
ທີມນັກກີລາບານເຕະຍິງ ນະຄອນຫຼວງວຽງຈັນ ຄອງຫຼຽນຄຳ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ 2022 ຫຼັງຈາກເອົາຊະນະເຈົ້າພາບ 3-1 ດ້ວຍການດວນຈຸດໂທດ ຄອງແຊ໋ມຫຼຽນຄຳກີລາແຫ່ງຊາດ ສະໄໝທີ 6.

ໃນການແຂ່ງຂັນເປັນວ່າ ຝ່າຍເຈົ້າພາບໄດ້ປຽບຫຼິ້ນເກມບຸກໄດ້ດີ ເຮັດໃຫ້ມີໂອກາດທີ່ຈະຍິງຫຼາຍຄັ້ງ ແຕ່ກໍບໍ່ເປັນຜົນ ຈົບໝົດເວລາການແຂ່ງຂັນ 90 ນາທີ ສະເໝີກັບໄປ 0-0 ເຮັດໃຫ້ກຳມະການໄດ້ຕໍ່ເວລາພິເສດ 30 ນາທີ ກໍເປັນຝ່າຍເຈົ້າພາບທີ່ສືບຕໍ່ບຸກ ເກືອບເວົ້າໄດ້ວ່າພັບສະໜາມຫຼິ້ນເລີຍກໍວ່າໄດ້ ໝົດເວລາການແຂ່ງຂັນທັງສອງຝ່າຍຍັງບໍ່ສາມາດຍິງປະຕູກັນໄດ້ ແລະ ສຸດທ້າຍ ກໍເປັນຝ່າຍນະຄອນຫຼວງວຽງຈັນ ທີ່ອາໄສທັກທັກສະຂອງຜູ້ຮັກສາປະຕູ ບວກກັບການຍິງທີ່ແຫຼມຄົມຂອງນັກເຕະ ເອົາຊະນະເຈົ້າພາບໃນການດວນຈຸດໂທດໄປ 3-1 ປະຕູ ຍາດຫຼຽນຄຳໃນຊຽງຂວາງເກມມາຄອງ ສ່ວນຫຼຽນເງິນເປັນຂອງເຈົ້າພາບ ຫຼຽນທອງເປັນຂອງ ແຂວງຫຼວງພະບາງ.
ສ່ວນຜົນງານຂອງທີມນະຄອນຫຼວງວຽງຈັນ ນັດທຳອິດນະຄອນຫຼວງ ວຽງຈັນ ເອົາຊະນະ ຫຼວງພະບາງ 1-0 ນັດທິ 2 ເອົສຊະນະຈຳປາສັກ 2-0 ແລະ ນັດສຸດທ້າຍເສຍໃຫ້ເຈົ້າພາບ 2-1.
ສຳລັບທີມບານເຕະຍິງນະຄອນຫຼວງວຽງຈັນ ສາມາດຍາດຫຼຽນຄຳໃນງານກີລາແຫ່ງຊາດມາເປັນສະໄໝທີ 6 ຄື: ວຽງຈັນ ເກມ ປີ 2000 ສະຫວັນນະເຂດ ເກມ ປີ 2005 ຈຳປາສັກ ເກມ ປີ 2008 ຫຼວງພະບາງ ເກມ ປີ 2011ອຸດົມໄຊ ເກມ ປີ 2014 ແລະ ຫຼ້າສຸດ ຊຽງຂວາງ ເກມ 2022.
ພາບໂດຍ: Phoonsab Thepvongsa