ຊຸດເຝິກອົບຮົມວຽກງານການຜະລິດຂ່າວ ໜັງສືພິມ ວິທະຍຸ ແລະ ສື່ອອນລາຍ ໃຫ້ພະນັກງານທີ່ຮັບຜິດຊອບວຽກງານໂຄສະນາ ຂອງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ຈັດຂື້ນວັນທີ 19 ທັນວາ 2022 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) (ບໍ່ປະຈໍາການ) ພ້ອມທັງເປັນທີ່ປຶກສາວຽກງານອົງການອຸຍນີເຊັບ ມີທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາ ຄະນະຮັບຜິດຊອບຊຸດເຝິກອົບຮົມ, ທ່ານ ວັນດີ ຈັນສົມບັດ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ຜູ້ຮັບຜິດຊອບປະສານງານອຸຍນີເຊັບ ທ່ານ ຕະບອງເພັດ ພຸດທະວົງ ຊ່ຽວຊານໂຄສະນາ ອົງການອຸຍນີເຊັບ ແລະ ສໍາມະນາກອນຈາກຂະແໜງໂຄສະນາແນວລາວສ້າງຊາດບັນດາແຂວງ-ນະຄອນຫຼວງ ສນຊ ແລະ ເມືອງວັງວຽງເຂົ້າຮ່ວມ ຈໍານວນ 45 ທ່ານ


ໃນພິທີໄຂ ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຕາງໜ້າ ສນຊ ກໍຄືຄະນະຮັບຜິດຊອບໂຄງການ ໄດ້ສະແດງຄວາມຂອບໃຈຊົມເຊີຍຕໍ່ກົມໂຄສະນາທີ່ໄດ້ສ້າງແຜນການຍາດແຍ່ງທຶນຮອນຈາກອົງການສາກົນ ເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ຂະແໜງການໂຄສະນາ ແລະ ຂອບໃຈຕໍ່ອົງການອຸຍນີເຊັບ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນຊ່ວຍເຫຼືອດ້ານງົບປະມານໃນຊຸດອົບຮົມຄັ້ງນີ້ ຕະຫຼອດໄລຍະຂອງການຮ່ວມມືລະຫວ່າງ ສນຊ ແລະ ອົງການອຸຍນີເຊັບ ແຕ່ປີ 2015 ເປັນຕົ້ນມາ ຄະນະຮັບຜິດຊອບໂຄງການໄດ້ມີການປະສານສົມທົບກັນໃນການຂ່ວຍເຫຼືອໃຫ້ອົງການແນວລາວສ້າງຊາດຫຼາຍດ້ານ ການຈັດຊຸດອົບຮົມຄັ້ງນີ້ ຖືວ່າເປັນຄັ້ງທີ 4 ທີ່ອົງການອຸຍນີເຊັບ ໄດ້ໃຫ້ທຶນຕໍ່ກັບຫົວຂໍ້ວຽກງານຂ່າວຂອງແນວລາວສ້າງຊາດ ແລະ ໄດ້ເຄື່ອນໄຫວປະຕິບັດກິດຈະກຳຕ່າງໆທີ່ໄດ້ລະບຸໄວ້ໃນຂອບເຂດຂອງການຮ່ວມມື ຕາມບົດບາດ-ໜ້າທີ່ ເປັນຕົ້ນ: ວຽກງານໂຄສະນາ ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການປະຕິບັດສິດທິຂອງແມ່ຍິງ ແລະ ເດັກໃນ ສປປ ລາວ ການໂຄສະນາປຸກລະດົມຂະບວນການສັກຢາກັນພະຍາດ ວຽກງານສຸຂະນາໄມ ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ການແຕ່ງງານຂອງເດັກກ່ອນໄວ ແລະ ວຽກງານອື່ນໆ;



ຊຸດເຝິກອົບຮົມນີ້ ເປັນການຍົກລະດັບດ້ານວຽກງານສື່ມວນຊົນຂອງແນວລາວສ້າງຊາດແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະແມ່ນການຍົກລະດັບຄວາມຮູ້ ຄວາມສາມາດ ຈັນຍາບັນຂອງນັກຂ່າວ ຍົກລະດັບທາງດ້ານວິຊາການ-ເຕັກນິກ ໃນການຂຽນຂ່າວ ເກັບກໍາຂ່າວ ອອກຂ່າວ ພ້ອມທັງການນຳໃຊ້ອຸປະກອນເຂົ້າໃນການເຄື່ອນໄຫວເຮັດວຽກງານໂຄສະນາໃຫ້ພະນັກງານທີ່ເຮັດວຽກງານສື່ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ສ້າງແນວຄວາມຄິດໃໝ່ ຄວາມຮັບຜິດຊອບ ກ້າຄິດ ກ້າທຳ ດ້ວຍຄວາມເປັນເຈົ້າການຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ ແນໃສ່ສ້າງການຫັນປ່ຽນໃໝ່ໃນວຽກງານແນວໂຮມຢູ່ທຸກຂັ້ນທຸກຂອດ ເພື່ອສາມາດປະຕິບັດບົດບາດ-ໜ້າທີ່ ໃນການສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ ໃຫ້ເຂົ້າຮ່ວມຂະບວນການຕ່າງໆຂອງພັກ ຂອງລັດ ຂອງແນວລາວສ້າງຊາດ ແລະ ການປະຕິບັດ 2 ວາລະແຫ່ງຊາດໃຫ້ເຂົ້າສູ່ລວງເລິກ ຕາມພາລະບົດບາດບາດເທື່ອລະກ້າວ ພ້ອມກັນນີ້ ຄະນະຮັບຜິດຊອບເຝິກອົບຮົມໄດ້ຂຶ້ນນໍາສະເໜີຫົວຂໍ້ຕ່າງໆທີ່ກ່ຽວຂ້ອງ ພ້ອມທັງຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາຢູ່ທ້ອງຖິ່ນຕົນ.



ຊຸດເຝິກອົບຮົມຈະໄດ້ດຳເນີນເປັນເວລາ 5 ວັນ (ນັບແຕ່ວັນທີ 19-23 ທັນວາ 2022) ເຊິ່ງຈະໄດ້ຮຽນຮູ້ພາກທິດສະດີ ແບ່ງກຸ່ມລົງສໍາພາດ ຜະລິດຂ່າວທົດລອງ ແລະ ປະເມີນຄວາມເຂົ້າໃຈໃນການເຝິກອົບຮົມ ໂດຍການສະໜັບສະໜູນຈາກອົງການອຸຍນີເຊັບ ແລະ ການຮ່ວມມືຈາກຄະນະໂຄສະນາອົບຮົມສູນກາງພັກ ວິທະຍຸກະຈ່າຍສຽງແຫ່ງຊາດ.