ກຳລັງສື່ສານ ປກສ ຮັບປະກັນການຕິດຕໍ່-ພົວພັນໃຫ້ມີຄວາມສະດວກ ໃນຊຽງຂວາງ ເກມ 2022

    ກໍາລັງຕໍາຫຼວດສື່ສານ ກະຊວງ ປກສ ສົມທົບກັບ ປກສ ແຂວງຊຽງຂວາງ ເອົາໃຈໃສ່ປະຕິບັດໜ້າທີ່ວຽກ ງານສື່ສານ ໃນການຕິດຕໍ່ພົວພັນ ປະສານວຽກງານໃຫ້ມີຄວາມສະດວກວ່ອງໄວ ແລະ ແກ້ໄຂເຫດສຸກເສີນທັນເວລາ ເພື່ອປະກອບສ່ວນໃນວຽກງານປ້ອງກັນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ 2022).

    ທ່ານ ພັອ ບົວຜັນ ສີສະຫວັດ ຮອງຫົວໜ້າກົມສື່ສານ ກະຊວງ ປກສ ຄະນະຮັບຜິດຊອບວຽກງານປ້ອງກັນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI  ໃຫ້ສໍາພາດວັນທີ 19 ທັນວາ 2022 ວ່າ:  ກົມສື່ສານ ຮັບຜິດຊອບໜ້າທີ່ການປະກອບອຸປະກອນຕິດຕໍ່ສື່ສານ ໃນການປ້ອງກັນງານມະຫະກໍາກີລາຄັ້ງນີ້ ໂດຍໄດ້ກະກຽມບັນດາອຸປະກອນສື່ສານຕ່າງໆ ເປັນຕົ້ນ ດ້ານກໍາລັງຈໍານວນພົນ ອຸປະກອນສື່ສານ ລະບົບປ້ອງກັນຕົວເມືອງ ຕິດຕັ້ງທຸກເມືອງຂອງແຂວງຊຽງຂວາງ ແລະ ແຂວງໄດ້ຕັ້ງສູນ ນອກນີ້ ຍັງມີລະບົບໂຟນີ່ທີ່ໄດ້ປະກອບເຂົ້າໃນງານຄັ້ງນີ້ 300 ກວ່າເຄື່ອງ ພ້ອມທັງຮັບຜິດຊອບກ່ຽວກັບວຽກງານກ້ອງວົງຈອນປິດໃນເທສະບານແຂວງຊຽງຂວາງ ໂດຍສະເພາະ ຢູ່ສະໜາມ ໄຂ-ປິດ ຕິດຕັ້ງເປັນລະບົບຄົບຊຸດ. ນອກນີ້ ຍັງມີອຸປະກອນສຳຮອງ ກ້ອງວົງຈອນປິດ ຕິດຕັ້ງລົດເຄື່ອນທີ່ໃນການປະຕິບັດໜ້າທີ່ ເລີ່ມແຕ່ວັນທີ 1 ທັນວາ 2022 ເປັນຕົ້ນມາ ປັດຈຸບັນ ວຽກງານສື່ສານມີຄວາມຮັບປະກັນ 100% ສາມາດຕອບສະໜອງຕາມຄວາມຕ້ອງການໜ້າທີ່ວຽກງານ ໂດຍສະເພາະວຽກງານປ້ອງກັນງານມະຫະກໍາກີລາຄັ້ງນີ້ໃຫ້ມີຄວາມສະຫງົບ-ປອດໄພ ພ້ອມນີ້ ຍັງຈະສືບຕໍ່ສຸມໃສ່ປະຈໍາການຕິດຕັ້ງເສີມກ້ອງ ອຸປະກອນສື່ສານຕ່າງໆ ເພື່ອຮັບໃຊ້ວຽກງານຄັ້ງນີ້ໃຫ້ມີຜົນສໍາເລັດຈົນຮອດມື້ປິດງານ.

# ຂ່າວ – ພາບ : ສະບາໄພ

error: Content is protected !!