ນະຄອນຫຼວງ ຊະນະ ເຈົ້າພາບ 2-1 ປະຕູ ເຂົ້າຊີງຫຼຽນຄຳ ກັບ ແຂວງວຽງຈັນ ເຕະ ບານຊາຍ ຊຽງຂວາງ ເກມ

    ທັບນັກເຕະບານນະຄອນຫຼວງວຽງຈັນ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນສົມລາຄາແຊັມບານເຕະແຫ່ງ ຊາດ ປີ 2022 ຫຼັງຈາກສາມາດເອົາຊະນະ ແຂວງຊຽງຂວາງ ເຈົ້າພາບແບບຫວຸດຫວິດ 2-1 ປະຕູ ຜ່ານ ເຂົ້າສູ່ຮອບຊີງຊະນະເລີດ (ຮອບຊີງຫຼຽນຄຳ) ພົບກັບ ແຂວງວຽງຈັນ  ທີ່ເອົາຊະນະຈຸດໂທດ  ແຂວງເຊກອງ 3-2 ປະຕູ ໃນການແຂ່ງຂັນບານເຕະຊາຍ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 (ຊຽງຂວາງ ເກມ 2022).

    ການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 (ຊຽງຂວາງ ເກມ) ຮອບຮອງຊະ ນະເລີດ (ຮອບ 4 ທີມສຸດທ້າຍ) ມີຂຶ້ນວັນທີ 19 ທັນວາ 2022 ຢູ່ສະໜາມກີລາໄຫຫີນ ບ້ານຄັງໜອງຫຼວງ ເມືອງແປກ ແຂວງຊຽງຂວາງ ໂດຍຄູ່ທໍາອິດ ເປັນການພົບກັນລະຫວ່າງແຂວງວຽງຈັນ ແລະ ແຂວງເຊກອງ ຄູ່ທີ 2 ແຂວງຊຽງຂວາງ ພົບ ນະຄອນຫຼວງວຽງຈັນ ເຊິ່ງການແຂ່ງຂັນຄູ່ທຳອິດ ລະຫວ່າງແຂວງວຽງຈັນ ແລະ ແຂວງເຊກອງ ດຳເນີນໄປຢ່າງສູສີ ແລະ ດຸເດືອດ ກ່ອນໄລຍະທ້າຍເຄິ່ງເວລາທີ 2 ນາທີ 82 ແຂວງວຽງຈັນ ເຫຼືອຜູ້ຫຼິ້ນພຽງ 10 ຄົນ ເນື່ອງຈາກ ຄຳມະນີ ທອງດາວົງ ກອງຫຼັງ ໄປເຕະດ້ານຫຼັງ ເປບຊີ ທີ່ພວມຫຼຸດດ່ຽວເຂົ້າໄປ ເຮັດໃຫ້ກຳມະການຕັດສິນໃຈໃຫ້ໃບແດງທັນທີ ເຖິງວ່າຈະເຫຼືອຜູ້ຫຼິ້ນ 10 ຄົນ ແຕ່ແຂວງວຽງຈັນຍັງຕ້ານແຂວງເຊກອງໄວ້ໄດ້ ເຮັດໃຫ້ຈົບ 90 ນາທີ ສະເໝີກັນ 0-0 ປະຕູ ຕ້ອງຕໍ່ເວລາພິເສດອອກ ໄປອີກ 30 ນາທີ ແຕ່ສອງທີມກໍຍັງຍິງປະຕູກັນບໍ່ໄດ້ ເຮັດໃຫ້ຕ້ອງໄດ້ຕັດສິນເຂົ້າຮອບດ້ວຍການຍິງຈຸດໂທດ ເຊິ່ງຜ່ານການຍິງຈຸດໂທດ ເປັນແຂວງວຽງຈັນຍິງໄດ້ແມ່ນກວ່າ ແລະ ມີຜູ້ຮັກສາປະຕູອະດີດທີມຊາດລາວ ແສງພະຈັນ ບຸນທິສານ ຊ່ວຍປ້ອງກັນຈຸດໂທດໄວ້ເຖິງ 3 ລູກ ຊ່ວຍທີມແຂວງວຽງຈັນເຂົ້າສູ່ຮອບຊີງຊະນະເລີດ ສຳເລັດ.

    ສ່ວນຜົນການແຂ່ງຂັນອີກຄູ່ ແຂວງຊຽງຂວາງ ແລະ ນະຄອນຫຼວງວຽງຈັນ ເຈົ້າຂອງແຊັມການແຂ່ງຂັນ ເຕະບານແຫ່ງຊາດ ປະຈຳປີ 2022 ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນ ໄລ່ບຽດເອົາຊະນະ ແຂວງຊຽງຂວາງ ໄປໄດ້ແບບຫວຸດຫວິດ 2-1 ປະຕູ ຜ່ານເຂົ້າສູ່ຮອບຊີງຊະນະເລີດ ໄປພົບກັບ ແຂວງວຽງຈັນ ໄດ້ສຳເລັດ.

    ການແຂ່ງຂັນເຕະບານຊາຍ ຊຽງຂວາງ ເກມ ນັດຊີງອັນດັບທີ 3 ລະຫວ່າງ ແຂວງຊຽງຂວາງ ພົບ ແຂວງເຊກອງ ຈະມີຂຶ້ນວັນທີ 21 ທັນວາ 2022 ເວລາ 13:30 ໂມງ ສ່ວນນັດຊີງຊະນະເລີດ ລະຫວ່າງ ນະ ຄອນຫຼວງວຽງຈັນ ພົບ ແຂວງວຽງຈັນ ຈະມີຂຶ້ນເວລາ 15:45 ໂມງ ວັນດຽວກັນ ເຊິ່ງທັງ 2 ຄູ່ຈະແຂ່ງຂັນຢູ່ສະໜາມກີລາໄຫຫີນ.

# ຂ່າວ – ພາບ : ສະບາໄພ

error: Content is protected !!