ສະເໜີຮ່າງກົດໝາຍວ່າດ້ວຍການທາງນໍ້າ ເປັນກົດໝາຍສ້າງໃໝ່

    ການດຳເນີນກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ມາຮອດວັນທີ 20 ທັນວາ 2022 ເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕາງໜ້າໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສະເໜີລາຍງານກ່ຽວກັບການສ້າງຮ່າງກົດໝາຍວ່າດ້ວຍການທາງນໍ້າ ເຊິ່ງເປັນກົດໝາຍສ້າງໃໝ່ ກົດໝາຍດັ່ງກ່າວ ປະກອບມີ 16 ພາກ 23 ໝວດ ແລະ 145 ມາດຕາ.

    ຈາກນັ້ນ ບັນດາ ສສຊ ໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເປັນຕົ້ນ ຕ້ອງມີການກຳນົດຢ່າງຈະແຈ້ງ ລະຫວ່າງທ່າເຮືອຂົນສົ່ງສິນຄ້າ ແລະ ທ່າເຮືອປ້ອງກັນຊາດ ປ້ອງກັນຄວາມສະຫງົບ ມາດຕະຖານຕ່າງໆຂອງການສ້າງທ່າເຮືອໃຫ້ມີຄຸນນະພາບ ຜູ້ປະກອບການຂົນສົ່ງທາງນໍ້າຕ້ອງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນການສະກັດກັ້ນ ຕ້ານສິນຄ້າເກືອດຫ້າມ ສິ່ງຜິດກົດໝາຍ ການອອກໃບອະນຸຍາດໃຫ້ຜູ້ປະກອບການຂົນສົ່ງທາງນໍ້າໃຫ້ມີຄວາມຖືກຕ້ອງ ສາມາດກວດສອບໄດ້ ແລະ ເນື້ອໃນບັນດາຄຳສັບຕ່າງໆໃຫ້ມີຄວາມແທດເໝາະ.

    ພາຍຫຼັງຮ່າງກົດໝາຍສະບັບນີ້ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດແລ້ວ ຈະກາຍເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງວຽກງານທາງນໍ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງຈະເຮັດໃຫ້ການຄຸ້ມຄອງ ຕິດຕາມ ກວດກາ ແລະ ການແບ່ງຄວາມຮັບຜິດຊອບກ່ຽວກັບວຽກງານທາງນໍ້າ ລະຫວ່າງຂັ້ນສູນກາງ ທ້ອງຖິ່ນ  ແລະ ຂະແໜງການທີ່ກ່ຽວຂ້ອງ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ຈະກາຍເປັນເຄື່ອງມືທີ່ສຳຄັນ ຮັດກຸມ ແລະ ຄົບຖ້ວນ ໃນການຄຸ້ມຄອງລັດດ້ວຍກົດໝາຍ ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ເປັນບ່ອນອີງໃຫ້ແກ່ການສ້າງນິຕິກຳໃຕ້ກົດໝາຍ ແລະ ມາດຕະຖານເຕັກນິກຕ່າງໆໃນການຄຸ້ມຄອງມະຫາພາກໃຫ້ມີສະດວກ ວ່ອງໄວ ແລະ ທັນສະໄໝເທື່ອລະກ້າວ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!