ສຸມໃສ່ປັບປຸງຮ່າງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ເພື່ອໃຫ້ມີປະສິດທິຜົນ

    ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ສະບັບປັບປຸງ ໃນຫຼາຍພາກ ຫຼາຍໝວດ ແລະ ຫຼາຍມາດຕາ ເພື່ອໃຫ້ກົດໝາຍສະບັບນີ້ມີເນື້ອໃນຈະແຈ້ງ ລະອຽດ ຮັດກຸມ ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມ ໃນໄລຍະປັດຈຸບັນ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ທັງເປັນເຄື່ອງມືຊຸກຍູ້ໃຫ້ການຄຸ້ມຄອງລັດດ້ານວຽກງານທຸລະກຳທາງເອເລັກໂຕຣນິກ ມີປະສິດທິພາບກວ່າເກົ່າ ຮ່າງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ແມ່ນນຳສະເໜີໂດຍທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນບ່າຍວັນທີ 19 ທັນວາ 2022.

    ທ່ານ ອຳໄພຈິດມະນົນ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ສະແດງຄວາມຊົມເຊີຍທີ່ຕະນະຮັບຜິດຊອບໄດ້ຄົ້ນຄວ້າປັບປຸງສະບັບນີ້ ເພາະວ່າມັນຖືກກັບຈັງຫວະທີ່ວ່າ ພວກເຮົາກຳລັງພັດທະນາ ຫຼື ເສດຖະກິດ ດີຈີຕອນ ແລະ ເຂົ້າກັບຍຸກປັດຈຸບັນ ສັງເກດເຫັນວ່າ ການປັບປຸງກົດໝາຍ ສະບັບນີ້ ມີການເພີ່ມເຂົ້າໃໝ່ເປັນພາກ ເປັນໝວດ ແລະ ແຕ່ລະມາດຕາ ມີເນື້ອໃນລະອຽດພໍສົມຄວນ ທັງມີຄວາມຮັດກຸມ ອຸດົມສົມບູນ ແລະ ຈະສາມາດຈັດຕັ້ງໄດ້ຢ່າງມີປະສິດທິພາບກວ່າເກົ່ານັ້ນ ເຖິງຢ່າງໃດກໍຕາມ ໃນມາດຕາ 6 ຂໍ້ທີ 6 ຂໍປ່ຽນຄຳວ່າ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວ ເປັນການດຳເນີນທຸລະກຳທາງເອເລັກໂຕຣນິກຢູ່ໃນ ສປປ ລາວ ສຳລັບຂໍ້ທີ 9 ເຫັນວ່າມີຄວາມສຳຄັນຫຼາຍ ເພາະວ່າຈະເຮັດໃຫ້ມັນແຈ້ງຂຶ້ນຕື່ມ ໂດຍສະເພາະ ລະຫວ່າງຄຸນຄ່າທາງດ້ານກົດໝາຍ ກັບຜົນສັກສິດທາງດ້ານກົດໝາຍ.

    ນອກຈາກນີ້ ຍັງມີມາດຕາ 31 46 47 ແລະ ມາດຕາ 54 ຂໍ້ມູນທາງດ້ານບຸກຄົນ ເປັນຕົ້ນຄວນຕື່ມອີເມວ ໝວດເລືອດນຳ ແລະ ການສະເໜີກັບພາກສ່ວນທີ່ກ່ຽວຂ້ອງ ເພາະມັນເປັນຄຳດຽວ ຕ້ອງຕື່ມເຫດຜົນເພື່ອໃຫ້ມັນຈະແຈ້ງຂຶ້ນຕື່ມ.

    ໂອກາດນີ້ ທ່ານ ລິນຄຳ ດວງສະຫວັນ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງ ກໍໄດ້ປະກອບຄວາມຄິດເຫັນ ໂດຍສະເພາະ ບັນຫາທີ່ຕິດພັນກັບກົດໝາຍທຸລະກຳທາງດ້ານເອເລັກໂຕຣນິກ ເຊິ່ງກົດໝາຍນີ້ ກໍໄດ້ມີການປັບປຸງສອງຫາສາມຄັ້ງແລ້ວ ແລະ ທີ່ສຳຄັນ ກົດໝາຍສະບັບນີ້ຈະເປັນເຄື່ອງມີອັນສຳຄັນໃນການຄຸ້ມຄອງວຽກງານທຸລະກຳທາງດ້ານເອເລັກໂຕຣນິກ ຢູ່ ສປປ ລາວ ໃຫ້ມີຄຸນນະພາບດີຂຶ້ນ ແລະ ສາມາດເຊື່ອມໂຍງກັບສາກົນ ໃຫ້ຫັນເປັນດີຈີຕອນໃນຍຸກ 4.0 ໄດ້ ສິ່ງສຳຄັນ ກໍແມ່ນທ່າອ່ຽງຂອງໂລກໃນປັດຈຸບັນ ແລະ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ເປັນຕົ້ນ ກົດໝາຍລາຍເຊັນອີເລັກໂຕຣນິກ ແລະ ດຳລັດວ່າດ້ວຍການຄ້າເອເລັກໂຕຣນິກ ແລະ ກົດໝາຍສະບັບອື່ນໆທີ່ປິ່ນອ້ອມ ເຫັນວ່າຢູ່ໃນຂໍ້ທີ 5 ກ່ຽວກັບພາກທີ 7 ທຸລະກິດກ່ຽວກັບທຸລະກຳທາງດ້ານເອເລັກໂຕຣນິກ ເຊິ່ງໄດ້ກຳນົດປະເພດຂອງທຸລະກິດອອກເປັນ 3 ປະເພດ ຈະເຫັນໄດ້ວ່າ ມັນມີການບໍລິການທາງດ້ານລະບົບດ້ານທຸລະກຳ ທາງດ້ານເອເລັກໂຕຣນິກ ການບໍລິການພິສູດຢັ້ງຢືນຕົວຕົນທາງດ້ານດີຈີຕອນ ແລະ ການບໍລິການ ທັງອອກໃບຮັບຮອງລາຍເຊັນທາງດ້ານເອເລັກໂຕຣນິກ ເບິ່ງລວມແລ້ວ ກົດໝາຍສະບັບດັ່ງກ່າວ ເຫັນວ່າມັນໄດ້ຜັນຂະຫຍາຍທາງດ້ານທຸລະກິດປະເພດດຽວ ຄື ການບໍລິການ ພິສູດຢັ້ງຢືນຕົວຕົນທາງດ້ານດີຈີຕອນ ແຕ່ກົດໝາຍສະບັບປຸງນີ້ ຖ້າທຽບໃສ່ກົດໝາຍທີ່ພວກເຮົາໄດ້ສ້າງມາ ແລະ ຢູ່ໃນນິຕິກຳລຸ່ມກົດໝາຍ ເຫັນວ່າກົດໝາຍດັ່ງກ່າວນີ້ກວ້າງກວ່າ ເຊິ່ງຄວນກຳນົດເອົາ 2 ທຸລະກຳນັ້ນ ເຂົ້າໃນກົດໝາຍຈະເປັນການດີ ຫຼື ອີງໃສ່ນິຕິກຳສະບັບອື່ນ ເພື່ອເປັນບ່ອນອີງ ພ້ອມທັງຂໍຄຳຊີ້ແຈງຈາກຄະນະຮັບຜິດຊອບຕື່ມ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ກະຈ່າງແຈ້ງຂຶ້ນຕື່ມ.

error: Content is protected !!