ເປັນເຈົ້າການຮັກສາຄວາມສະອາດ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11

    ການແຂ່ງຂັນມະຫະກໍາກີລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງ ເກມ 2022) ຈັດຂຶ້ນວັນທີ 13-22 ທັນວາ 2022 ເປັນງານມະຫະກໍາກີລາທີ່ຍິ່ງໃຫຍ່ຂອງປວງຊົນລາວທັງຊາດ ເວົ້າສະເພາະ ຊາວແຂວງຊຽງຂວາງ ມີຄວາມຍິນດີທີ່ໄດ້ຮັບກຽດເປັນເຈົ້າພາບ ປະກອບສ່ວນຮັກສາຄວາມສະອາດ ແລະ ສະພາບແວດລ້ອມໃຫ້ຈົບ ງາມ ເພື່ອຕ້ອນຮັບແຂກບ້ານ ແຂກເມືອງ ທີ່ເຂົ້າມາທ່ຽວຊົມການແຂ່ງຂັນດັ່ງກ່າວ.

    ທ່ານນາງ ປ່າເຍຍ ຢ່າງເຊົາເຢ້ ຫົວໜ້າທີມອາສາສະໝັກຮັກສາຄວາມສະອາດ ງານມະຫະກຳກີລາແຫ່ງ ຊາດ ຄັ້ງທີ XI ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ພວກເຮົາແມ່ນກຸ່ມອາສາສະໝັກຈາກສະໂມສອນກີລາຣັກບີ້ ຊຽງຂວາງ ຮ່ວມກັບອົງການສະຫະປະຊາຊາດ ທຸກໆການແຂ່ງຂັນ ຈະມີການໂຄສະນາປຸກລະດົມໃຫ້ມວນຊົນມີສ່ວນຮ່ວມໃນການຮັກສາຄວາມສະອາດ ແລະ ເກັບມ້ຽນສິ່ງເສດເຫຼືອຂອງຕົນຫຼັງຈາກຊົມການແຂ່ງຂັນແລ້ວ ເພື່ອເຮັດໃຫ້ສະພາບແວດລ້ອມທຸກສະໜາມແຂ່ງຂັນໃຫ້ມີຄວາມສະອາດຈົບງາມຢູ່ສະເໝີ ການຈັດກິດຈະກຳຮັກສາຄວາມສະອາດໃຫ້ງານກີລາດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກອົງການ UNDP KOICA ແລະ Global Shapers Vientiane Hub ເຊິ່ງຈັດຕັ້ງປະຕິບັດໂດຍກຸ່ມນັກກີລາຣັກບີ້ ສະໂມສອນຊຽງຂວາງ ມີອາສາສະໝັກ 100 ຄົນ ຮັບຜິດຊອບປະຈໍາ 14 ສະໜາມ ຄື: ສະໜາມກະຕໍ້ໃນຮົ່ມຄັງໄຂ ສະໜາມກີລາໄຫຫີນ ສະໜາມກີລາໄຊຊະນະ ສະໝາມບານສົ່ງໃນຮົ່ມໄຊຊະນະ ບານສົ່ງຫາດຊາຍສວນອ່າງນໍ້າຫງໍາ ສະໝາມເປຕັງໃນຮົ່ມສວນມອນ ສະໝາມກີລາໝາກຂ່າງໄຫຫີນ ສະໝາມກັອຟພູກູດທອງຄໍາ ສະໝາມກີລາດອກປີກໄກ່ແຂວງ ສະໝາມເທັນນິດໄຊຊະນະ ສະໜາມປິ່ງປ່ອງພະແນກແຜນການ ແລະ ການລົງທຶນ ສະໜາມມວຍລາວ ເດີ່ນໃນຮົ່ມສວນມອນ ສະໜາມຢູໂດໂຮງຮຽນພອນສະຫວັນ ແລະ ສະໝາມວູຊູ ເດີ່ນໃນຮົ່ມຂັງໄຂ.    

     ການຈັດຕັ້ງປະຕິບັດຕົວຈິງ ໄດ້ແບ່ງທີມອາສາສະໝັກປະຈໍາແຕ່ລະສະໜາມ ເພື່ອປຸກລະດົມໃຫ້ມວນຊົນ ທີ່ມາຊົມການແຂ່ງຂັນ ຊ່ວຍກັນຮັກສາຄວາມສະອາດ ເປັນເຈົ້າການໃນການມ້ຽນຂີ້ເຫຍື້ອຕົນເອງ ພ້ອມນີ້ຍັງໄດ້ຕິດປ້າຍໂຄສະນາຫ້າມສູບຢາຢູ່ແຕ່ລະຈຸດສະໜາມການແຂ່ງຂັນ ແລະ ອຳນວຍຄວາມສະດວກຖັງຂີ້ເຫຍື້ອ ຕັ້ງໄວ້ຢູ່ແຕ່ລະສະໜາມເປັນຈຳນວນວນຫຼາຍ ໂອກາດນີ້ ກໍຂໍຝາກເຖິງມວນຊົນທີ່ເຂົ້າມາຊົມການແຂ່ງຂັນ ຈົ່ງເປັນເຈົ້າການໃນການຮັກສາຄວາມສະອາດຊ່ວຍກັນ ດ້ວຍການເກັບມ້ຽນຂີ້ເຫຍື້ອລົງຖັງຂີ້ເຫຍື້ອ ທີ່ໄດ້ຈັດວາງໄວ້ຕາມຈຸດຕ່າງໆ ເພື່ອປະກອບສ່ວນຮັກສາຄວາມສະອາດ ເຮັດໃຫ້ງານກີລາຄັ້ງນີ້ສຳເລັດດ້ວຍຄວາມສະອາດ ແລະ ຈົບງາມ.

# ຂ່າວ – ພາບ : ສະບາໄພ

error: Content is protected !!