ຮ່ວມມືພັດທະນາແຫຼ່ງທ່ອງທ່ຽວຕາດສູງ ແລະ ຖໍ້າເກົ້າຮູພູຕາກເຂົ້າ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຊຸກຍູ້ ສົ່ງເສີມການທ່ອງທ່ຽວຕາດສູງ ຖໍ້າເກົ້າຮູ ພູຕາກເຂົ້າ ຢູ່ເມືອງເລົ່າງາມ ແຂວງສາລະວັນ ລະຫວ່າງຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງເລົ່າງາມ ກັບບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບ້ານສະນຶມໃນ ເມືອງເລົ່າງາມ ໂດຍການລົງນາມລະຫວ່າງທ່ານ ຈັນຫວ່າງ ແກ້ວທະນູສິນ ຫົວໜ້າຫ້ອງການ ຖວທ ເມືອງເລົ່າງາມ ແລະ ທ່ານນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວຕາດເຍືອງ ມີທ່ານ ມະໄລວອນ ສີປະເສີດ  ຫົວໜ້າພະແນກ ຖວທ ແຂວງ  ທ່ານ ຄຳຫວັນ ສີສະໝຸດ ຮອງເຈົ້າເມືອງເລົ່າງາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

    ການເຊັນສັນຍາຄັ້ງນີ້ ແມ່ນເພື່ອເປັນການສ້າງເຄືອຂ່າຍໃນການພັດທະນາສົ່ງເສີມ ແລະ ຂະຫຍາຍຕະຫຼາດການທ່ອງທ່ຽວຮ່ວມກັນ ໂດຍສະເພາະ ແມ່ນການສົ່ງເສີມການທ່ອງທ່ຽວແບບອະນຸຮັກໃຫ້ປະຊາຊົນມີສ່ວນຮ່ວມ ສ້າງວຽກເຮັດງານທຳໃຫ້ປະຊາຊົນຂັ້ນບ້ານໄດ້ມີລາຍຮັບເພີ່ມຈາກການທ່ອງທ່ຽວ ເພື່ອເລັ່ງໃສ່ພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ການພັດທະນາ ຄຸ້ມຄອງ ແລະ ສົ່ງເສີມການທ່ອງທ່ຽວຢູ່ແຫຼ່ງທ່ອງທ່ຽວ ຕາດສູງ ບ້ານສະນຶມໃນ ແລະ ແຫຼ່ງທ່ອງທ່ຽວ ຖໍ້າ 9 ຮູພູຕາກເຂົ້າ ຢູ່ບ້ານທົ່ງຂາມ ເມືອງເລົ່າງາມ ແຂວງສາລະວັນ ເຊິ່ງທັງສອງຝ່າຍໄດ້ເຫັນດີຮ່ວມກັນໃນການແລກປ່ຽນຜະລິດຕະພັນການທ່ອງທ່ຽວ ການພັດທະນາການທ່ອງທ່ຽວແບບອະນຸຮັກ ປະຊາຊົນມີສ່ວນຮ່ວມ ເພື່ອຄວາມຍືນຍົງ ສ້າງສື່ສິ່ງພິມ ການໂຄສະນາຫຼາຍຮູບແບບ ແລະ ການຕະຫຼາດ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ມາທ່ຽວຊົມແຫຼ່ງທ່ອງທ່ຽວ ເຫັນດີຊຸກຍູ້ ແລະ ສົ່ງເສີມຜະລິດຕະພັນການທ່ອງທ່ຽວ ເຄື່ອງຫັດຖະກຳຜົນຜະລິດກະສິກຳ ຈາກພູມປັນຍາຂອງຊາວບ້ານເຊັ່ນ: ການຈັກສານ ຫັດຖະກຳຕໍ່າຫູກ ເຄື່ອງທີ່ລະນຶກ ປູກຜັກປອດສານພິດ ແລະ ອື່ນໆ.

error: Content is protected !!