ເຜີຍແຜ່ນິຕິກຳທີ່ຕິດພັນກັບ 2 ວາລະແຫ່ງຊາດ

     ວັນທີ 16 ທັນວາ 2022  ກະຊວງຍຸຕິທຳ ໄດ້ລົງມາເຜີຍແຜ່ນິຕິກຳທີ່ຕິດພັນກັບ 2 ວາລະແຫ່ງຊາດຂອງຂະແໜງຍຸຕິທຳ ຢູ່ວິທະຍາຄານນາຍທະຫານບົກ ກົມມະດຳ ໂດຍເປັນປະທານຂອງທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາ ເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ມີທ່ານ ພັນເອກ ບົວໄລ ສີລັກສາ ຫົວໜ້າການທະຫານ ວິທະຍາຄານ ນາຍທະຫານບົກກົມມະດຳ ພ້ອມດ້ວຍຄະນະພັກ-ຄະນະບັນຊາແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

      ໃນພິທີ ທ່ານ ບຸນລ້ອມ ດວງມາລາ ໄດ້ຂຶ້ນເຜີຍແຜ່ເອກະສານນິຕິກຳທີ່ຕິດພັນກັບ 2 ວາລະແຫ່ງຊາດຂອງຂະແໜງຍຸຕິທຳ ສະບັບເລກທີ 360/ກຍ ກຄຜ ທັງນີ້ກໍເພື່ອຜັນຂະຫຍາຍເນື້ອໃນນິຕິກຳໃຫ້ຄະນະພັກ-ຄະນະບັນຊາພະນັກງານຫຼັກແຫຼ່ງທົ່ວວິທະຍາຄານ ໄດ້ເຂົ້າໃຈຕໍ່ລະບຽບການ ມາດຕະການ ກ່ຽວກັບການຄຸ້ມຄອງຕິດຕາມກວດກາ ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເລິ່ງເຊິ່ງ ກວ້າງຂວາງ ແລະ ທົ່ວເຖິງ ຕ້ານ ສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ ຍົກສູງປະສິດທິພາບການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ປະກອບສວ່ນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ປົກປັກຮັກສາຄວາມສະຫງົບ ຄວາມເປັນລະບຽບຮ້ອຍ ແລະ ຄວາມຍຸດຕິທຳ ໂດຍຜ່ານຫຼາຍຮູບການ ວິທີການ ໃຫ້ແກ່ພົນລະເມືອງໄດ້ຮັບຮູ້ເຂົ້າໃຈ ແລະ ປະຕິບັດຢ່າງເຂັ້ມງວດ.

    ຈາກນັ້ນ ທ່ານ ພິມມະສອນ ຈັນທະຈິດ ຫົວພະແນກໂຄສະນາ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຂຶ້ນອະທິບາຍປະມວວນກົດໝາຍອາຍາ ທັງຮວບຮວມເອົາບັນດາບັນຍັດທີ່ກຳນົດການກະທຳຜິດທາງອາຍາ ແລະ ໂທດ ເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ຊີວິດ ສຸຂະພາບ ກຽດສັກສີ ຄວາມສະຫງົບຂອງຊາດ ໃຫ້ເປັນລະບຽບຮຽບຮ້ອຍ.

error: Content is protected !!