
ຖາວອນ ພົນອາສາ ນັກກີລາຖີບລົດຊາຍ ນະຄອນຫຼວງວຽງຈັນ ສ້າງຜົນງານໄດ້ໜ້າປະທັບໃຈ ຍາດຫຼຽນຄຳມາຄອງ 2 ລາຍການ ໃນການແຂ່ງຂັນກີລາຖີບລົດ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ 2022 ຂະນະທີ່ເຈົ້າໂຕເວົ້າແບບເປີດໃຈ ເສຍດາຍຫຼຽນທີ 3 ຖ້າຫາກບໍ່ເກີດອຸບັດເຫດ.

ຖາວອນ ໃຫ້ສຳພາດຫຼັງຈາກສຳເລັດການແຂ່ງຂັນວ່າ: ຕົນເອງສຸດເສຍດ່າຍພາດຄວ້າຫຼຽນຄຳ ທີ 3 ໃຫ້ທັບນັກກິລາ ນະ ຄອນຫຼວງ ຈາກການເກີດອຸບັດຕິເຫດ ລາຍການ 80 ກິໂລແມັດ ບຸກຄົນລົດຖີບວິບາກ ຊາຍ ໄປຕຳກັບລົດຈັກ ທີ່ແລ່ນສວນ ທາງກັນ ຄິດວ່າໃນໄລຍະນັ້ນ ແມ່ນເປັນທາງທີ່ເພີ່ມຄວາມໄວໄດດ້ເຕັມທີ ແລະ ຕົນເອງກໍນຳຫ່າງຄູ່ແຂ່ງຂັນພໍສົມຄວນ ຈຶ່ງຕັດສິນໃຈເພິ່ມຄວາມໄວຕື່ມອີກເພື່ອໜີຫ່າງຄູ່ແຂ່ງຂັນໃຫ້ໄກທີ່ສຸດຫວັງຄວາມຫຼຽນຄຳ ແຕ່ເລື່ອງບໍ່ຄາດຄິດກໍເກີດຂຶ້ນ ແຕ່ຍັງດີທີ່ຕົນເອງ ໄດ້ຮັບບາດເຈັບເລັກໜ້ອຍ ແລະ ໄດ້ສືບຕໍ່ເຂົ້າຮ່ວມແຂ່ງຂັນຈົນຈົບ ໄດ້ພຽງອັນດັບ 3.
ຢ່າງໃດກໍຕາມ ຕໍ່ກັບຜົນງານທີ່ຍາດມາໄດ້ ກໍຕ້ອງຂໍຂອບໃຈມາຍັງຄະນະນຳນະຄອນຫຼວງ ກໍຄື ຄະນະບໍລິຫານງານ ສະຫະພັນລົດຖີບ ນະຄອນຫຼວງວຽງຈັນ ທີ່ໃຫ້ການສະໜັບສະໜູນຢ່າງໃກ້ສິດ ແລະ ເຮັດໃຫ້ພວກເຮົາປະສົບຜົນ ສຳເລັດໃນຄັ້ງນີ້ ຜົນງານຫຼຽນຄຳ ຂໍມອບໃຫ້ຊາວນະຄອນຫຼວງວຽງຈັນ.

ສຳລັບ 2 ຫຼຽນຄຳ ຂອງ ຖາສວອນ ພົນອາສາ ໄດ້ຈາກລາຍການ 50 ກິໂລແມັດ ຈັບເວລາທີມ ລົດກວກທີມຊາຍ ແລະ ລາຍການຈັບເວລາທີມຊາຍໄລຍະທາງໄກ 120 ກິໂລແມັດທີມຊາຍ ສ່ວນຫຼຽນທອງ ໄດ້ຈາກລາຍການ 80 ກິໂລແມັດ ປະເພດລົດເສືອພູເຂົາ.