ລາຍງານຄວາມຄືບໜ້າໂຄງການ MaWaSU2-ແນະນຳໂຄງການຊ່ວຍເຫຼືອຈາກປະເທດຍີ່ປຸ່ນ

    ໂຄງການ MaWaSU2 (ໂຄງການ 5 ປີ ເລີ່ມພຶດສະພາ 2018-ພຶດສະພາ 2023) ແມ່ນໂຄງການຮ່ວມມືດ້ານເຕັກນິກ-ວິຊາການ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ JICA ມີເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງໃຫ້ຂະແໜງນໍ້າປະປາ ໂດຍການສ້າງຄວາມເຂັ້ມແຂງດ້ານລະບົບການຄຸ້ມຄອງຂອງພາກລັດ ເເລະ ຄວາມສາມາດດຳເນີນງານຂອງລັດວິສາຫະກິດນໍ້າປະປາ ໂຄງການ MaWaSU2 ປະກອບມີ 4 ຜົນໄດ້ຮັບຫຼັກ ຄື: ສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງ (ຄວາມໂປ່ງໃສ ຄວາມຮັບຜິດຊອບຕໍ່ໜ້າທີ່ ແລະ ການຄຸ້ມຄອງ (TAG)) ຂອງຂະແໜງນໍ້າປະປາ ໃນການຄຸ້ມຄອງວຽກງານນໍ້າປະປາ ຍົກລະດັບຄວາມສາມາດໃຫ້ລັດວິສາຫະກິດນໍ້າປະປາ ໃນການສ້າງແຜນການ ການຈັດຕັ້ງປະຕິບັດ ຕິດຕາມ ແລະ ການປະເມີນຜົນໂຄງການນໍ້າປະປາ ຄົ້ນຄວ້າສ້າງມາດຕະຖານເຕັກນິກສໍາລັບວຽກງານນໍ້າປະປາ ແລະ ຍົກລະດັບຄວາມສາມາດການດໍາເນີນງານທີ່ຈໍາເປັນໃຫ້ລັດວິສາຫະກິດນໍ້າປະປາ ໃນການຈັດຕັ້ງປະຕິບັດວຽກງານນໍ້າປະປາ.

    ກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຫ້ອງການໄຈກາ ແລະ ໂຄງການ MaWaSU2 ໄດ້ຈັດກອງປະຊຸມລາຍງານຜົນໄດ້ຮັບ ປະຈໍາປີ 2022 ຂອງໂຄງການ ແລະ ກອງປະຊຸມຮ່ວມມືຍີ່ປຸ່ນຂຶ້ນວັນທີ 13-14 ທັນວາ 2022 ຢູ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ສົມປອງ ສິດທິວົງ ຫົວໜ້າກົມນໍ້າປະປາ ແລະ ທ່ານ ໂຢອິຈິ ອິໂນະອຸເອະ ຫົວໜ້າຂະແໜງຂອງກົມສິ່ງແວດລ້ອມໂລກ ສຳນັກງານໃຫຍ່ຫ້ອງການໄຈກາ ປະຈໍາ ໂຕກຽວ ມີຜູ້ຕາງໜ້າຈາກພະແນກ ຍທຂ ແລະ ລັດວິສາຫະກິດນໍ້າປະປາທົ່ວປະເທດ ນ້ຳປະປາເມືອງໄຊຕະມະ ນ້ຳປະປາເມືອງຄາວາຊະກິ ນ້ຳປະປາໂຢໂກຮາມາ ແລະ ການນໍາແຂວງໄຊຕະມະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມປະຈໍາປີ ເພື່ອລາຍງານຜົນການດໍາເນີນງານຄວາມຄືບໜ້າຂອງກິດຈະກໍາໂຄງ ການ MaWaSU2 ໃນປີ 2022 ໃຫ້ສະມາຊິກໂຄງການໄດ້ຮັບຮູ້ ເພື່ອນໍາສະເໜີທິດທາງ ແລະ ເປົ້າໝາຍ ຈົນຮອດສິ້ນສຸດໂຄງການ ປີ 2023 ເຊິ່ງຈະໄດ້ຮັບຟັງການລາຍງານບົດລາຍງານ 20 ບົດ ສໍາລັບຈຸດປະສົງຂອງກອງປະຊຸມຮ່ວມມືຍີ່ປຸ່ນ ເພື່ອແນະນຳໂຄງການຊ່ວຍເຫຼືອທີ່ຫຼວງຫຼາຍຈາກປະເທດຍີ່ປຸ່ນ ໃນຂະແໜງການນ້ຳປະປາລາວ ແລະ ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມນຳໃຊ້ປະໂຫຍດຈາກການຊ່ວຍເຫຼືອຂອງປະເທດຍີ່ປຸ່ນ ເພື່ອໂຄສະນາສົົ່ງເສີມຂະແໜງການນ້ຳປະປາ ການຊ່ວຍເຫຼືອຈາກປະເທດຍີ່ປຸ່ນ ທີ່ລວມເຖິງການຊ່ວຍເຫຼືອທີ່ມີຫຼາຍປະເພດ ນັບແຕ່ເງິນທຶນຊ່ວຍເຫຼືອລ້າ ແລະ ເງິນທຶນກູ້ຢືມ ຈົນເຖິງການຮ່ວມມືດ້ານເຕັກນິກ ທຶນການສຶກສາ ການສົ່ງອາສາສະໝັກມາປະຈຳການ ການຮ່ວມມືທາງພາກລັດ ແລະ ເອກະຊົນ ແລະ ການຊ່ວຍເຫຼືອລະດັບຮາກຫຍ້າ ຕາງໜ້າອົງກອນທີ່ຮັບຜິດຊອບໂຄງການຊ່ວຍເຫຼືອ ເຊັ່ນ: ສະຖານທູດຍີ່ປຸ່ນ ຫ້ອງການໄຈກາ ປະຈຳລາວ ແລະ ສູນການຮ່ວມມືລະຫວ່າງຕ່າງປະເທດຍີ່ປຸ່ນ (JICE) ຍັງໄດ້ນຳສະເໜີແນວທາງ ແລະ ວິທີການສະໝັກຂໍຮັບທຶນ ແລະ ຄຽງຄູ່ກັບກອງປະຊຸມປະຈໍາປີຂອງໂຄງການ MaWaSU2 ແລະ ກອງປະຊຸມຮ່ວມມືຍີ່ປຸ່ນ ໂຄງ ການຮ່ວມມືເມືອງໄຊຕະມະ (ໂຄງການຮາກຫຍ້າ) ຍັງໄດ້ລາຍງານຮ່າງສະບັບສຸດທ້າຍ ໄດ້ນຳສະເໜີຂອງກິດຈະກຳໄລຍະ 4 ປີ ໃນການຄຸ້ມຄອງບຳລຸງຮັກສາສາຍທໍ່ ຮ່ວມກັບນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ ນອກນີ້ ຜົນໄດ້ຮັບບາງສ່ວນ ເຊັ່ນ: ບົດແນະນຳການຄຸ້ມຄອງການກໍ່ສ້າງ ກໍຍັງໄດ້ຖືກເຜີຍ ແຜ່ທົ່ວປະເທດ ໂດຍຜ່ານໂຄງການ MaWaSU2.

# ສະບາໄພ

error: Content is protected !!