຊີ້ນໍາວຽກງານໂຄງການຂັ້ນເມືອງ ມີທ່ານ ຄໍາໂກ້ ສີອໍາພອນ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຜູ້ປະສານງານໂຄງການຂັ້ນເມືອງ ມີນາຍບ້ານໆແກ້ວມະນີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ອ່ອນແກ້ວ ຄະນະກໍາມະການໂພຊະນາການຂັ້ນເມືອງ ໄດ້ນໍາສະເໜີຜົນການຈັດຕັ້ງປະຕິບັດວຽກງານໂພຊະນາການພາຍໃນເມືອງໃນໄລຍະຜ່ານມາໂດຍຫຍໍ້ ລວມທັງບັນດາໜ້າວຽກ ແລະ ກິດຈະກໍາຕ່າງໆທີ່ໄດ້ຈັດຕັ້ງປະຕິບັດ ເຊິ່ງເຫັນວ່າຄະນະຮັບຜິດຊອບແມ່ນໄດ້ລົງຕິດຕາມ ຊຸກຍູ້ບັນດາວຽກງານໂພຊະນາການຂັ້ນບ້ານ ມີການເຝິກອົບຮົມ ແລະ ມອບອຸປະກອນຄົວເຮືອນໃຫ້ບ້ານ ແລະ ໂຮງຮຽນບ້ານເປົ້າໝາຍ ໃນນີ້ ໄດ້ສາທິດການປຸງແຕ່ງອາຫານໃຫ້ກັບ 6 ບ້ານເປົ້າໝາຍຂອງໂຄງການ ທຽບໃສ່ແຜນປີ ແມ່ນສໍາເລັດ 100% ແລະ ໄດ້ລົງມອບທຶນສ່ວນຄົວ 1 ລ້ານກີບຕໍ່ຄອບຄົວໃນຈໍານວນ 60 ຄົວເຮືອນ ຈໍານວນ 60 ລ້ານກີບ ໃຫ້ກັບບ້ານເປົ້າໝາຍສໍາເລັດ 100% ພ້ອມນີ້ ຍັງຈະໄດ້ສືບຕໍ່ມອບທຶນສົມທົບປູກພືດສວນຄົວໃຫ້ຄອບຄົວເພີ່ມໃໝ່ 5 ບ້ານ ບ້ານລະ 5 ຄອບຄົວ ເປັນເງິນ 30 ລ້ານກີບ ໂອກາດນີ້ ຍັງໄດ້ຮັບຟັງການນໍາສະເໜີການຈັດຕັ້ງປະຕິບັດວຽກໂພຊະນາການພາຍໃນບ້ານດັ່ງກ່າວ ຈາກຄະນະໂພຊະນາການຂັ້ນບ້ານຕື່ມອີກ ໃນພິທີ ຍັງໄດ້ທົບທວນຄືນກ່ຽວກັບຄວາມຮູ້ ແລະ ເຂົ້າໃຈຕໍ່ກັບການກິນອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ ຖືກຕ້ອງຕາມໂພຊະນາການ ຕາມໂຄງການໄດ້ເຝິກອົບຮົມ ເພື່ອໃຫ້ເດັກໃນໄວຈະເລີນພັນມີການພັດທະນາທາງດ້ານມັນສະໝອງ ມີຄວາມສະຫຼາດ ໂດຍສະເພາະແມ່ນໄດ້ຈັດຕັ້ງການຖາມ-ຕອບຕໍ່ນັກຮຽນ

    ໂອກາດດັ່ງກ່າວ ຄະນະປະທານ ແລະ ຄະນະຮັບຜິດຊອບວຽກງານໂພຊະນາການ ຜູ້ຊີ້ນໍາກຸ່ມ ຜູ້ຊີ້ນໍາບ້ານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງທ່ຽວຊົມຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າຂະໜາດນ້ອຍຂອງພໍ່ແມ່ປະຊາຊົນພາຍໃນກຸ່ມເປົ້າໝາຍຂອງໂຄງການ ເປັນຕົ້ນ ພືດ ຜັກສວນຄົວ ແລະ ອື່ນໆ ພ້ອມທັງເປີດໃຫ້ມີການຊື້-ຂາຍ ສ້າງລາຍຮັບໃຫ້ປະຊາຊົນ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

error: Content is protected !!