ທະນາຄານພົງສະຫວັນ ອວຍພອນໜັງສືພິມວຽງຈັນໃໝ່

     ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ຄສ 2023 ທີ່ຈະໜູນວຽນມາຄົບຮອບອີກວາລະໜຶ່ງ ທ່ານ ດາໄນ ທິບພະຍາກາຍົກ ຫົວໜ້າຝ່າຍການຕະຫຼາດ ແລະ ພັດທະນາທຸລະກິດ ທະນາຄານພົງສະຫວັນ ຈຳກັດ ພ້ອມຄະນະ ໄດ້ນຳກະຕ່າຂອງຂວັນມາອວຍພອນໜັງສືພິມວຽງຈັນໃໝ່ ໃນວັນທີ 20 ທັນວາ 2022 ຕາງໜ້າຮັບໂດຍທ່ານ ນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່.

    ໂອກາດນີ້ ທັງສອງຝ່າຍຕ່າງກໍໄດ້ຂອບໃຈໃນການຮ່ວມມືໂຄສະນາປະຊາສຳພັນໃນໄລຍະຜ່ານມາ ແລະ ຈະພ້ອມກັນສືບຕໍ່ໂຄສະນາປະຊາສຳພັນຕາມໜ້າທີ່ພາລະບົດບາດຂອງຕົນ ແລະ ອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ປະສົບຜົນສຳເລັດຍິ່ງຂຶ້ນ.

error: Content is protected !!