ນະຄອນຫຼວງວຽງຈັນ ກໍານົດເອົານົກຍຸງເປັນສັດນໍາໂຊກ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII

    ນະຄອນຫຼວງວຽງຈັນ ຈະນໍາໃຊ້ນັກສະແດງຫຼາຍກວ່າ 100 ຄົນ ເພື່ອສະແດງສິລະປະໃນໂອກາດຮັບເອົາທຸງກີລາແຫ່ງຊາດ ຕໍ່ຈາກແຂວງຊຽງຂວາງ ເພື່ອເປັນເຈົ້າພາບຈັດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII ທີ່ເບື້ອງຕົ້ນຈະເລືອກເອົາປະຕູໄຊ ເປັນສັນຍະລັກ ແລະ ເລືອກເອົານົກຍຸງ ເປັນສັດນໍາໂຊກ.

    ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 19 ທັນວາ 2022 ວ່າ: ນະຄອນຫຼວງວຽງຈັນ ໄດ້ກະກຽມ ແລະ ເຝິກຊ້ອມການສະແດງສິລະປະເພື່ອສະແດງໃນໂອກາດຮັບເອົາທຸງກີລາແຫ່ງຊາດ ຕໍ່ຈາກແຂວງຊຽງຂວາງມາໄດ້ໄລຍະໜຶ່ງ ປັດຈຸບັນ ມີຄວາມພ້ອມແລ້ວ ໂດຍກະກຽມບົດຟ້ອນ ດົນຕີ ແລະ ເພງຮ້ອງ ເຊິ່ງລັກສະນະການສະແດງ ໄດ້ນໍາເອົາຜາສາດເຜິ້ງ ນໍາໜ້າ ເພື່ອໃຫ້ເຫັນວ່າບຸນທາດຫຼວງໃນແຕ່ລະປີມີການແຫ່ຜາສາດເຜິ້ງ ເປັນການຖວາຍບຸນກຸສົນໃຫ້ພະພຸດ ພະທໍາ ພະສົງ ກໍຄືການປັກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາວນະຄອນຫຼວງວຽງຈັນ ກໍຄືຂອງຊາດທີ່ມີມາແຕ່ດົນນານ ຈາກນັ້ນ ຈະມີການສະແດງກາຍະສິນ ເຕັ້ນ ແລະ ມີບົດເພງປະກອບໃຫ້ຊື່ວ່າ “ຍິນດີຕ້ອນຮັບສູ່ນະຄອນຫຼວງ ເກມ” ເປັນການສະແດງໃຫ້ເຫັນວ່າ ຊາວນະຄອນຫຼວງວຽງຈັນ ຍິນດີຕ້ອນຮັບບັນດານັກກີລາ ເພື່ອນມິດຈາກທົ່ວປະເທດ ກໍຄືປະເທດອ້ອມຂ້າງ ມາຮ່ວມງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII ເຊິ່ງຄະນະນັກສະແດງຂອງນະຄອນຫຼວງວຽງຈັນ ເດີນທາງມາເຖິງແຂວງຊຽງຂວາງ ວັນທີ 19 ທັນວາ 2022.

    ທ່ານ ສົມພອນ ສອນດາລາ ກ່າວຕື່ມອີກວ່າ: ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນໄດ້ຮັບກຽດເປັນເຈົ້າພາບ ເບື້ອງຕົ້ນຄາດວ່າຈະຈັດຂຶ້ນປີ 2025 ໂດຍເລືອກເອົາປະຕູໄຊ ເປັນສັນຍະລັກ ເຊິ່ງປະຕູໄຊ ໝາຍເຖິງໄຊຊະນະ ແລະ ການແຂ່ງຂັນກີລາແຕ່ລະປະເພດຕ້ອງມີໄຊຊະນະ ນອກນີ້ ຍັງໄດ້ເລືອກເອົານົກຍຸງເປັນສັດນໍາໂຊກ ເນື່ອງຈາກເປັນສັດທີ່ສວຍງາມ ແລະ ເປັນສັດທີ່ໃກ້ຈະສູນພັນ ສັດດັ່ງກ່າວ ຍັງມີຢູ່ບ້ານນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ລູກຫຼານ ກໍຄືຄົນຮຸ່ນຫຼັງໄດ້ເຫັນ ແລະ ຮັບຮູ້ເຖິງຄວາມເປັນມາຂອງນົກຍຸງຢູ່ນະຄອນຫຼວງວຽງຈັນ ເຊິ່ງນັບແຕ່ມື້ຮັບທຸງກີລາແຫ່ງຊາດ ຕໍ່ຈາກແຂວງຊຽງຂວາງ ເປັນຕົ້ນໄປ ນະຄອນຫຼວງວຽງຈັນ ຈະຮ່ວມກັບກະຊວງສຶກສາທິການ ແລະ ກີລາ ສະຫະພັນກີລາແຕ່ລະປະເພດ ກະກຽມຄວາມພ້ອມດ້ານຕ່າງໆຢ່າງຮອບດ້ານ ເພື່ອເຮັດໃຫ້ການເປັນເຈົ້າພາບຈັດງານມະຫະກໍາກີລາ ຄັ້ງທີ XII ປະສົບຜົນສໍາເລັດຕາມທີ່ຄາດໝາຍໄວ້.

# ຂ່າວ – ພາບ : ສະບາໄພ

error: Content is protected !!