ເຈົ້າພາບ ຄອງເຈົ້າຫຼຽນຄໍາ ກີລາກະຕໍ້ ໃນ ຊຽງຂວາງ ເກມ

    ການແຂ່ງຂັນກີລາກະຕໍ້ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ) ທີ່ໄດ້ດຳເນີນໃນລະຫວ່າງວັນທີ 9-19 ທັນວາ ຢູ່ເດີ່ນກີລາຄັງໄຂ ເມືອງແປກ ຊຽງຂວາງ ເຈົ້າພາບ ໄດ້ເປັນເຈົ້າຫຼຽນຄໍາ ໂດຍສາມາດຊີງໄຊໄດ້ 6 ຫຼຽນຄໍາ 7 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 14 ຫຼຽນ ຮອງລົງມາແມ່ນ ກະຊວງປ້ອງກັນປະເທດ ຕາມມາດ້ວຍ ກະຊວງປ້ອງກັນຄວາມສະຫງົບ.

    ສໍາລັບມື້ສຸດທ້າຍຂອງການແຂ່ງຂັນກີລາກະຕໍ້ ໄດ້ດຳເນີນ ໃນວັນທີ 19 ທັນວາ ເຊິ່ງເປັນການແຂ່ງ ຂັນຊີງໄຊຫຼຽນຄໍາ 2 ຫຼຽນ ປະເພດທີມ 3 ຄົນ ທີມຍິງ ແລະ ທີມຊາຍ ທີມຍິງ ເປັນການຊີງໄຊກັນລະຫວ່າງ ກະຊວງປ້ອງກັນປະເທດ (ປກຊ) ແລະ ແຂວງຊຽງຂວາງ ເຈົ້າພາບ ຂະນະທີິ່ທີມຊາຍ ຂອງແຂວງເຈົ້າພາບ ກໍໄດ້ລົງສະໜາມຊີງໄຊຫຼຽນຄໍາ ກັບ ກະຊວງປ້ອງັນຄວາມສະຫງົບ (ປກສ).

    ຜົນການແຂ່ງຂັນທີມຍິງ ເຊັດທໍາອິດ ປກຊ ນໍາກ່ອນ 21-10 ຄະແນນ ເຊັດທີ 2 ສອງທີມແຂ່ງກັນຢ່າງສູສີ ແຕ່ເຈົ້າພາບ ກໍພິກເກມບໍ່ທັນ ພາດທ່າເສຍໃຫ້ ປກຊ ເປັນດ້ວຍຄະແນນ 21-18 ແລະ ເປັນທີມຍິງ ປກຊ ທີ່ເອົາຊະນະເຈົ້າພາບ 2 ເຊັດລວດ ໄດ້ຄອງຫຼຽນກຳໃນການແຂ່ງຂັນປະເພດນີ້ ສ່ວນທີມຊາຍ ຊຽງຂວາງ ເຈົ້າພາບ ກັບ ປກສ ເລີ່ມຕົ້ນເຊັດທີ 1 ທັງສອງທີມແຂ່ງກັນຢ່າງສູສີ ພັດປ່ຽນກັນໄດ້ຄະແນນຂຶ້ນນໍາ ແລະ ໄລ່ກັນມາ ກ່ອນຈະເປັນ ປກສ ໄດ້ຄະແນນອອກຫ່າງ ແລ້ວເກັບໄຊຊະນະໃນເຊັດທີ 1 ສ່ວນເຊັດທີ 2 ຊຽງຂວາງເຈົ້າພາບ ຍັງພິກເກມກັບມາບໍ່ໄດ້ ນໍາຄະແນນບໍ່ທັນ ເສຍໃຫ້ ປກສ ດ້ວຍຄະແນນ 21-18 ແລະ ກາຍເປັນ ປກສ ທີ່ເອົາຊະນະໄຊ 2 ເຊັດລວດ ໄດ້ຫຼຽນຄໍາມາຄອງ.

    ແຕ່ເຖິງຢ່າງໃດກໍຕາມ ລວມຜົນການແຂ່ງຂັນກີລາກະຕໍ້ ປະເພດຕ່າງໆ ໃນຊຽງຂວາງເກມ ນັບແຕ່ມື້ເປີດສະໜາມ ຊຽງຂວາງ ໄດ້ເປັນເຈົ້າຫຼຽນຄໍາ ມີ 14 ຫຼຽນ ໃນນັ້ນ 6 ຫຼຽນຄໍາ 7 ຫຼຽນເງິນ ແລະ 1 ຫຼຽນທອງ ອັນດັບ 2 ແມ່ນ ປກຊ ມີ 3 ຫຼຽນຄໍາ 4 ຫຼຽນເງິນ 2 ຫຼຽນທອງ ອັນດັບ 3 ເປັນ ປກສ (3 ຫຼຽນຄໍາ) ຕໍ່ມາແມ່ນແຂວງຄໍາມ່ວນ ມີ 1 ຫຼຽນຄໍາ 2 ຫຼຽນເງິນ 1 ຫຼຽນທອງ ຕາມມາດ້ວຍ ແຂວງຫຼວງພະບາງ 1 ຫຼຽນຄໍາ 3 ຫຼຽນທອງ ນະຄອນຫຼວງວຽງຈັນ 1 ຫຼຽນເງິນ ແລະ 10 ຫຼຽນທອງ ແລະ ສຸດທ້າຍແມ່ນ ແຂວງສະຫວັນນະເຂດ 6 ຫຼຽນທອງ.

 ສີພອນ 19.12.2022

error: Content is protected !!