ADB ສະໜັບສະໜູນການຫຼຸດຜ່ອນຜົນກະທົບທາງເສດຖະກິດ-ສັງຄົມ

    ພິທີລົງນາມບົດບັນທຶກຄວາມເຂົ້າໃຈເພື່ອສະໜັບສະໜູນຄວາມພະຍາຍາມໃນການຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ ແລະ ສັງຄົມຈາກການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃຕ້ໂຄງການທີ່ໄດ້ຮັບການສະໜັບສະໜູນທຶນຈາກທະນາຄານພັດທະນາອາຊີ (ADB) ຈັດຂຶ້ນວັນທີ 14 ທັນວາ 2022 ຢູ່ແຂວງຄໍາມ່ວນ ລະຫວ່າງທ່ານ ໄພສີ ດາລາສີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ແລະ ທ່ານ ນາງ Gitte Hector ຜູ້ອຳນວຍການ ອົງການມະນຸດສະທໍາເພື່ອຄົນສູ່ຄົນ (HPP) ມີຜູ້ຕາງໜ້າຈາກພະແນກການ ອົງການ HPP ແລະ ADB ເຂົ້າຮ່ວມ.

     ໂຄງການຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຊຸມຊົນເປັນເຈົ້າການ ໄດ້ຮັບທຶນຊ່ວຍ ເຫຼືອລ້າຈາກ ADB ຈະໃຫ້ການຊ່ວຍເຫຼືອແຮງງານເຄື່ອນຍ້າຍ ໂດຍສະເພາະ ແມ່ຍິງ ແລະ ຄົນວ່າງງານ ດ້ວຍການເພີ່ມທະວີຂີດຄວາມສາມາດຂອງເຂົາເຈົ້າໃນການຜະລິດກະສິກໍາ ແລະ ການລ້ຽງສັດ ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ ໂພຊະນາການ ແລະ ການສ້າງລາຍໄດ້ທີ່ຍືນຍົງ.

    ໂຄງການດັ່ງກ່າວ ຍັງສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ໃນການສະກັດກັ້ນພະຍາດໂຄວິດ-19 ດ້ວຍການຍົກສູງຄວາມຮູ້ ແລະ ຂີດຄວາມສາມາດຂອງແຮງງານເຄື່ອນຍ້າຍກ່ຽວກັບວິທີປ້ອງກັນຕົວເອງຈາກການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດ ພ້ອມທັງສະໜອງໂອກາດໃນການສ້າງລາຍໄດ້ ດ້ວຍການວາງແຜນພັດທະນາໃນຂັ້ນພື້ນຖານຊຸມຊົນ ແລະ ແຜນການລົງເຜີຍແຜ່ໃຫ້ຄວາມຮູ້ ເຊິ່ງລວມມີທັງການສ້າງຕັ້ງຈຸດລ້າງມືຢູ່ໃນຊຸມຊົນ ແລະ ຈັດສະຖານທີ່ຜະລິດໃຫ້ເປັນບ່ອນທີ່ມີວຽກເຮັດວຽກງານທໍາຢູ່ໃນຊຸມຊົນ ຈັດເຝີກອົບຮົມ ແລະ ສະໜອງອຸປະກອນໃນການຜະລິດຜ້າອັດປາກ-ດັງ ແລະ ສະບູ ໂດຍນໍາໃຊ້ວັດຖຸປອດສານພິດທີ່ມີຢູ່ໃນທ້ອງຖິ່ນ.

      ຄາດວ່າຈະມີຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການນີ້ປະມານ 1.375 ຄົນ ໃນນັ້ນ ລວມທັງແຮງງານເຄື່ອນຍ້າຍ 172 ຄົນທີ່ວ່າງງານ ຢູ່ໃນ 5 ບ້ານເປົ້າໝາຍໃນເມືອງຄູນຄໍາ ແລະ ເມືອງທ່າແຂກ ແຂວງຄໍາມ່ວນ ເຊິ່ງມີງົບປະມານໂຄງການໃນທັງໝົດ 430.000 ໂດລາສະຫະລັດ ໃນນີ້ ແມ່ນອົງການ HPP ເປັນຜູ້ນໍາພາໃນການຈັດຕັ້ງປະຕິບັດ ຮ່ວມກັບ 2 ສະມາຄົມທີ່ເປັນເພື່ອນຮ່ວມງານ ເຊັ່ນ: ສະມາຄົມເພື່ອສຸຂະພາບ ແລະ ການມີສ່ວນຮ່ວມ ແລະ ສະມາຄົມສົ່ງເສີມຄວາມກ້າວໜ້າຂອງແຮງງານນອກລະບົບ ໂດຍການຮ່ວມມືກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ.

      ທຶນຊ່ວຍເຫຼືອທາງດ້ານວິຊາການຂອງ ADB ພາຍໃຕ້ໂຄງການດັ່ງກ່າວ ແມ່ນໄດ້ມາຈາກກອງທຶນປະເທດຍີ່ປຸ່ນເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ພ້ອມຮັບການປ່ຽນແປງໃນອາຊີ-ປາຊີຟິກ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກແຫ່ງ ສປ ຈີນ ແລະ ການຮ່ວມມືໃນພາກພື້ນ.

# ລັດເວລາ

error: Content is protected !!